8.3.51

ບົດທີ ໕: ສູດສຳລັບເປັນຄົນດີ (ສູດ ໕ ຮ)

ຄົນຈະດີ ຫຼືຊົ່ວໄດ້ຕ້ອງມີເຫດ ແລະປັດໄຈ ຄຸນສົມບັດຂອງຄົນດີ ຈຶ່ງມີວິທີການ ຫຼືສູດສຳເລັດຢູ່ ໗ ປະການ ເຊິ່ງຮຽກວ່າ "ສູດ ໕ ຮ" ນັ້ນເອງ ດັ່ງນີ້:

໑। ຮູ້ເຫດແຫ່ງຄວາມເສື່ອມ ເຫດແຫ່ງຄວາມຈະເຣີນ।
໒। ຮູ້ຜົນ ຄື ຮູ້ສຸກເກີດຈາກເຫດອັນນັ້ນ ທຸກກໍຕ້ອງເກີດຈາກເຫດອັນນີ້।
໓। ຮູ້ຈັກຕົນເອງ ຄືວ່າຮູ້ວ່າຕົນມີຄວາມຮັບຜິດຊອບ ແລະມີໜ້າທີ່ອັນໃດ ? ທີ່ຕ້ອງປະຕິບັດແຕ່ລະວັນ।
໔। ຮູ້ຈັກປະມານໃນການໃຊ້ຈ່າຍ ການກິນ ການນອນ ການເວົ້າ।
໕। ຮູ້ຈັກໃຊ້ເວລາໃຫ້ຖືກຕ້ອງ ແລະເໝາະສົມກັບໜ້າທີ່ການງານ।
໖। ຮູ້ຈັກສັງຄົມ ວ່າສັງຄົມນັ້ນເປັນຢ່າງໃດ ? ສັງຄົມນີ້ເປັນຢ່າງໃດ ?
໗। ຮູ້ຈັກບຸກຄົນ ວ່າເຂົາເປັນເຊັ່ນໃດ ມີໜ້າທີ່ຫຍັງ ຖ້າເປັນຄົນດີຄວນຄົບ ຖ້າເປັນຄົນຊົ່ວຄວນເວັ້ນເສັຍ ດັ່ງນີ້ເປັນຕົ້ນ।

ບົດທີ ໔: ຄຸນສົມບັດຂອງຜູ້ນຳ

ບົດທີ ໔: ຄຸນສົມບັດຂອງຜູ້ນຳ (ຫົວຂໍ້ທັມທີ່ສຳຄັນ)

ພຣະພຸດທະເຈົ້າຊົງສອນວ່າ ການເປັນຜູ້ນຳທີ່ດີໄດ້ນັ້ນ ຈັກຕ້ອງປະກອບໄປດ້ວຍຄຸນສົມບັດຫຼາຍຢ່າງດ້ວຍກັນ ຂໍນຳມາກ່າວສະເພາະຫົວຂໍ້ທັມ ໃນສ່ວນທີ່ເຫັນວ່າສຳຄັນໆ ດັ່ງນີ້ຄື:

໑। ຕ້ອງເປັນຜູ້ອົດທົນຕໍ່ຄວາມຍາກລຳບາກທັງກາຍ ໃຈ ແລະອົດທົນຕໍ່ການຖືກວິພາກ ວິຈານ ໃນແງ່ຕ່າງໆ।
໒। ຕ້ອງມີຄວາມຕື່ນຕົວທັນໂລກ ທັນເຫດການ ແລະກຽມຕົວໃຫ້ພ້ອມ ບໍ່ປະໝາດຢູ່ຕະຫຼອດເວລາ।
໓। ຕ້ອງມີຄວາມຂະຫຍັນດຸໝັ່ນໃນການງານ ຕາມໜ້າທີ່ທີ່ຮັບຜິດຊອບ।
໔। ຕ້ອງວິເຄາະ ຈຳແນກເຫດການໃຫ້ຖືກຕ້ອງ ແບ່ງງານເປັນສ່ວນສ່ນໆ ແລະມອບໝາຍງານໃຫ້ເໝາະສົມກັບບຸກຄົນ।
໕। ຕ້ອງມີຄວາມເມດຕາ ກະຣຸນາ ມຸທິຕາ ອຸເປກຂາ ຕື ພຣົມມະວິຫາຣະທັມ।
໖। ຕ້ອງສອດສ່ອງ ກວດກາ ຕິດຕາມ ແລະຮູ້ຈັກງານ ປະເມີນຜົນງານ।
໗। ຕ້ອງສາມາດໃນການວິເຄາະບັນຫາຕ່າງໆ ແລະຮູ້ຈັກວິທີແກ້ໄຂ।
໘। ຮູ້ຈັກສົງເຄາະປະຊາຊົນ।
໙। ຕ້ອງຮູ້ຈັກສ້າງມິດຕະພາບອັນດີກັມບຸກຄົນອື່ນ।
໑໐। ຕ້ອງຮູ້ຈັກການເວົ້າເປັນ ເວົ້າໃຫ້ມີຫຼັກຖານ ມີຫຼັກທັມປະກອບດ້ວຍ।
໑໑। ເປັນຄົນໃຈກ້ວາງ, ກ້າເສັຍສະລະ.
໑໒। ຕ້ອງເປັນຄົນອົງອາດ ສະຫຼາດ ມີປະຕິພານໄຫວພິບດີ।
໑໓। ເປັນຄົນຄົງແກ່ຮຽນ ມີຄວາມຮອບຮູ້।
໑໔। ຕ້ອງບໍ່ຖອດຖິ້ມທຸຣະຂອງຕົນ ບໍ່ໂຍນຄວາມຮັບຜິດຊອບຕໍ່ຄົນອື່ນ।
໑໕। ຕ້ອງມີຫຼັກສິນທັມ ແລະຄະຕິທັມປະຈຳໃຈ।
໑໖। ຕ້ອງເປັນສັດຕະບູຣຸດ (ເບິ່ງຫຼັກສັດຕະບູຣຸດ ໗ ຢ່າງ)
໑໗। ຕ້ອງເປັນຄົນມີປັນຍາ ແລະມີຄວາມຄິດທີ່ດີ।
໑໘। ຕ້ອງບໍ່ຕິດອະບາຍະມຸກທຸກສະນິດ

ຫາກສັງຄົມໃດ ບ້ານເມືອງ ພະແນກໃດ ກົມກອງ ກະຊວງໃດ ຫຼືໜ່ວຍງານໃດໆ ມີຜູ້ປົກຄອງ ຫຼືຜູ້ນຳທີ່ມີຄຸນສົມບັດດັ່ງ ທີ່ກ່າວມານີ້ ຍ່ອມຈັກນຳພາຕົນ ແລະສັງຄົມທີ່ຕົນຮັບຜິດຊອບຈະເຣີນແນ່ນອນ.

ບົດທີ ໓: ຫົວຂໍ້ທັມທີ່ຊົງເທດແຍກອອກຫຼາຍປະເພດ

ບົດທີ ໓: ຫົວຂໍ້ທັມທີ່ຊົງເທດແຍກອອກຫຼາຍປະເພດ

໓।໑: ຫາກເປັນຫົວຂໍ້ທຳ ວ່າດ້ວຍ "ການແກ້ບັນຫາການບ້ານ ການເມືອງ"
ການຢູ່ຮ່ວມກັນໃນປະເທດຕ່າງໆ ຍ່ອມຕ້ອງກໍ່ໃຫ້ເກີດມີບັນຫາຂຶ້ນຢ່າງຫຼວງຫຼາຍ ບັນຫາທາງການເມືອງ ເປັນບັນຫາໜຶ່ງ ທີ່ເປັນຜົນຕໍ່ຄວາມໝັນຄົງຂອງປະເທດ ດັ່ງນັ້ນຈຶ່ງຕ້ອງມີວິທີການແກ້ໄຂບັນຫາທີ່ມີປະສິດທິພາບ ນັກເທດ ແລະນັກປາຖະ ກະຖາຈັກຕ້ອງສະເໜີວິທີການແກ້ບັນຫາທາງການເມືອງ ໖ ວິທີ ດັ່ງນີ້:

໑। ຕ້ອງເສີມສ້າງຄວາມສາມັກຄີ ເຣີ່ມຕົ້ນຈາກຄອບຄົວໄປເຖິງປະເທດຊາດ।
໒। ຕ້ອງເສີມສ້າງເສດຖະກິດ ໃຫ້ປະຊາຊົນມີຣາຍໄດ້ ມີຖານະພໍຢູ່ພໍກິນ।
໓। ຕ້ອງມີແນວທາງຊີ້ແນະ ຜູ້ບໍຣິຫານໃນດ້ານບໍຣິການສັງຄົມ ຂໍ້ນີ້ມີຄວາມສຳຄັນຫຼາຍ ຕ້ອງຕິດຕາມຫົວຂໍ້ທັມອື່ນໆ ປະກອບດ້ວຍ।
໔। ຕ້ອງໃຫ້ສຳຄັນໃນດ້ານການສຶກສາ, ທຸກສາຂາ, ທຸກອາຊີບ, ທຸກຣະດັບ ແລະທຸກເພດໄວ।
໕। ຕ້ອງຂະຫຍາຍຜົນທາງດ້ານສາສນາໃຫ້ເຂົ້າເຖິງປະຊາຊົນຢ່າງທົ່ວເຖິງ, ເພາະພຣະພຸດທະສາສນາ ເປັນເຄື່ອງຫຼໍ່ຫຼອມ ຈິດໃຈ ຂໍ້ນີ້ສຳຄັນຫຼາຍເຊັ່ນກັນ.
໖। ຕ້ອງໃຫ້ປະຊາຊົນຮູ້ຈັກໜ້າທີ່ຂອງຕົນເອງ (ຈະທຳໃຫ້ປະເທດນັ້ນໆ ມີຄວາມຈະເຣີນຮຸ່ງເຮືອງຍິ່ງໆຂຶ້ນໄປ।

ຈາກຫົວຂໍ້ທັມຂ້າງຕົ້ນ ໃຫ້ພິຈາຣະນານຳໄປປະຍຸກໃຊ້ໃຫ້ສອດຄ່ອງກັບບັນຫາທີ່ເກີດຂຶ້ນ ໃຫ້ອອກມາປະຕິຮູບທັມ ແລະຫາແນວທາງໃນການແກ້ໄຂບັນຫາໃນແຕ່ຣະສ່ວນໃຫ້ຖືກຕ້ອງ ແລະເໝາະສົມຕໍ່ໄປ ຈະທຳໃຫ້ປະເທດນັ້ນໆ ມີຄວາມ ເຣີນຮຸ່ງເຮືອງຍິ່ງໆຂຶ້ນໄປ।

ບົດທີ ໒: ການສະແດງທັມຕາມຫຼັກຂອງພຣະພຸດທະເຈົ້າ

ບົດທີ ໒: ການສະແດງທັມຕາມຫຼັກຂອງພຣະພຸດທະເຈົ້າ
໑। ເພິ່ນໃຫ້ຫົວຂໍ້ທັມ ຄືຍົກຫົວຂໍ້ເຣື່ອງຂຶ້ນມາກ່ອນ ແລ້ວສະແດງໄປຕາມເຣື່ອງນັ້ນໆ ຢ່າຕັດລັດໃຫ້ຂາດຄວາມ।
໒। ເພິ່ນໃຫ້ອ້າງເຫດຜົນ ແນະນຳໃຫ້ຜູ້ຟັງເຂົ້າໃຈງ່າຍ.
໓। ເພິ່ນໃຫ້ຈິດເມດຕາ ປາຖນາ ໃຫ້ເກີດປະໂຫຍດຕໍ່ຜູ້ຟັງດີ।
໔। ເພິ່ນບໍ່ໃຫ້ສະແດງທັມເພາະເຫັນແກ່ລາບ, ສັກກາຣະ ແລະຊື່ສຽງ।
໕। ເພິ່ນບໍ່ໃຫ້ສະແດງທັມ ຫຼືເວົ້າທັມມະກະທົບຕົນເອງ ຄື ສິ່ງທີ່ຕົນເຮັດບໍ່ໄດ້ ແລະບໍ່ກະທົບຜູ້ອື່ນ ຄືຍົກຕົນເອງ, ຍົກທັມ ເພື່ອສຽດສີຜູ້ອື່ນ।
"ຫາກຜູ້ໃດປະຕິບັດຕາມຫຼັກນີ້ໄດ້ ການເຜີຍແຜ່ທັມຈັກສຳເຣັດປະໂຫຍດຢ່າງສູງ ແນ່ນອນ"

ບົດທີ ໑ ຄຸນສົມບັດຂອງນັກເວົ້າ(ລວມທັງ ນັກເວົ້າ-ນັກຄິດ-ນັກເທດ-ນັກຂຽນ)

ບົດທີ ໑

ຄຸນສົມບັດຂອງນັກເວົ້າ
. ຄວາມຮູ້ພຽງພໍ: ຫາວັດຖຸດິບໄວ້ຫຼາຍ
. ສຽງດັງກັບງວານ: ສຽງດັງຟັງງ່າຍ ແຈ່ມແຈ້ງ ສຽງໃສ.
. ປະຕິພານວ່ອງໄວ: ເຫັນສິ່ງໃດຮູ້ແລະເຂົ້າໃຈໃນທັນທີ.
. ຈິດໃຈບໍບໍຣິສຸດ: ມຸ້ງໃຫ້ຄົນຟັງເຂົ້າໃຈດີ

ຄຸນສົມບັດຂອງນັກເວົ້າທີ່ດີ
. ຄິດໃຫ້ຮອບຄອບ.
. ຊອບດ້ວຍຖ້ອຍຄຳ
. ຈຳສິ່ງທີ່ເປັນສາຣະ.
. ເສີມທັກສະດ້ວຍຄາຣົມ
. ຜະສົມດ້ວຍຕົວຢ່າງ.
. ກະຈ່າງດວຍເຫດຜົນ.
. ແຍບຄາຍດ້ວຍກົນລະວິທິ
. ມີມະນຸດສັມພັນ.
. ຈົບແລ້ວນັ້ນຕ້ອງປະທັບໃຈ.
໑໐. ບໍ່ຍິນດີຫຼົງໄຫຼໃນຍ້ອງ

ນັກເວົ້າຕ້ອງເດີນເຣື່ອງດີ
. ສຽງເລົ່າດັງ
໒. ຕັ້ງກົງປະເດັນ
. ເນັ້ນຕອນສຳຄັນ
. ບີບຄັ້ນຫັ່ນອາຣົມ
. ລົງໃຫ້ເໝາະສົມກັບເວລາ
. ກ່ອນຈາກລາກໍໜ້າຟັງ
. ມຸ້ງຫວັງໃນຄວາມເຊື່ອ.
. ປະຕິບັດຕາມທຸກເມື່ອເຫັນຜົນ

ຄຸນສົມບັດທີ່ຕ້ອງທຳໃຫ້ໄດ້ຂອງນັກເວົ້າ
ໃຈກ້າ
ໜ້າດ້ານ
ບໍ່ຢ້ານໄມ
ໃຈເປັນທັມ

ຫຼັກປະຕິບັດຂອງນັກເວົ້າໃຫ້ຫຼາຍໆ( 4 ຕໍ)
. ຕ້ອງອ່ານໜັງສືໃຫ້ຫຼາຍໆ
. ຕ້ອງເປັນນັກຟັງໃຫ້ຫຼາຍໆ
. ຕ້ອງຮູ້ຈັກຫາຂໍ້ມູນ ແລະບັນທຶກໃຫ້ຫຼາຍໆ
. ຕ້ອງດຸໝັ່ນຂະຫຍັນທ່ອງແລະຫົວຂໍ້ທັມໃຫ້ຫຼາຍໆ

ນັກເວົ້າທີ່ດີ
. ກຽມໃຫ້ພ້ອມ.
. ຊັກຊ້ອມໃຫ້ດີ.
. ທ່າທີສະຫງ່າ.
. ວາຈາສູຂຸມ
. ທັມທາຍທີ່ປະຊຸມ.(ຢ່າກ້ຽວວຽນ)
. ເຣີ່ມຕົ້ນໃຫ້ໂນ້ມນ້າວ.
. ເຣື່ອງຍາວບັ່ນໃຫ້ສັ້ນ.
. ຕາຈັບຜູ້ຟັງ.
. ສຽງດັງພໍດີ.
໑໐. ຢ່າມີເກີະກະ.
໑໑. ເບິ່ງເວລາເໝາະສົມ.
໑໒. ສ້າງນິຍົມຕອນສະຣຸບ
໑໓. ຍິ້ມແຍ້ມແຈ່ມໃສ.
໑໔. ກຳລັງໃຈຕອນອຳລາ

ເວົ້າດ້ວຍຫົວໃຈ( 4 ວ)
. ເວົ້າຈາກໃຈ (ມີຄວາມຈິງໃຈປາຖະໜາດີຕໍ່ຜູ້ຟັງສະເໝີ.
. ເວົ້າຂຶ້ນໃຈ(ມີຄວາມຮູ້ຄວາມເຂົ້າໃຈໃນເຣື່ອງທີ່ເວົ້າ, ເມື່ອເວົ້າແລ້ວຄົນ ກໍຂຶ້ນໃຈຟັງ.
. ເວົ້າດ້ວຍຄວາມຕັ້ງໃຈ(ມີຄວາມກະຕືຣືຣົ້ນໃນການເວົ້າ ແລະເອົາສະຕິ ຄວບຄຸມ)
. ເວົ້າສຸດຫົວໃຈ(ເວົ້າຈົນສຸດຈົນສ້ຽງມີຫຍັງຢາກເວົ້າໆໄປໂລດ ມີຄວາມຮູ້ ເທົ່າໃດເວົ້າອອກມາໃຫ້ໝົດ ແຕ່ຕ້ອງເບິ່ງກະທູ້ເຣື່ອງທີ່ເວົ້າ)

ເວົ້າໃຫ້ມີຄວາມສະບາຍ ຢ່າງ
. ຟັງສະບາຍຫູ: (ພາສາດີ, ສຽງດີ, ຈັງຫວະດີ)
. ເບິ່ງສະບາຍຕາ: (ບຸກຄະລິກກະພາບດີ, ສີລະປະການສະແດງອອກດີ) ໝາຍຄວາມວ່າ ບຸກຄະລິກລັກສະນະທີ່ສະແດງອອກໃຫ້ເໝາະສົມກັບງາ, ກັບບຸກຄົນ, ກັບສະຖານທີ່, ໃຊ້ພາສາກາຍໃຫ້ເໝາະສົມ.
. ພາສະບາຍໃຈ: (ຈັດຣະບຽບການເວົ້າດີ, ຄວາມຄິດດີໆ, ເນື້ອເຣື່ອງດີ

ເປົ້າໝາຍຂອງນັກເທດ( 3 ຊ)
ຊີ້ທາງບັນເທົາທຸກ 
ຊີ້ສຸກກະເສີມສັນ
ຊີ້ທາງນິຣະພານ ອັນພົ້ນໂສກວິໂຍກໄພ

ກະຕິກາການພິຈາຣະນານັກເທດ(ນັກເວົ້າ)
(ມີອົງປະກອບທີ່ສຳຄັນຢ່າງນ້ອຍ ປະການ)
. ຫຸ້ນໃຫ້. (ຮ່າງກາຍດີ, ຖ້າບໍ່ງາມຕາມທຳມະຊາດ ກໍໃຫ້ແຕ່ງໃຫ້ເບິ່ງສະ ອາດຄົນທີ່ຫຸ່ນດີຍ່ອມໄດ້ປຽບ)
.​ ໃຈຮັກ. (ຮັກທີ່ຈະເປັນນັກເທດ,ນັກເວົ້າ)
. ຫຼັກທັມ. (ຄຳເວົ້າຕ້ອງເຕັມໄປດ້ວຍຫຼັກທັມ ແລະວິຊາການນຳໄປປະຕິບັດ ໄດ້ຈິງ)
. ນຳສັດທາ. (ຊີ້ສະແດງເພື່ອໃຫ້ເຂົາເກີດຄວາມເຊື່ອໃນກຸສົນສັດທາ)
. ກ້າສະແດງ. (ກ້າທີ່ຈະສະແດງຄວາມຮູ້ຄວາມສາມາດຢ່າງເຕັມທີ່)।

ມີສີລະປະດີ
. ຕ້ອງມີຄຳຄົມນ້ອຍນິດ
. ຕ້ອງມີສູພາສິດເນື່ອງໆ
. ປາດເປືອງແຖມຄຳກອນ.
. ບໍ່ເຫງົານອນເຣື່ອງຕະຫຼົກ

ສາມ
. ສະໜຸກ
. ສະເໜາະ
. ສະໜິດ
ຖ້າບໍ່ສະໜຸກ, ບໍ່ມີສະເໜາະ, ແລະບໍ່ມີສໜິດ ຕ້ອງສະລີປເຂົ້າ ມາແທນ

ກຽມພ້ອມ ຊ້ອມເທດ
໑। ກຽມຕົວໃຫ້ພ້ອມ (ຄືກຽມຕົວດ້ານສາຣີຣະຮ່າງກາຍ, ສຸຂະພາບ, ເຄື່ອງນຸ່ງຫົ່ມ ຯລຯ
໒। ຊັກຊ້ອມໃຫ້ດີ (ຄືຊັກຊ້ອມຫົວບົດເຣື່ອງ ທີ່ຈະເວົ້າ ຫຼືຂໍ້ທັມທີ່ຈະມາເທດນັ້ນໃຫ້ດີ)
໓। ທ່າທີ່ຕ້ອງຕາ (ລັກສະນະທ່າທີຕ້ອງໃຫ້ຜຶງຜາຍ ເປັນຕາເບິ່ງຕາຊົມ)
໔। ກະຖາມຕ້ອງຫູ (ຂຶ້ນບົດຕົ້ນໆ ເລືອກເອົາບົດ, ຫົວຂໍ້ທັມ, ຫຼືບົດເຣື່ອງມາເວົ້າໃຫ້ເປັນທີ່ຕິດຕາມຂອງຜູ້ຟັງ)
໕। ກວດດູເບິ່ງຜູ້ຟັງ (ໃນຂະນະທີ່ເວົ້າໃຫ້ເບິ່ງ ແລະສັງເກດຜູ້ຟັງພ້ອມ)
໖। ນັ່ງຕ້ອງຜຶງຜາຍ (ເວລານັ່ງຕ້ອງຜຶງຜາຍເປັນຕາໜ້ານັບຖື)
໗। ທັກທາຍຊຸມຊົນ (ຄືເວລາຂຶ້ນຕົນບົດໃຫ້ທັກທາຍປະຊຸມຊົນຢ່າງເໝາະສົມ)
໘। ຂຶ້ນຕົນໃຫ້ມ່ວນສະເໜາະຫູ (ຂຶ້ນຕົ້ນບົດເຣື່ອງໃຫ້ເໝາະ ເປັນຕາຟັງ ມ່ວນ ແລະສ້າງສັດທາ)
໙। ສະນຸກສະເໜາະໃນທ່າມກາງ (ທ່າມກາງຂອງການເວົາພະຍາຍາມເວົ້າໃຫ້ມ່ວນ ສ້າງຄວາມສົນໃຈຂອງຜູ້ຟັງ)
໑໐। ສຸດປາຍທາງໃຫ້ຜູກຂໍ້ (ໝາຍຄວາມວ່າບາດຈົບແລ້ວ ບໍ່ແມ່ນຊິໃຫ້ເຂົາຈົບ ຕ້ອງຝາກຂໍ້ຕິດ ໃຫ້ເຂົາຕິດໃນໃຈໄວ້ໄປຄິດ।


ຫ້າຫຼັກການປະຕິພານນັກເວົ້າ
໑. ຄຳນຶງເຖິງເວລາ।
໒। ໃຊ້ພາສາໃຫ້ທັນສະໄໝ।
໓। ປຸກໃຈດ້ວນສາຣະ।
໔। ແຊກທັມມະຕາມຂັ້ນຕອນ।
໕। ຍຶດແນວຄຳສອນແບບພຸດທະ


ມັກແບບໃດ ? (5 ທ)
໑। ເທດຫຼິ້ນ (ເທດຫຼິ້ນ ຄືເວົ້າໄປແບບຫຼິ້ນໆ ມີຕະຫຼົກເຮຮາໄປພ້ອມ)
໒। ເທດຫຼັກ (ເທດຫຼັກ ຄື ເວົ້າແບບເປັນຈິງເປັນຈັງ ມີຫຼັກການແນ່ນອນ)
໓। ເທດເລົ່າ (ເທດເລົ່າ ຄືເລົ່າເຣື່ອງ ເລົ່າປະຫວັດ, ເລົ່ານິທານ ອັດຖະທິບາຍ)
໔। ເທດເຣື່ອງ (ເທດເຣື່ອງ ຄືເວົ້າເວົ້ານິທານ ຫຼືເທດໜັງສືຜູກ ກາຣະເກດ, ສິນໄຊ)
໕। ເທດຮ້ອງ (ເທດຮ້ອງ ຄືເທດແບບຫຼິ້ນສຽງ)
ທຸກຂໍ້ຫາກລ້ວນແຕ່ສ້າງປະໂຫຍດແກ່ຜູ້ຟັງທັງນັ້ນ ຫາກເອົາທັງຫ້າຢ່າງມາຣວມກັນໄດ້ ນັບວ່າປະເສີດສຸດ

ຄວາມສຳເລັດຂອງນັກເທດ-ນັກເວົ້າ-ນັກປະຊາສຳພັນ
ຍົກທຳ
ນຳເຫດ
ເທດມ່ວນ
ຊວນປະຕິບັດ
ຂະຈັດທຸກ
ປະຍຸກໄດ້
ໃຊ້ເແລ້ວໄດ້ຜົນ

ຄົ້ນຄວ້າ ແລະຮຽບຮຽງໂດຍ
ພອຈ.ເນືອງພິລັກ ໂຊຕິທອນ
ຮອງ ຜູ້ອຳນວຍການວິທະຍາໄລສົງ