24.3.55

ສະຫລອງ ເຂົ້າແຈກ

ສະຫລອງ ເຂົ້າແຈກ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ
( ວ່າ ໓ ເທື່ອ )

    ຕະທາ ທຳມິກະ ສັງຄະອາສານະກະຖາ ອາຍາກິຣະພາມມະ- ນັງ ອາຣັບພະກະເຖສິຕິ.
    ໂພນຕາ ສາທະໂວ ດູຣາສັບປຸຣິສະເຈົ້າທັງຫລາຍ ທີ່ມີຈິດສັດ ທາເຫລື້ອມໃສໃນພຣະບໍວອນພຸດທະສາດສະໜາ ໄດ້ນ້ອມນຳມາຍັງ ເຄື່ອງກິຍາບູຊາ ມີເຂົ້ານ້ຳໂພຊະນະອາຫານ ພ້ອມທັງປະທູບປະທີບ ດອກໄມ້ຄັນທະຣົດສະຂອງຫອມ ນຳມາຖວາຍດ້ວຍໃຈເຫລື້ອມໃສ ສັດທາ ໃນຄຸນພຣະຣັດຕະນະໄຕຣແກ້ວສາມປະການ ເພື່ອໃຫ້ເປັນ ທີ່ຈັ້ງທີ່ເພິ່ງຂອງຕົນໃນຊົ່ວນີ້ ແລະ ຊົ່ວໜ້າ ຄົງຈະໄດ້ດັ່ງຄຳປາດຖະ  ໜາຂອງຕົນທຸກໆປະການ ເພາະວ່າບຸນກຸສົນນີ້ກໍເກີດຂຶ້ນຈາກຄວາມ ປິຕິຍິນດີ ຈິ່ງເປັນຕົວກຸສົນໄດ້ ສັດທາຄືຄວາມເຊື່ອ ວິຣິຍະ ຄືຄວາມ ພຽນ ໃຫ້ກຸສົນທີ່ເກີດຂຶ້ນໃນຕົນແລ້ວບໍ່ໃຫ້ເສື່ອມເສັຍໄປ ຈົ່ງຄອຍລະ ອະກຸສົນຈິດ ໃຫ້ຂາດໄປຈາກຂັນທະສັນດານຂອງຕົນເສັຍ ພ້ອມກັນ ນັ້ນໃຫ້ຕັ້ງຢູ່ໃນຄຸນແກ້ວທັງສາມ ຈິ່ງນັບວ່າເປັນຜູ້ເຖິງພຣະຣັດຕະນະ ໄຕຣ ສະຣະນະຄົມ ຄື ພຣະພຸທເຈົ້າ ພຣະທັມມະເຈົ້າ ແລະ ພຣະສັງ ຄະເຈົ້າ ຈຶ່ງໄດ້ນາມວ່າ ເປັນອຸປາສົກ ອຸປາສິກາ ຢູ່ໃນພຣະພຸດທະ ສາດສະໜາທຸກວັນນີ້ ດູຣາທ່ານພຸດທະບໍລິສັດທັງຫລາຍ ຂໍທ່ານຈົ່ງຖື ເອົາຄຸນພຣະຣັດຕະນະໄຕຣ ຄື ພຣະພຸດທະເຈົ້າ ພຣະທັມມະເຈົ້າ ແລະ ພຣະສົງເຈົ້າ ວ່າ ເປັນສະຣະນະທີ່ເພິ່ງທີ່ອາໃສດັ່ງນັ້ນ ຕາຍ ແລ້ວຈັກໄດ້ໄປເກີດໃນສະຫວັນ.
    ເຄື່ອງໄທຍະທານທີ່ພວກເຮົາທັງຫລາຍໄດ້ສະລະທານໄປນັ້ນ ກໍເປັນເຂົ້າໄຖ່ເຂົ້າຖົງຂອງພວກເຮົາ ແລະ ຍາດພີ່ນ້ອງຂອງເຮົາ ທີ່ ລະໂລກນີ້ໄປສູ່ໂລກໜ້າ ດັ່ງພຣະຄາຖາທີ່ຍົກໄວ້ໃນເບື້ອງຕົ້ນນັ້ນວ່າ “ອາຍາກິຣະພາມມະນັງ ອາຣັບພະ ກະເຖສິ” ດັ່ງນີ້ເປັນເຄົ້າ. ໃນກາ ລະຄັ້ງນັ້ນ ພຣະສຳມາສຳພຸດທະເຈົ້າຂອງເຮົາທັງຫລາຍ ໄດ້ສະເດັດ ປະທັບຢູ່ໃນປ່າເຊຕະວັນມະຫາວິຫານ ພ້ອມດ້ວຍໝູ່ພຣະພິກຂຸສົງ ຍັງມີພາມຜູ້ໜຶ່ງຢູ່ໃນເມືອງສາວັດຖີ ມີເຂົ້າຂອງເປັນອັນມາກເຖິງ ໘o ໂກດ ພາມຜູ້ນັ້ນມີລູກຊາຍຄົນໜຶ່ງເປັນທີ່ຮັກແພງຍິ່ງໜັກ ເໝືອນດັ່ງ ໃນຕາຂອງຕົນ ພໍລ້ຽງໃຫຍ່ມາໄດ້ອາຍຸ ໑໗ ປີ ກໍບັງເກີດໂຣຄາພະ ຍາດມາເຖິງຕົນ ກໍຈິ່ງມໍລະນະຕາຍຈາກພໍ່ແມ່ຂອງຕົນເສັຍ ສ່ວນ ພາມຜູ້ເປັນພໍ່ນັ້ນເຫັນລູກຂອງຕົນຕາຍເສັຍດັ່ງນັ້ນ ມັນກໍເປັນທຸກຂະ ເວທະນາມາກໜັກ ມັນກໍຮ້ອງໃຫ້ຮ່ຳໄຮໄປມາຫລາຍປະການ ແລ້ວ ມັນກໍເອົາສົບລູກຊາຍທີ່ຕາຍໄປເຜົາເສັຍໃນປ່າຊ້າຜິທີ່ນັ້ນ ກັບທັງເອົາ ເສື່ອສາດອາດສະໜາໄປປູໄວ້ ມີທັງຜ້າກັ້ງແລະເພດານ ໝາຍມີເຂົ້າ ຂອງທັງຫລາຍເປັນຕົ້ນວ່າ ເງິນຄຳ ຊ້າງ ມ້າ ຂ້າຍິງຂ້າຊາຍ ແລ້ວກໍ ແຕ່ງໃຫ້ທາດເຮືອນຄົວໜຶ່ງໄປອຸປະຖາກຮັກສາ ຢູ່ໃນປ່າຊ້າຜີທີ່ນັ້ນ ເພື່ອຈະໃຫ້ໄປສົ່ງເຂົ້າແລງເຂົ້າງາຍແກ່ລູກຊາຍຂອງຕົນຢູ່ທຸກໆວັນບໍ່ໃຫ້ຂາດຈັກວັນແລ. ຂ້ອຍພາມກໍຮັບຕາມໄປສົ່ງຢູ່ສະເໝີໆ ຢູ່ມາວັນ ໜຶ່ງຝົນກໍບັງເອີນຕົກລົງມານ້ຳກໍມາກຫລາຍ ເປັນອັນມືດມົນອົນທະ ການ ວ່າຈະຂ້າມລອຍກໍບໍ່ໄດ້ ຂ້ອຍພາມຜູ້ນັ້ນຈຶ່ງກັບຄືນມາພົບເຫັນ ເຈົ້າພິກຂຸຕົນໜຶ່ງມາບິນທະບາດ ມັນກໍເລີຍເອົາໃສ່ບາດເປັນທານແກ່ ເຈົ້າພິກຂຸຕົນນັ້ນ ແລ້ວມັນກໍຫລັ່ງລົງຍັງນ້ຳໝາຍທານສົ່ງບຸນໄປຫາ ລູກຊາຍພາມຜູ້ຕາຍໄປນັ້ນ ກໍຈິ່ງໄດ້ກິນເຂົ້າປາອາຫານແຕ່ວັນດຽວ ເທົ່ານັ້ນ ແລ້ວມັນຈິ່ງມານິມິດຄວາມຝັນໃຫ້ແກ່ພາມຜູ້ເປັນພໍ່ຮູ້ແຈ້ງ ວ່າ ຂ້າຕາຍໜີຈາກພໍ່ແມ່ໄປກໍໄດ້ປີໜຶ່ງແລ້ວ ກໍບໍ່ໄດ້ກິນເຂົ້າສັກວັນ ເລີຍ ກໍມາໄດ້ກິນເຂົ້າແຕ່ທໍ່ວັນດຽວເທົ່ານີ້ແລ ຄັນລູກຊາຍພາມມານິ ມິດຄວາມຝັນໃຫ້ພາມຜູ້ເປັນພໍ່ຮູ້ດັ່ງນີ້ແລ້ວ ພາມຜູ້ເປັນພໍ່ ກໍໃຊ້ໃຫ້ຄົນ ໄປຕາມເອົາຂ້າຊາຍຜູ້ໄປອຸປະຖາກນັ້ນມາຖາມເບິ່ງ ກູກໍແຕ່ງມຶງໃຫ້ ໄປສົ່ງເຂົ້າປາອາຫານໃຫ້ລູກຂອງກູຢູ່ທຸກວັນໆ ເຫດດັ່ງລືລູກຊາຍ ຂອງກູຈຶ່ງບໍ່ໄດ້ກິນເຂົ້າສັກວັນເລີຍ ຈຶ່ງໄດ້ມາກິນເຂົ້າແຕ່ທໍ່ວັນດຽວ ນີ້ຈາ ຄັນຂ້າຊາຍພາມຜູ້ນັ້ນໄດ້ຍິນແລ້ວກໍກ່າວຕອບວ່າ ຂ້າກໍໄປສົ່ງ ເຂົ້າງາຍເຂົ້າແລງແກ່ລູກຂອງທ່ານຢູ່ທຸກໆວັນ ແຕ່ວັນວານນີ້ຂ້າໄປ ບໍ່ໄດ້ ເພາະຝົນຕົກນ້ຳມາກຫລາຍ ຂ້າຈິ່ງໄດ້ກັບມາເຖິງກາງທາງກໍ ເລີຍພົບພຣະພິກຂຸເຈົ້າໄປບິນທະບາດ ຂ້າຈິ່ງໄດ້ເອົາເຂົ້າໃສ່ບາດພຣະ ພິກຂຸ ແລ້ວຈິ່ງອຸທິດສະຢາດນ້ຳໝາຍທານໄປຫາລູກຊາຍຂອງທ່ານ ແລ້ວລູກຂອງທ່ານຈິ່ງໄດ້ມາກິນເຂົ້າແຕ່ທໍ່ວັນດຽວນີ້ແລ. ຄັນພາມຜູ້ ເປັນພໍ່ໄດ້ຊາບຄວາມແລ້ວ ກໍຄິດຄະນິງຢູ່ໃນໃຈວ່າ ຄວນກູຈະໄປ ໄຫວ້ພຣະພຸທເຈົ້າເບິ່ງເສັຍກ່ອນເທີ້ນ ວ່າດັ່ງນັ້ນແລ້ວ ພາມຜູ້ນັ້ນກໍຖື ເອົາປະທູບປະທີບດອກໄມ້ຄັນທະຣົດສະຂອງຫອມ ນິສິດທິ ກໍຈິ່ງນັ່ງ ຢູ່ໃນທີ່ຄວນແຫ່ງຕົນ ແລ້ວກໍໄຫວ້ຖາມພຣະພຸທເຈົ້າວ່າ “ພັນເຕ ພະຄະວາ” ຂ້າຂໍໄຫວ້ພຣະພຸທເຈົ້າ ນໍຣະຍິງຊາຍທັງຫລາຍໃນໂລກນີ້ ຄັນເຂົາຕາຍໄປສູ່ປະຣະໂລກເບື້ອງໜ້າແລ້ວ ຜູ້ຢູ່ພາຍຫລັງໄດ້ແຕ່ງຂ້ອຍຂ້າຊາຍຍິງໄປອຸປະຖາກຮັກສາ ແລະ ແປງບັນນະສາລາໄວ້ໃນປ່າຊ້າ ເອົາເສື່ອສາດອາດສະໜາ ເງິນຄຳຊ້າງມ້າງົວຄວາຍໄປໄວ້ໃນທີ່ນັ້ນ ມີທັງຜ້າກັ້ງ ແລະ ເພດານ ກໍຈັກມີຜະລະອານິສົງສະແກ່ເຂົາຜູ້ຕາຍນັ້ນດັ່ງລື ກໍຂ້າຈາ ພະຄະວາ ອັນວ່າພຣະພຸທເຈົ້າກໍເທສນາໃຫ້ແກ່ພາມວ່າ ດູລາທ່ານພາມຜູ້ມີເຂົ້າຂອງເປັນອັນມາກ ຜິວ່າຈະໃຫ້ເປັນຜະລະອານິສົງແກ່ເຂົາຜູ້ຕາຍໄປນັ້ນ ກໍຄວນກະທຳບຸນໃຫ້ທານແກ່ສັງຄະເຈົ້າທັງຫລາຍ ໝາຍມີຕົນວ່າ ອຸທິດສະສ່ວນບຸນໄປຫາເຂົາຝູງຕາຍນັ້ນ ຈິ່ງເປັນຜະລະອານິສົງອັນຍິ່ງໃຫຍ່ນັ້ນແລ ສ່ວນເຂົາຝູງຕາຍໄປນັ້ນຄັນໄດ້ຮັບສ່ວນບຸນກຸສົນອັນນັ້ນແລ້ວ ກໍຈະໄດ້ພົ້ນ ຈາກພາວະອັນເປັນທຸກທັງມວນນັ້ນແລ ເມື່ອນັ້ນພາມກໍໄດ້ຟັງທຳມະເທດສະໜາແລ້ວ ກໍມີຈິດໃຈຊົມຊື່ນຍິນດີ ມັນກໍຍໍມືໄຫວ້ອາຣາທະນາ ພຣະພຸດທະເຈົ້າ ກັບທັງຊາວເຈົ້າພິກຂຸທັງຫລາຍ ອັນໄດ້ ໕oo ຣູບເຂົ້າໄປສູ່ເຮືອນແຫ່ງຕົນ ພາມຜູ້ນັ້ນກໍ່ປູເສື່ອສາດອາດສະໜາໄວ້ແລ້ວ ຄັ້ງນັ້ນ ພຣະພຸດທະເຈົ້າກໍເອົາຊາວເຈົ້າພິກຂຸທັງຫລາຍ ເຂົ້າໄປປະທັບນັ່ງເໜືອອາດສະໜາ ຂອງພາມຜູ້ຕົກແຕ່ງໄວ້ແລ້ວໃນເຮືອນຂອງຕົນ      ເມື່ອນັ້ນ ພາມກໍຕົກແຕ່ງເຂົ້ານ້ຳໂພຊະນະອາຫານ ເອົາມາຕັ້ງໄວ້ຊ່ອງໜ້າສັງຄະເຈົ້າທັງຫລາຍ ແລ້ວພາມຜູ້ນັ້ນກໍກຼ່າວຄຳຖວາຍວ່າ:
    “ອິມັດສະມິງ ເຄເຫ ອິມານິ ພິກຂານິ ສະຣູປັບພະຍັນຊະນານິ ສະອຸທະການິ ສະຕຳພະລານິ ສະຈິດຕະມະຣະນານິ ສັບພະໂພຊະນະອາຫາຣານິ ສະຄິລານະເພສັດຊານິ ສະພັນດານິ ພຸດທະ ທຳມະ ສັງຄະ ໂພທິຣຸກຂະ ປູຊານັດຖາຍະ ສັງຄັດສະ ເທມະ” ວ່າ ໓ ທີດັ່ງນີ້ແລ້ວ ພຣະພຸດທະເຈົ້າກັບທັງຊາວເຈົ້າພິກຂຸທັງຫລາຍ ກໍ່ສັນໂພຊະ ນະອາຫານສຳເຣັດແລ້ວ ພາມກໍ່ຖວາຍປັດໃຈທັງ ໔ ມີອະຖະບໍຣິກ ຂານເປັນທານແກ່ສັງຄະເຈົ້າທັງຫລາຍກໍມີແລ. ພາມຜູ້ນັ້ນມັນກໍ່ຫລັ່ງລົງ ອຸທະກັງ ຍັງນ້ຳໝາຍທານອຸທິດສະສົ່ງບຸນໄປຫາລູກຊາຍຂອງຕົນອັນຕາຍໄປນັ້ນແລ. ໃນກາລະຄັ້ງນັ້ນ ພຣະພຸທເຈົ້າ ກໍສະແດງທຳມະເທສນາໃຫ້ແກ່ກິຣະພາມວ່າ ດູກ່ອນທ່ານພາມ ຕັ້ງແຮກແຕ່ນີ້ເມືອ ໜ້າສູທ່ານທັງຫລາຍ ຢ່າໄດ້ໄປອຸປະຖາກຮັກສາຢູ່ໃນປ່າຊ້າຜີທີ່ນັ້ນເທີ້ນ ທ່ານຈົ່ງຮັກສາສິນພາວະນາຢ່າໄດ້ຂາດ ລູກຊາຍຂອງທ່ານອັນ ຕາຍໄປນັ້ນ ກໍຈະໄດ້ພົ້ນຈາກພາວະອັນເປັນທຸກ ຂຶ້ນໄປສະເວີຍສຸກຢູ່ ເທິງສະຫວັນຊັ້ນຕາວະຕິງສາ ພຣະພຸດທະເຈົ້າເທສນາຈົບລົງແລ້ວ ລູກຊາຍພາມຜູ້ນັ້ນກໍໄດ້ພົ້ນຈາກເຜດແລ້ວ ເອົາຕົນຂຶ້ນເມືອເທິງສະ ຫວັນຊັ້ນຕາວະດິງສາ ມີຜາສາດທອງຄຳສູງໄດ້ ໑໒ ໂຍດຊະນະ ມີນາງຟ້າທັງຫລາຍພັນໜຶ່ງເປັນບໍລິວານ ຄັນພາມຜູ້ເປັນພໍ່ນັ້ນ ໄດ້ຟັງທຳມະເທສນາຂອງພຣະພຸດທະເຈົ້າແລ້ວ ກໍ່ຕັ້ງຢູ່ໃນສິນ ໕ ສິນ ໘ ຕາບເທົ້າສິ້ນຊີວິດຂອງຕົນ ແລ້ວກໍໄດ້ໄປບັງເກີດເທິງສະຫວັນຊັ້ນຕາວະຕິງສາ ມີຜາສາດທອງຄຳຫລັງໜຶ່ງທຽມກັນກັບຜາສາດຂອງລູກ ມີນາງຟ້າທັງຫລາຍໝື່ນໜຶ່ງເປັນບໍລິວານ ນີ້ແລທ່ານພຸດບໍລິສັດທັງ ຫລາຍ ເມື່ອຮູ້ຜະລະອານິສົງສະດວງວິເສດຂອງພຣະພຸດທະເຈົ້າແຈ່ມແຈ້ງແລ້ວ ຈົ່ງຊົມຊື່ນຍິນດີໃນກອງການກຸສົນ ທີ່ພວກທ່ານທັງ ຫລາຍໄດ້ສະລະທານໃນວັນນີ້ທຸກປະການເທີ້ນ ນິດຖິຕາ ກໍຈົບພຽງເທົ່ານີ້ແລ.

ຊັບໄຊຍ໌

ຊັບໄຊຍ໌
ນະໂມ ຕັດສັຕຖຸ
ນະໂມ ເມ ພຸດທະ ເຕຊັດສະ ຣະຕະນັດຕະຍະທຳມິກາ ເຕຊະປະສິດທິ ປະສິເທວາ  ນາຣາຍະປະຣະເມສະວະຣາ ສິດທິພົມມາ ຈະ ອິນທາ ຈະຕຸໂລກາພິຣັກຂະກາ ສະມຸດທາ ພູຕະຄັງຄາ ຈະ ສັບພະສິດທິ ພະວັນຕຸ ເຕຕິ.
ໂພນຕາ ສາທະໂວ ດູຣາສັບປຸຣິສາເຈົ້າທັງຫລາຍ ຊານາພິນຍາຕິປິຕະກາຈະຣິຍາ ອາຈານເຈົ້າຕົນທະຣົນໄວ້ຍັງພຣະໄຕຣປິດົກ ອັນປະກອບດ້ວຍຊານ ແລະ ພິນຍາ ພຣະກໍຫລິງເຫັນຍັງໂພຍພັຍ ອຸປັດທະຣົນອົນຕາຍ ອັນມີພາຍໃນ ແລະ ພາຍນອກຂັນທະສັນດານ     ແຫ່ງຄົນ ແລະ ສັບພະສັດທັງຫລາຍ ພຣະຈິ່ງໄດ້ເທສນາຍັງຄຳພີ ຈຸລະຊະຍະປະກະຣະນະ ສູດດວງນີ້ ເພື່ອຈັກໃຫ້ມີຄວາມວຸດທິຈຳເຣີນແກ່ຝູງຄົນ ແລະ ເທວະດາ ພ້ອມທັງບ້ານເມືອງທັງຫລາຍ ຕັ້ງແຮກແຕ່ນີ້ໄປພາຍຫນ້າ ຕາບຕໍ່ເທົ້າຮອດຫ້າພັນພຣະວັດສາພຸ້ນແລ ຈຸນລະໄຊຍະປະກະຣະນະ ສູດດວງນີ້ ອາຈານເຈົ້າຫາກໄດ້ແຕ່ງແປງໄວ້ວ່າ  ນະໂມ ເມ ພຸດທະເຕຊັດສະ ຣະຕະນັດຕະຍະທຳມິກາ ດັ່ງນີ້ເປັນເຄົ້າ.
ນະໂມ ອັນວ່າກິຍາ ອັນຜູ້ຂ້າໄດ້ນ້ອມໄຫວ້ແດ່ພຣະຣັດຕະນະໄຕຣແກ້ວທັງ ໓ ປະການ ອັນປະກອບຊອບທຳ ຂໍເທພະດາເຈົ້າທັງ ຫລາຍ ພ້ອມທັງພຣະນາຣາຍພຣະຕັບປະຣະເມສວນ ຜູ້ມີຄວາມຮຸ່ງເຮືອງໄປດ້ວຍປະສິທິສາດທະສິນ ຄືເດດພຣະຍາພົມກໍດີ ພຣະຍາອິນກໍດີ ແລະ ເທພະດາທັງຫລາຍ ຜູ້ຮັກສາຄຸ້ມຄອງຍັງໂລກທັງ ໔ ຄືວ່າ: ພົມມະໂລກ ເທວະໂລກ ມະນຸດສະໂລກ ແລະ ນາຄະວະໂລກ ຈົ່ງເປັນຜູ້ມີອຳນາດຮັກສາຄຸ້ມຄອງຄ້ຳຄູນຫນັ້ນຄົງແກ່ທ່ານເຖີ້ນ, ທະຣະນິ ທາຣະນີ ແຜ່ນດິນນ້ອຍແລະແຜ່ນດິນໃຫຍ່ ສະນ້ຳນ້ອຍແລະສະນ້ຳໃຫຍ່ ແມ່ນ້ຳນ້ອຍແລະແມ່ນ້ຳໃຫຍ່ກໍດີ ອັນມີຕະປະເຕຊານຸພາບອັນມາກມີອຸປະມາສັນໃດ? ຂໍທ່ານຈົ່ງມີໄຊຊະນະເຕຊານຸພາບອັນມາກ ກໍມີອຸປະໄມໄປດັ່ງນັ້ນເຖີ້ນ,  ຄັກຄະນະຕະລະນິໄສນິໄລໄສເສລະສຸເມ ຣຸຣາຊະພະນະຣະຊີ ພື້ນປະຕູລາອາກາດກາງຫາວ ແລະ ເຂົາສຸເມຣຸ ຣາດ ແລະ ພຣະຍາພູດອຍດົງຫລວງຂະນາດ ອັນເປັນທີ່ຢູ່ອາໄສນອນແຫ່ງສັບພະສັດທັງຫລາຍ ກໍຈົ່ງມາເປັນໄຊຊະນະເຕຊານຸພາບອັນມາກແກ່ທ່ານເຖີ້ນ ຄຳພີຣະໂສມພິ ນາເຄນທານາຄີ ພຣະຍານາກແລະນາງນາກທັງຫລາຍ ອັນຢູ່ໃນຫ້ວຍໃນບໍ່ ບຶງ ຖ້ຳ ຫນອງ ແລະ   ໂສກເຫວ ອັນເລິກແລະຕື້ນກໍດີ ຜີເຊື້ອນ້ຳແລະຜີເຊື້ອບົກທັງຫລາຍກໍດີ ກໍຈົ່ງມາເປັນໄຊຊະນະຜາບແພ້ຂ້າເສິກສັດຕູທັງມວນ ແກ່ທ່ານເຖີ້ນ ທຸນນິມິດຕະໂຣຄີ ນິມິດອັນຊົ່ວຮ້າຍແລະພະຍາດທິໂຣຄາ ກໍຈົ່ງມາເປັນໄຊຊະນະແກ່ທ່ານເຖີ້ນ ມັກວ່າທ່ານທັງຫລາຍຈົ່ງຜະຈົນຜາບແພ້ຍັງນິມິດອັນຊົ່ວຮ້າຍ ແລະ ພະຍາດທິໂຣຄທັງມວນນີ້ເຖີ້ນ ສິງຄິສຸດ ທາ ຄານະມຸຂະຊາ ນໍແຮດແລະເຂົາກວາງຫົດ ອັນເກີດມາແຕ່ຫົວແລະດັງກໍດີ ແຂ້ວຫມູຕັນ ຈັນທະຄາດ ຄຸດແຂງແລະນໍງາ ອັນເກີດມາແຕ່ປາກກໍດີ ກໍຈົ່ງມາເປັນໄຊຊະນະຜາບແພ້ຂ້າເສິກສັດຕູທັງມວນ     ແລະເປັນຂອງຄ້ຳຂອງຄູນໃຫ້ແກ່ທ່ານເຖີ້ນ ຣຸນນະມຸຂະສາຕຣາ ສາຕຣາ ສາດຕະສິນອັນເປັນຂອງກ້າແຂງຫມັ້ນແກ່ນ ອັນອາດນຳອອກເສັຍໄດ້ຍັງສັບພະໂພຍພັຍ ແລະສັບພະສະນຽດຈັງໄຮ ອຸປັດທະວະອົນຕາຍ ອັນໃຫ້ບັງເກີດຍັງຄວາມໂສກເສົ້າແລະຮ້ອງໄຫ້ ກໍຈົ່ງມາເປັນໄຊຊະນະແກ່ທ່ານເຖີ້ນ ຈຳປາທິນາຄະ ກະກຸຣະກັນຖະກັງ         ເຄື່ອງສັງວານແຫ່ງພຣະຍານາກ ຄືດັ່ງສີດອກຈຳປາເປັນຕົ້າ ກໍຈົ່ງມາເປັນໄຊຊະນະແກ່ທ່ານເຖີ້ນ ຄະຊະຄະນະຕຸຣັງຄະມະສຸກະຣະພຸຊັງຄະສິຫະພະຍັກຄະທິປາ ຫມູ່ຊ້າງ ຫມູ່ແຮດ ຫມູ່ມ້າ ຫມູ່ນາກ ເງືອກ ງູ ຫມູ່ຣາຊະສີ ຫມູ່ເສືອໂຄ່ງແລະເສືອເຫລືອງ ອັນມີເຕຊານຸພາບມາກ ແລະມີດ້ວຍປະການສັນໃດ ຂໍທ່ານກໍ່ຈົ່ງມີໄຊຊະນະເຕຊານຸພາບຜາບແພ້ຂ້າເສິກສັດຕູ ໃນສາກາລະຊົມພູທະວິບທັງມວນ ກໍມີດ້ວຍປະການສັນນັ້ນເຖີ້ນ ຣຸນນະມຸກຂະຍາຕຣາ ສາພາວະອັນໃຫ້ລະງັບດັບເສັຍຍັງຄວາມຮ້ອງໄຫ້ກໍດີ ຄວາມພະຈົນຜາບແພ້ຍັງກຳ ລັງທ້າວພຣະຍາ ແລະເສນາຂ້າເສິກສັດຕູ ແລ້ວມີຄວາມຊົມຊື່ນຍິນດີເມື່ອພາຍຣຸນກໍດີ ກໍຈົ່ງມາເປັນໄຊຊະນະອັນລືຊາປາກົດແກ່ທ່ານເຖີ້ນ ສຸຂະສຸຂະຊີວີ ຄວາມລ້ຽງຊີບອັນງ່າຍ ແລະເປັນສຸກສະບາຍກໍດີ ຄວາມຊະນະຜາບແພ້ດ້ວຍດີເຫນືອພື້ນແຜ່ນປະຕະພີ ໃນກາລະທຸກເມື່ອ ທຸກຍາມກໍດີ ການຕິດຈອດແຫ່ງແຜ່ນດິນຕ່ຳ ອັນເນື່ອງໄປດ້ວຍຫມູ່ບ້ານແລະນິຄົມກໍດີ ກໍຈົ່ງມາເປັນໄຊຊະນະອັນລືຊາປາກົດແກ່ທ່ານຫມົດສູ່ອັນເຖີ້ນ, ມັງກະຣາລະຍາ ອັນວ່າອາໄລແຫ່ງມັງກອນ ຄືວ່າຣັດສະມີອັນແຜ່ໄປໄກໄດ້ຮ້ອຍແລະພັນອັນມີແສງມາບໆ ແລະເມືອງໆ ແຫ່ງອັນຣົບເຣວກັນເທິງເຫນືອອາກາດ ກໍຈົ່ງມາເປັນໄຊຍະມຸງຄຸນອັນປະເສີດແກ່ທ່ານເຖີ້ນ ວະຣຸນນະຍັກເຂ ອັນວ່າເດດແຫ່ງ ວະຣຸນນະຍັກກໍດີ ເດດແຫ່ງເທພະບຸດເທພະດາອາຣັກຂາ ພຣະຍາອິສູນແລະພຣະຍານາກກໍດີ ຫມູ່ແຫ່ງພຣະຍາພົມ ແລະ ຫມູ່ແຫ່ງພຣະຍາອິນທັງຫລາຍ ກໍຈົ່ງມາເປັນໄຊຊະນະມັງຄະລະສະວັດດີແກ່ທ່ານຫມົດສູ່ອັນເຖີ້ນ ຣາຊາທິຣາຊະຊະຍັງ ຄວາມຜະຈົນຜາບແພ້ຍັງທ້າວພຣະຍາຕົນນ້ອຍແລະພຣະຍາຕົນໃຫຍ່ຕົນປະເສີດ ກໍຈົ່ງມາເປັນໄຊຊະນະເດຊາອັນຫມັ້ນຄົງແກ່ທ່ານເຖີ້ນ ຂໍທ່ານກໍຈົ່ງຜະຈົນຜາບແພ້ຍັງຫມູ່ສັບພະສັດ ແລະ ທ້າວພຣະຍາຂ້າເສິກສັດຕູ ຫມູ່ປັດຈາມິດໃຫຍ່ນ້ອຍທັງມວນ ອັນຢູ່ເຫນືອແຜ່ນດິນນີ້ເຖີ້ນ ອະຣະຫັນຕັງ ປັດເຈກະພຸດທະສາວັງ ພຣະອາຣະຫັນຕາເຈົ້າ ພຣະປັດເຈກະພຸທເຈົ້າ ແລະ ພຣະສາວົກແຫ່ງພຣະພຸທເຈົ້າ ກໍຈົ່ງມາເປັນໄຊຍະມຸງຄຸນແກ່ທານເຖີ້ນ ມະເຫສຸ ຣັງຄະຫະໂຣຫະຣິນທະເທວາ ພຣະຍາອິສູນຜູ້ເປັນໃຫຍ່ ພຣະຍາອັງຄະຫະຣະ ພຣະຍາຫະຣິນທະເທພະເຈົ້າທັງຫລາຍ ແລະ ພຣະຍາພົມມະສຸຣັກຂະເຈົ້າກໍດີ ກໍຈົ່ງມາເປັນໄຊຊະນະແກ່ທ່ານເຖີ້ນ.
ອັນວ່າພຣະຍານາກ ພຣະຍາວິຣຸລະຫະກະ ພຣະຍາວິລູປັກຂະ ພຣະຈັນ ພຣະອາທິດ ພຣະຍາອິນ ພຣະຍາເວນະໄຕ ພຣະຍາກຸເວຣະ ພຣະຍາວະຣຸນະ ພຣະຍາອັກຄິ ແລະ ພຣະຍາວາຍຸ ພຣະຍາຊຸນຫະ ພຣະຍາກຸມາຣະ ພຣະຍາທະຕະຣັດຖະກະ ເທພະດາທັງຫລາຍຜູ້ໃຫຍ່ທັງສິບແປດຕົນຝູງກ່າວມານີ້ ກໍລ້ວນມີຕະປະເຕຊະນຸພາບອັນມາກ    ແລມີດ້ວຍປະການສັນໃດ ຂໍທ່ານຈົ່ງມີໄຊຊະນະຜາບແພ້ຂ້າເສິກສັດຕູຝູງຫມູ່ປັດຈາມິດທັງຫລາຍ ກໍຈົ່ງມີດ້ວຍປະການສັນນັ້ນເຖີ້ນ ສິດທິຕາປະສະອາທະໂຍ ນັກບວດທັງຫລາຍຝູງມີສິດທິການ ອັນມີຣັດສີ ດາບົດເປັນເຄົ້າ ນັກບວດເຈົ້າທັງຫລາຍຝູງປາຖະນາມັກສະແຫວງ ຫາຍັງພຣະນິບພານ ອັນເປັນພຣະສາວົກທັງມວນ ອັນເປັນໄຊນຳມາເຊິ່ງຄວາມຊົມຊື່ນຍິນດີ ກໍຈົ່ງໃຫ້ເກີດແກ່ທ່ານເຖີ້ນ ທະສະປາໂລຈະ ເທພະດາເຈົ້າຜູ້ຮັກສາຍັງທິດທັງສິບກໍດີ ມັກຄວາມສະຫວັດສະດີໄຊຍະໂຊກທັງ ກໍຈົ່ງມີແກ່ທ່ານ ດ້ວຍເຕຊານຸພາບແຫ່ງໄຊຍະປະກະຣະ ນະສູດນີ້ເຖີ້ນ ຊະຍະໂສດຖີ ອັນວ່າໄຊຍະສິຣິສະວັດສະດີ ກໍຈົ່ງມີແກ່ທ່ານ ດ້ວຍເຕຊານຸພາບແຫ່ງພຣະພຸທເຈົ້າ ພຣະອົງນັ້ນ ຂໍໄຊຍະມຸງ ຄຸນອັນປະເສີດ ຈົ່ງໃຫ້ເກີດມີແກ່ພວກເຮົາທັງຫລາຍເຖີ້ນ ພົມມະຄະນາ ຫມູ່ແຫ່ງພຣະຍາພົມທັງຫລາຍ ອັນມີໃຈຊົມຊື່ນຍິນດີ ກໍເພິ່ງປ່າວເຕືອນບອກຂ່າວໃຫ້ຮູ້ຍັງອັນມີໄຊຊະນະ ແຫ່ງພຣະພຸທເຈົ້າ ຕົນສະແຫວງຫາຍັງຄຸນອັນໃຫຍ່ ໃຕ້ຄ່ວງຕົ້ນໄມ້ ສີມະຫາໂພທິ ຕະທາໃນກາລະຍາມນັ້ນວ່າ: ຊະໂຍປິ ພຸດທັດສະ ສິຣິມະໂຕ ອະຍັງ ມາຣັດສະ ຈະ ປາປິມະໂຕ ປະຣາ ສະໂຍ ອິຕິ ດັ່ງນີ້ ອັນວ່າໄຊຊະນະຜາບແພ້ ພຣະຍາມານກັບທັງເສນາມານ ຍ່ອມມີແກ່ພຣະພຸທເຈົ້າຕົນມີສີຣິ ສ່ວນວ່າຄວາມປະຣາໄຊຜ່າຍແພ້ອັນນີ້ ຍ່ອມມີແກ່ພຣະຍາມານຜູ້ໃຈບາບ ອິນທະຄະນາ ອັນວ່າຫມູ່ແຫ່ງພຣະຍາອິນ ຫມູ່ແຫ່ງເທພະດາທັງຫລາຍ ຫມູ່ແຫ່ງພຣະຍາຄຸດທັງຫລາຍ ຫມູ່ແຫ່ງພຣະຍານາກທັງຫລາຍ ຫມູ່ແຫ່ງເທພະດາ ອະທິສະມານະ ກາຍ ຝູງຢາຍຢັງຢູ່ຄູ່ແຫ່ງຫ້ອງທ້ອງສະຫວັນຊັ້ນວິມານ ໃນແສນໂກດຈັກກະວານທັງມວນກໍດີ ກໍລົ້ນມີຈິດໃຈຊົມຊື່ນຍິນດີແລ້ວກໍເພິ່ງປ່າວເຕືອນບອກຂ່າວສົ່ງສຽງກັນໄປໃຫ້ຮູ້ ເຊິ່ງອັນມີໄຊຊະນະ ຍັງພຣະຍາມານກັບທັງເສນາມານ ແລະ ມະນຸດຝູງເປັນມານ ເມື່ອພຣະພຸດທະເຈົ້າຕົນສະແຫວງຫາຍັງຄຸນອັນໃຫຍ່ ໃນຄ່ວງຕົ້ນໄມ້ສີມະຫາໂພທິ ຕະທາໃນກາລະຍາມນັ້ນວ່າ: ຊະໂຍປິ ພຸດທັດສະ ສິຣິມະໂຕ ອະຍັງ ມາຣັດສະ ຈະ ປາປິມະໂຕ ປະຣາຊະໂຍ ອິຕິ ດັ່ງນີ້ ອັນວ່າໄຊຊະນະຜາບແພ້ຂ້າເສິກສັດຕູ ກັບທັງພຣະຍາມານ ແລະ ເສນາມານທັງມວນ ກໍມີແກ່ພຣະພຸທເຈົ້າຕົນມີສີຣິ ຄວາມພ່າຍແພ້ອັນນີ້ ມີແກ່ພຣະຍາມານຜູ້ໃຈບາບແລ ສັບພັນຍູ ພຸດໂທ ອັນວ່າພຣະພຸທເຈົ້າຕົນຕັດສະຮູ້ແຈ້ງຍັງໂລກທັງມວນ ພຣະກໍໄດ້ໄຊຊະນະຜາບແພ້ ຍັງພຣະຍາມານກັບທັງເສນາມານ ໃນແທບເຄົ້າໄມ້ສີມະຫາໂພທິ ແລະ ໃຫ້ຈຳເຣີນຄວາມຊົມຊື່ນຍິນດີ ແກ່ຊາວສາກະຍະຣາດທັງຫລາຍ ກໍມີດ້ວຍປະການສັນໃດ? ອັນວ່າກິຣິຍາ ອັນຜາບແພ້ຍັງ ສັບພຸປັດທະວັນຕະຣາຍທັງມວນ ກໍຈົ່ງມີແກ່ທ່ານເຖີ້ນ
ພຸດໂທ ອັນວ່າພຣະພຸທເຈົ້າ ຕົນບັນລຸແລ້ວເຊິ່ງຜະຍາສັບພັນ ຍູດຕະຍານອັນປະເສີດ ມີຄວາມຊົມຊື່ນຍິນດີເບີກບານຢູ່ ເຫນືອແທ່ນແກ້ວບ່ອນຜະຈົນຜາບແພ້ພຣະຍາມານ ອັນເປັນໄຊຍະມຸງຄຸນ ເຫນືອໃບບົວ ຄືແຜ່ນດິນອັນເປັນຍອດເປັນຈອມ ເປັນບ່ອນອະພິເສກແຫ່ງພຣະເຈົ້າທັງຫລາຍ ຍະຖາ ແລມີດ້ວຍປະການສັນໃດ ຂໍທ່ານຈົ່ງມີຄວາມຊົມຊື່ນໃນທີ່ທັງມວນ ດ້ວນປະການດັ່ງພຣະພຸທເຈົ້າສັນນັ້ນເຖີ້ນ ທ່ານທັງຫລາຍປະພຶດດີແລ້ວ ໃນເວລາໃດ ເວລານັ້ນ ເປັນຣືກດີ ມຸງຄຸນດີ ເປັນຣັດສະມີຣັງສີດີ ຮຸ່ງເຮືອງດີ ເວລາດີ ເປັນຍາມດີ ອັນຫນຶ່ງ ການບູຊາໃນພົມມະຈະຣີ ບຸກຄົນທັງຫລາຍ ຄືການປະພຶດທາງກາຍ ອັນເປັນກຸສົນສຸຈະຣິດກໍດີ ເວົ້າທາງວາຈາອັນເປັນຄຳດີມີຄຸນປະເສີດກໍດີ ຄິດທາງໃຈ ເປັນການຄິດຖືກກໍດີ ຄວາມປາຖະນາຂອງທ່ານອັນຕັ້ງໄວ້ດີແລ້ວ ເປັນຄວາມປາຖະນາອັນປະເສີດ ຄັນວ່າທ່ານກະທຳແລ້ວ ຍັງສຸຈະຣິດກຳອັນປະເສີດທັງຫລາຍ ທັງທາງກາຍ ວາຈາ ແລະ ໃຈ ກໍບໍ່ເສົ້າຫມອງ ຍ່ອມໄດ້ຍັງປະໂຫຍດທັງຫລາຍ      ເປັນປະໂຫຍດອັນປະເສີດແທ້ແລ ທ່ານທັງຫລາຍມີປະໂຫຍດອັນຫາກໄດ້ດີແລ້ວ ເປັນຜູ້ມີຄວາມສຸກກາຍສະບາຍໃຈແລ້ວ ຍ່ອມຈະເຣີນງອກງາມໃນສາສນາພຣະພຸທເຈົ້າ ຂໍທ່ານຈົ່ງເປັນຜູ້ບໍ່ມີໂຣຄາພະຍາດ ຈົ່ງມີແຕ່ຄວາມສຸກທຸກເມື່ອ ພ້ອມດ້ວຍຍາດພີ່ນ້ອງຝູງຫມູ່ວົງສາທັງຫລາຍຄູ່ຄົນເຖີ້ນ.
ໂພນໂຕ ເທວະສັງຄາ ດູຣາຫມູ່ເທພະດາທັງຫລາຍຝູງໃດທີ່ມາເຖິງ ແລະ ສິງສະຖິດຢູ່ໃນສະຖານທີ່ນີ້ ຂໍເທພະດາເຈົ້າທັງຫລາຍຝູງນັ້ນຈົ່ງຟັງຍັງຖ້ອຍຄຳແຫ່ງຝູງຂ້າ ແລະ ຂໍໃຫ້ເປັນຜູ້ມີອາຍຸຫມັ້ນ ຍືນ ໃນກາລະທຸກເມື່ອເຖີ້ນ ຂໍເທພະດາເຈົ້າທັງຫລາຍຝູງນັ້ນ ຈົ່ງມີຄວາມສຸກໃນກາລະທັງປວງເຖີ້ນ ຂໍເທພະດາເຈົ້າທັງຫລາຍຈົ່ງຮັກ ສາຍັງສັບພະສັດທັງຫລາຍ ແລະ ຮັກສາຍັງພຣະສາສນາ ແຫ່ງພຣະພຸທເຈົ້າ ເທົ້າຫ້າພັນພຣະວັດສາພຸ້ນເຖີ້ນ ຍາກາຈິປັດຖະນາ ອັນວ່າຄວາມປາຖະນາເຍື່ອງໃດເຍື່ອງຫນຶ່ງ ຂອງເທພະດາທັງຫຼາຍຝູງນັ້ນ   ປຸເຣນຕຸມະໂນຣະຖາ ກໍຈົ່ງເຕັມບໍຣິບູນຕາມໃຈມັກແຫ່ງຕົນເຖີ້ນ ວັດສະວະລາຫະກາ ອັນວ່າເທພະດາເຈົ້າທັງຫລາຍຝູງໃຫ້ຍັງຝົນຊົນລະ ທາຖ່ອງແຖວນ້ຳຟ້າສາຍຝົນ ກໍຈົ່ງດົນບັນດານໃຫ້ຕົກລົງມາດ້ວຍດີໃນກາລະອັນຄວນເຖີ້ນ ອັນວ່າພະຍາດໂຣຄາທັງ ຫລາຍ ກັບທັງອຸປັດທະຣົບອົນຕາຍທັງຫລາຍ ຈົ່ງກັບກ່າຍສູນຫາຍໄປເສັຍສ້ຽງ ຢ່າໄດ້ເສດເຫລືອຫລໍໃນກາລະທັງປວງເຖີ້ນ. ຂໍເດດກຸສົນບຸນອັນເຮົາທັງ ຫລາຍຫາກໄດ້ກະທຳແລ້ວແກ່ເທພະດາທັງຫລາຍຝູງນັ້ນ ຂໍເທພາອາ ຮັກທັງຫລາຍ ຈົ່ງນຳມາໃຫ້ຍັງຄວາມສຸກແກ່ຮ່າງກາຍດ້ວຍ ຍັງຄວາມສຸກແກ່ຈິດໃຈດ້ວຍຕາມສົມຄວນແດ່ກໍ່ຂ້າເຖີ້ນ ຈຸລະໄຊປະກະ ຣະນະສູດ ນິດຖິຕັງກໍ່ແລ້ວເທົ່ານີ້ແລ.

ທິບພະມົນ

ທິບພະມົນ
ນະໂມ ຕັດສັຕຖຸ ຣະຕະຣັຕຕະຍັສສະ !
ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ  ຈະ ໂກຈິອຸປັທທະໂວ ຍະຖາ ທັນຍະທາຣາ ທະນັນຊະຍັສສະ ຄະເຣ ປະວັສສັນຕຸ. ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ  ຈະ ໂກຈິອຸປັທທະໂວ ຍະຖາ ການຈະນາມິ ອຸກຄະຕັດສະ ຄະເຣ ປະວັສສັນຕຸ. ມາ ຂະໂຍມາ ວະໂຍຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ການຈະນະຄິຣິສັງກາໂສ ຊະຕິລັດສະ ຄະເຣ ອຸປັດຊະຕິ. ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ  ຈະ ໂກຈິອຸປັທທະໂວ ຍະຖາ ກະຫາປະນານິ  ມັນທາຕຸຣາຊິໂນ ຄະເຣ ປະວັສສັນຕຸ. ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ  ຈະ ໂກຈິອຸປັທທະໂວ ຍະຖາ ສັບພະທະນານິ ປຸນນະກັດສະ  ຄະເຣ ປະວັດສັນຕຸ ມາ ຂະໂຍມາ ວະໂຍຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ສັດຕະຣະຕະນະວັດສານິເວດສັນຕະຣັດສະ ຄະເຣ ປະວັດສັນຕຸຕິ.
ໂພ ສາທະໂວ ດູຣາສັບປຸຣິສາທັງຫຼາຍ ໂກຈິອຸປັດທະໂວ ອັນວ່າຄວາມກັງວົນອົນຕາຍ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານເຖີ້ນ  ໂກຈິປະຣິໂພໂຄ ອັນວ່າເຂົ້າຂອງເຄື່ອງບໍລິໂພກ ອັນໃດອັນໜຶ່ງກໍດີ ມາຂະໂຍມາວະໂຍ ກໍຢ່າສ້ຽງໄປເໝີດໄປແກ່ທ່ານເຖີ້ນ. ທັນຍະທາຣາ ອັນວ່າຖ່ອງແຖວເຂົ້າເປືອກທັງຫຼາຍກໍຈົ່ງຕົກລົງມາ ຄະເຣ ໃນເຮືອນແຫ່ງທະນັນໄຊຍະເສດຖີ ແລ ມີດ້ວຍປະການສັນໃດ ອັນວ່າຖ່ອງແຖວເຂົ້າເປືອກທັງຫຼາຍກໍໃຫ້ຕົກລົງມາ ຄະເຣໃນຢ້າວເຮືອນແຫ່ງທ່ານ ກໍມີດ້ວຍປະການສັນນັ້ນເຖີ້ນ ກ່າວຄືວ່າຄວາມສ້ຽງໄປເໝີດໄປແຫ່ງວັດຖຸເຂົ້າຂອງເຄື່ອງບໍລິໂພກ ກໍດີແລ ຄວາມກັງວົນອົນຕາຍອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານເຖີ້ນ. ອີກປະການໜຶ່ງ ໂກຈິ ປະຣິໂພໂຄ ອັນວ່າເຂົ້າຂອງກອງແກ້ວ ອັນໃດອັນໜຶ່ງກໍດີກໍຢ່າໄດ້ບົກໄດ້ແຫ້ງໄປແກ່ທານເຖີ້ນ. ການຈະນານິ ອັນວ່າເງິນແລະຄຳທັງຫຼາຍ ກໍຕົກລົງມາ ຄະເຣ ໃນເຮືອນແຫ່ງອຸກຄະເສດຖີ ແລມີອຸປະມາສັນໃດ ອັນວ່າເງິນ ແລະ ຄຳທັງຫຼາຍ ກໍຈົ່ງຫຼັງໄຫຼລົງມາ ຄະເຣ ໃນຢ້າວເຮືອນແຫ່ງທ່ານ ກໍມີອຸປະມາສັນນັ້ນເຖີ້ນ. ໂກຈິ ອຸປັທທະໂວ ອັນວ່າອຸປັດທະວະເຫດຮ້າຍອົນຕຼາຍ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານທັງຫຼາຍເຖີ້ນ.
ອັນໜຶ່ງ ໂກຈິ ປະຣິໂພໂຄ ອັນວ່າວັດຖຸເຂົ້າຂອງເຄື່ອງບໍລິໂພກ ທີ່ໄດ້ເສຍສະລະວາງໄປໃຫ້ເປັນທານແລ້ວ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບົກໄດ້ແຫ້ງໄປແກ່ທ່ານເຖີ້ນ. ການຈະນະຄິຣິສັງກາໂສ ອັນວ່າດອຍຄຳອັນສູງໄດ້ແປດສອກ ກໍເກີດມີມາໃນກຳລັງແຫ່ງຊະດິນເສດຖີ ແລມີດ້ວຍປະການສັນໃດ ອັນວ່າເງິນແລະຄຳອັນເປັນພູດອຍ ກໍຈົ່ງບັງເກີດມີແກ່ທ່ານທັງຫຼາຍດ້ວຍປະການສັນນັ້ນເຖີ້ນ. ອັນວ່າອຸປັທທະວະອົນຕຼາຍທັງ ຫຼາຍ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ເກີດມີແກ່ທ່ານເຖີ້ນ.
ອີກປະການໜຶ່ງ ອັນວ່າວັດຖຸເຂົ້າຂອງເຄື່ອງບໍລິໂພກ ອັນໄດ້ໃຫ້ທານໄປແລ້ວ ກ່າວຄືວ່າເງິນແລະຄຳ ແກ້ວ ແຫວນ ເສື້ອຜ້າອາພອນ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ສ້ຽງໄປເໝີດໄປກໍຂ້າແລ. ກະຫາປະນານິ ອັນວ່າກະຫາປະນະຄືວ່າເງິນຄຳທັງຫຼາຍ ກໍຕົກລົງມາ ຄະເຣ ໃນຢ້າວເຮືອນຫໍໂຮງແຫ່ງພະຍາມັນທາຕຸຣາດ ດ້ວຍປະການອັນໃດ ອັນວ່າເຂົ້າຂອງກອງແກ້ວ ແລະ ເງິນຄຳທັງຫຼາຍ ກໍຈົ່ງຕົກລົງມາ ຄະເຣ ໃນຢ້າວເຮືອນແຫ່ງທ່ານທັງຫຼາຍ ດ້ວຍປະການສັນນັ້ນເຖີ້ນ. ສ່ວນອັນວ່າຄຳກັງວົນອົນຕາຍ ເຍື່ອງໃດເຍື່ອງໜຶ່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານ ພ້ອມທັງເຂົ້າຂອງເຄື່ອງບໍລິໂພກ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ສ້ຽງໄປໝົດໄປແກ່ທ່ານເຖີ້ນ ສັບພະທະນານິ ອັນວ່າຊັບສົມບັດເຂົ້າຂອງທັງມວນ ອັນຕົກລົງມາຄະເຣ   ໃນເຮືອນແຫ່ງປຸນນະກະເສດຖີ   ແລມີອຸປະມາສັນໃດ ອັນວ່າຊັບສົມບັດເຂົ້າຂອງເຫຼົ່ານັ້ນ ກໍຈົ່ງຕົກລົງມາ ຄະເຣ ໃນຢ້າວເຮືອນຂອງທ່ານດ້ວຍປະການສັນນັ້ນເຖີ້ນ. ກັບທັງຄວາມກັງວົນອົນຕຼາຍ ທັງຫຼາຍ      ເປັນຕົ້ນວ່າ ຄວາມບໍ່ສຳບາຍເດືອດເນື້ອຮ້ອນໃຈ ເຈັບໄຂ ທຸກໂສກ   ໄໝ້ໝອງໃຈ ແລະ ຮ້ອງໄຫ້ຕ່າງໆກໍຢ່າໄດ້ບັງເກີດມີແກ່ທ່ານເຖີ້ນ ອີກປະການໜຶ່ງ ອັນວ່າເຂົ້າຂອງເຄື່ອງບໍລິໂພກ ອັນໃດອັນໜຶ່ງກໍດີ ຄືວ່າເງິນຄຳແກ້ວແຫວນ ເສື້ອຜ້າອາພອນ ແລະ ເຂົ້ານ້ຳໂພຊະນະອາຫານກໍຢ່າໄດ້ສ້ຽງ ໄດ້ເໝີດແກ່ທ່ານແລ. ສັຕຕະຣະຕະນະວັສສານິ ອັນວ່າຫາຝົນແກ້ວ ໗ ປະການ ອັນຕົກລົງມາ ໃນຄ່ວງຄຸ້ມຜາສາດຣາຊວັງຫຼວງແຫ່ງພະຍາເວດສັນດອນ ປາງເມື່ອເປັນຣັດສີຕົນສຶກໃໝ່ ສະເດັດຈາກປ່າໄມ້ເຂົ້າມາເມືອງວັນນັ້ນ ກໍມີດ້ວຍປະການສັນໃດ ອັນວ່າຫ່າຝົນແກ້ວ ໗ ປະການຄື: ແກ້ວປັທທະມະຣາດເຫຼື້ອມເຫຼືອຕາ ແກ້ວພິລາງາມພົ້ນພຸ່ງ ແກ້ວປະພານມີແສງເຮືອງຮຸ່ງ ແກ້ວມະນີພຸ່ງຣັສສະໝີ ແກ້ວພິທູນມີຄ່າມາກ ແກ້ວວະສີຣະຫຼາກອາພາ ແກ້ວມຸກດາງາມຊ້ອຍໂຊດ ເງິນຄຳໂສດເຫຼືອຫຼາຍ ກໍຈົ່ງຕົກລົງມາຢາຍຢັງຢາດເຢຽຣະດາດເຕັມບ້ານເຕັມເຮືອນ ຂອງທ່ານເຈົ້າມູລສັດທາອັນມີເຈົ້າເຮືອນເປັນເຄົ້າ ກັບທັງຂໍຢ່ໃຫ້ພວກທ່ານໂສກເສົ້າ ທຸກຍາກໄຮ້ເຂັນໃຈສັງສັກເທື່ອກໍຂ້າເທີ້ນ.
ເທສະໜາ ປະຣິໂຍສະເນ ໃນເມື່ອແລ້ວສັທທັມມະເທສະໜາ ຂໍໃຫ້ເຈົ້າມູລສັທທາທັງຫຼາຍ ຈົ່ງໄດ້ດັ່ງຄຳມັກ ຄຳປາດຖະໜາສົມດັ່ງກ່າວມາແລ້ວແຕ່ຫົນຫຼັງ ນິຕຖີຕັງ ກໍສະເດັດບໍລະບວນຄວນເທົ່ານີ້ກໍແລ.

ສະລາກາຣະວິຊາສູດ

ສະລາກາຣະວິຊາສູດ
    ນະໂມ ຕັດສັດຖຸ !
    ເອວັມເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ຣາຊະຄະເຫ ວິຫາຣະຕິ ຄິດຊະກູເຕ ປັບພະເຕຕິ
    ໂພ ສາທະໂວ ດູຣາສັບປຸຣິສາທັງຫຼາຍ ຝູງປາຖນາຫາຍັງສຸກ  ໓ ປະການ ມີນິຣະພານເປັນທີ່ແລ້ວ ຈົ່ງຕັ້ງໂສຕະປະສາດແກ້ວທັງສອງ ຄອຍຮອງຮັບຟັງຣົສທັມມະເທສນາ ຊື່ວ່າ ສະລາກາຣະວິຊາສູດ ແຫ່ງອົງພຣະສັມມາສັມພຸທເຈົ້າ ຫາກຈັກເທສນາໄປພາຍຫນ້າວ່າ:
    ເອກັງ ສະມະຍັງ ຍັງມີໃນກາລະຄາບນຶງ ພະຄະວາ ອັນວ່າ ພຣະພຸຸທເຈົ້າແຫ່ງເຮົາກໍສະຖິດຢູ່ສຳຣານ ເຫນືອຈອມເຂົາຄິດຊະກູດ                                        ໃກ້ກຸງຣາຊະຄຶມະຫານະຄອນ ມີປະມານວ່າ ໄດ້ຫ້າຮ້ອຍຊົ່ວຂາທະນູກໍມີແລ.
    ເຕນະ ໂຂ ປະນະ ສະມະເຍນະ ໃນກາລະເມື່ອນັ້ນ ພຣະອານົນເຖຣະເຈົ້າ ເກີດເປັນພະຍາດບໍ່ສຳບາຍ ເປັນທຸກຂະເວທະນາລຳບາກຍິ່ງຫນັກຫນາ ມີຄວາມເຈັບປວດຍວດຍິ່ງ ບໍ່ອາດທົນຢູ່ໄດ້ ຄັ້ງນັ້ນ ພຣະພຸທເຈົ້າກໍສະເດັດໄປຢາມ ປະທັບນັ່ງເທິງອາສະນະທີ່ພຣະອານົນເຖຣະເຈົ້າປູໄວ້ດີແລ້ວ ຈິ່ງກຼ່າວເຊິ່ງພຣະອານົນວ່າ ອານັນທະ ດູຣາອານົນ ສະພາວະອັນຫາພະຍາດບໍ່ໄດ້ ກໍຍັງມີແກ່ທ່ານອັນຊະລື ພຣະອານົນຂາບທູນວ່າ ພັນເຕ ພະຄະວາ ຂ້າໄຫວ້ພຣະສັບພັນຍູເຈົ້າ ສ່ວນອັນວ່າພຍາທິໂຣຄາ ອັນບໍ່ໄດ້ເສື່ອມຄາຍຫາຍໄປຈາກຜູ້ຂ້າແລ ພຣະພຸທເຈົ້າຈິ່ງກ່າວວ່າ ອານັນທະ ດູຣາອານົນ ທ່ານຈົ່ງສູດຮຽນເອົາຍັງ ສະລາກາຣະວິຊາສູດອັນນີ້ ຈື່ຈຳໄວ້ໃຫ້ຫມັ້ນ ຫມັ່ນຈຳເຣີນພາວະນາຢູ່ໄຈວ້ໆ ຢ່າໃຫ້ຂາດສາຍເຖີ້ນ ກໍຈັກເປັນຄຸນເປັນປະໂຫຍດແກ່ທ່ານມາກຫນັກແລ ແມ່ນວ່າໂພຍພັຍ ອັນຕະ ຣາຍຕ່າງໆ ເປັນຕົ້ນວ່າພຍາທິໂຣຄາ ແລະ ພັຍອັນດຸ້ງຕົກໃຈກົວ ຫນັງຫົວພອງສະຍອງເກົ້າ ເສັ້ນຂົນລຸກອັນໃດກໍດີ ກໍຈະຣະງັບດັບຫາຍໄປດ້ວຍ ເຕຊະອານຸພາບແຫ່ງສະລາກາຣະວິຊາສູດດວງນີ້ແລ ອານັນທະ ດູຣາອາ ນົນ ສ່ວນອັນວ່າພຣະພຸທເຈົ້າທັງຫຼາຍ ອັນມີພຣະວິປັດສີພຸທເຈົ້າເປັນເຄົ້າ ກໍຫາກເທສນາຍັງ ຄາຖາສະລາກາຣະວິຊາສູດ ອັນນີ້ຫມົດທຸກອົງສືບໆກັນມາ ເພື່ອເປັນປະໂຫຍດ ແລະ ຄວາມສຸກແກ່ປານະສັດທັງຫລາຍວ່າດັ່ງນີ້:
     ອຸດຖຸລລາ ທຸດຖຸລລາ ປັນທຸລາ ມະທຸລາ ຕັນທຸລາ ປຸບຜະລາ ກັນລະລາ ນະ ໂຈເຣນະ ໂສ ກາຣັງ ກະຣິດສະຕິ ນະ ອັກຄິ     ໂສ ກາຣັງ ກະຣິດສະຕິ ນະ ອຸທະເກນະ ໂສ ກາຣັງ ກະຣິດສະຕິ ນະວະຕິ ນະ ນິດສາເຈນະ ໂສ ກາຣັງ ກະຣິດສະຕິ ນະ ນາເຄນະ ໂສ ກາຣັງ ກະຣິດສະຕິ ນະ ໂລເພນະ ໂສ ກາຣັງ ກະຣິດສະຕິ ນະ ພະຍາທິໂສ  ກາຣັງ ກະຣິດສະຕິ ນະ ຕັດຖະ ສັນຕະສັງ ກະຕັງ ພະວິດສະຕິ ນະ ປາທາ ສັນຕະສັງ ຣັກຂັງ ກະຕັງ ພະວິດສະຕິ ນະ ສຸຂັງ ສັນຕະສັງກະຕັງ ພະວິດສະຕິ ນະ ຈັກຂຸ ສັນຕະສັງ ຣັກຂັງ ກະຕັງ ພະວິດສະຕິ ນະ ໂສຕະ ສັນຕະ ສັງກະຕັງ ພະວິດສະຕິ ນະ ຄານະ ສັນຕະສັງ ຣັກຂັງກະຕັງ ພະວິດສະຕິ ນະ ຊິວຫາ ສັນຕະສັງກະຕັງ ພະວິດສະຕິ ນະ ກາໂຍ ສັນຕະສັງ ຣັກຂັງ ກະຕັງ ພະວິດສະຕິ ນະ ມະໂນ ສັນຕະສັງ ກະຕັງ ພະວິດສະຕິ ນະ ພະວັກຄະສັນຕະສັງ ຣັກຂັງ ກະຕັງ ພະວິດສະຕິ ຕັດຖະ ອຸດຕະຣັງ ນະ ລະພິດສະຕິ.
    ຄາຖາອັນນີ້ຊື່ວ່າ ສະລາກາຣະວິຊາສູດແລ ອານັນທະ ດູຣາອານົນ ບຸກຄົນຜູ້ໃດ ໄດ້ສູດສາທະຍາຍຢູ່ແຕ່ບົດໃດບົດນຶ່ງກໍດີ ບຸກຄົນຜູ້ນັ້ນກໍຈັກ ບໍ່ຫ່ອນຕາຍຍ້ອນໂຈນຜູ້ຮ້າຍ ແລະ ສັດປ່າໂຕຊົ່ວຊ້າກ້າຄະນອງເປັນຕົ້ນວ່າ ຊ້າງຮ້າຍ ມ້າຮ້າຍ ງົວຮ້າຍ ຄວາຍຮ້າຍ ຂີ້ເຂັບ   ແມງງອດ ແລະ ເງືອກ ງູ ເສືອ ຫມີ ເຫມືອຍຮ້າຍແລ ບໍ່ຫ່ອນຕາຍຍ້ອນຫອກ ດາບ ໄມ້ຄ້ອນ ກ້ອນດິນ ຫນ້າໄມ້ ປືນ ໄຟ ແລ ອາດຍາສິດແຫ່ງອຳນາດທັງຫລາຍ ແລະ ບໍ່ຫ່ອນຕາຍຍ້ອນພູດຜີປີສາດອັນມີຜີເສື້ອນ້ຳ ເສື້ອ ບົກສັກຄາບແລ ບໍ່ຫ່ອນຕາຍຍ້ອນ ນ້ຳ ໄຟ ລົມ ອັນໃດ ອັນນຶ່ງ ກໍຍ້ອນເຕຊະອານຸພາບແຫ່ງ ສະລາກາຣະວິຊາສູດ ດວງປະເສີດນີ້ແລ.
    ອານັນທະ ດູຣາອານົນ ບຸກຄົນຜູ້ໃດມີຈິດໃຈເຫລື້ອມໃສຊົມຊື່ນ ຍິນດີໃນພຣະທັມອັນປະເສີດ ຊື່ວ່າ ສະລາກາຣະວິຊາສູດດວງນີ້  ແລະ ປາຖນາຄວາມຈະເຣີນຮຸ່ງເຮືອງໃນບ້ານເຮືອນຂອງຕົນແລ້ວ ຈົ່ງແຕ່ງເຄື່ອງສັກກາຣະບູຊາ ຄາຖາອັນນີ້ ດ້ວຍສິ່ງຂອງມີຕົ້ນວ່າ ເຂົ້າເປືອກ ເຂົ້າສານ ປະທູບ ປະທີບ ນ້ຳມັນ ແລະ ເຂົ້າຕອກດອກໄມ້ ຄັນທະຣົສຂອງຫອມ ຕົ້ນກ້ວຍ ຕົ້ນອ້ອຍ ຊໍ່ນ້ອຍ ແລະ ທຸງໄຊ ຫມ້ຽງ ຫມາກ ເບ້ຽພ້າວ ເບ້ຽຫມາກ ແລະ ພູ ວັດຖຸເຄື່ອງປູກຝັງທັງຫລາຍຕ່າງໆ ເຫລົ່ານີ້ເປັນຕົ້ນແລ້ວ ຈິ່ງນິມົນພຣະສັງຄະເຈົ້າຕົນມີສິນ ມາເທສນາ ທັມດວງປະເສີດນີ້ ແລ້ວໃຫ້ຕັ້ງໃຈຟັງດ້ວຍຄວາມເຄົາຣົບ ອ່ອນນ້ອມ ຕັ້ງແຕ່ຕົ້ນເຖິງປາຍ ໃຫ້ແລ້ວບໍຣະບວນດັ່ງນັ້ນ ສ່ວນອັນ ວ່າບຸກຄົນຜູ້ນັ້ນ ກໍຈະພົ້ນຈາກພຍາທິໂຣຄາ ອັນເກີດ ຈາກເຈັບຕາ     ເຈັບຫູ ເຈັບຫົວ ເຈັບດັງ ເຈັບປາກ ເຈັບມື ເຈັບແຂນ ເຈັບຫລັງ ເຈັບແອວ ເຈັບແຂ່ງ ເຈັບຂາ ແລະ ກາຍເນື້ອຕົນຕົວທັງມວນ ແລະ ສັບພະທຸກເດືອດຮ້ອນທັງຫລາຍ ອັນໃດອັນນຶ່ງ ກໍຈັກຫ່າງຫາຍໄປເສັຽຫັ້ນແລ ຍ້ອນເຕຊະອຳນາດແຫ່ງຄາຖາສະລາກາຣະວິຊາສູດຂອງພຣະພຸທເຈົ້າ ຫາກມາປົກປັກຮັກສາທຸກເມື່ອທຸກຍາມແລ ອານັນ ທະ ດູຣາອານົນ ບຸກຄົນຜູ້ໃດມັກໄຄ່ຢາກຮັ່ງຢາກມີເປັນດີມີສົມບັດເຂົ້າຂອງ ເງິນ ຄຳ ແກ້ວ ແຫວນ ເສື້ອຜ້າອາພອນເຂົ້າເປືອກ ເຂົ້າ ສານ ຊ້າງ ມ້າ ງົວ ຄວາຍ ດັ່ງນັ້ນກໍດີ ແລະ ມັກໄຄ່ໃຫ້ພົ້ນຈາກເຄາະເຂັນ ອຸບາດວິນາດຈັງໄຮ ແລະ ພົ້ນຈາກຂ້າເສິກສັດຕູ້ທັງມວນກໍດີ ກໍຈົ່ງນິມົນພຣະສັງຄະເຈົ້າຜູ້ມີສິນບໍລິສຸດມາສູດເທສນາ ຍັງ ສະລາກາຣະວິຊາສູດອັນນີ້ ໄປສັງຮອມຊ່ອຍເຫລືອຄືວ່າ ສືບຊາຕາບ້ານ ຊາຕາເມືອງ ຊາຕາຢ້າວເຮືອນ ຊາຕາສັບພະວັດຖຸທັງຫລາຍ ແລະ ສືບຊາຕາວັດວາອາຮາມທັງຫລາຍ ກໍຈັກວຸດທິຈຳເຣີນຮຸ່ງເຮືອງມາກນັກແທ້ແລ ກໍຍ້ອນຣົສທັມຄຳສອນແຫ່ງພຣະພຸທເຈົ້ານັ້ນບໍ່ຢ່າຊະແລ ບ້ານ ເມືອງ ຢ້າວເຮືອນ ສັບພະວັດຖຸເຄື່ອງປູກຂອງຝັງ ເງິນຄຳ ງົວຄວາຍ ແລະ ຄົນທັງຫລາຍຝູງນັ້ນ ກໍບໍ່ຫ່ອນຈັກມີຄຳໂທມະນັດຂັດໃຈເຍື່ອງໃດແລ ຈັກປະກອບໄປດ້ວຍລາບ ຍົດ ສັຣເສີນ ແລະ ຄວາມສຸກໃນອິຣິຍະບົດທັງສີ່ ຄື ຢືນ ຍ່າງ ນັ່ງ ນອນ ມີຄວາມສຸກທຸກເມື່ອ ເປັນດັ່ງເງົາທຽມຕົນໄປຫັ້ນແລ ກໍຍ້ອນເຕຊະອານຸພາບ ແຫ່ງສະລາກາຣະວິຊາສູດທັມດວງປະເສີດ ກໍຫາກມາຮັກສາຄຸ້ມຄອງຍັງບຸກຄົນຜູ້ນັ້ນໄປທຸກຊາດກໍມີແລ.
    ຈັດຕາໂຣ ມະຫາຣາຊາ ອັນວ່າ ທ້າວມະຫາຣາດ ທັງສີ່ ຄື: ທ້າວທະຕະຣັດຖະ ອັນເປັນເຈົ້າແຫ່ງຄັນທັບພະທັງຫລາຍ ຜູ້ຮັກສາຍັງທິດບົວຣະພາກໍດີ ທ້າວວິຣຸລຫົກ ອັນເປັນກົກແຫ່ງກຸມພັນທັງ ຫລາຍ ຜູ້ຮັກສາຍັງທິດທັກຂິນກໍດີ ທ້າວວິຣູປັກຂະ ອັນເປັນເຈົ້າແຫ່ງນາກທັງຫລາຍ ຜູ້ຮັກສາຍັງທິດປະຈິມກໍດີ ທ້າວກຸເວຣະ ອັນເປັນເຈົ້າແຫ່ງຍັກທັງຫລາຍ ຜູ້ຮັກສາຍັງທິດອຸດອນກໍດີ ແລະ ພ້ອມໄປດ້ວຍບໍລິວານຂອງຕົນເປັນຕົ້ນວ່າ:
    ຍັກໂຂ ວາ ຍັກຂິນິ ວາ ຍັກຂະໂປຕະໂກ ວາ ຍັກຂະໂປຕິກາ ວາ ຍັກຂະມະຫາມັດໂຕ ວາ ຍັກຂະປາຣິສັດໂຊ ວາ ຍັກຂະປະຈາໂຣ ວາ, ຄັນທັບໂພ ວາ ຄັນທັບພີ ວາ ຄັນທັບພະໂປຕະໂກ ວາ ຄັນທັບພະໂປຕິກາ ວາ ຄັນທັບພະມະຫາມັດໂຕ ວາ ຄັນທັບພະປາຣິສັດໂຊ ວາ ຄັນທັບພະປະຈາໂຣ ວາ, ກຸມພັນໂດ ວາ ກຸມພັນດີ ວາ ກຸມພັນດະໂປຕະໂກ ວາ ກຸມພັນດະໂປຕິກາ ວາ ກຸມພັນດະມະຫາມັດໂຕ ວາ ກຸມ ພັນດະປາຣິສັດໂຊ ວາ ກຸມພັນດະປະຈາໂຣ ວາ, ນາໂຄ ວາ ນາຄີ ວາ ນາຄະໂປຕະໂກ ວາ ນາຄະໂປຕິກາ ວາ ນາຄະມະຫາມັດໂຕ ວາ ນາຄະປາຣິສັດໂຊ ວາ ນາຄະປະຈາໂຣ ວາ, ປະທຸດຖະຈິດໂຕ ພິກຂຸນັງ ພິກຂຸນີນັງ ອຸປາສະການັງ ອຸປາສິການັງ ຄຸດຕິຍາ ຣັກຂາຍະ ອະວິຫິງສາຍະ ຜາສຸວິຫາຣາຍາຕິ.
    ອານັນທະ ດູຣາອານົນ ສ່ວນອັນວ່າຍັກທັງຫລາຍຝູງນັ້ນກຼ່າວ ຄືວ່າ ຍັກຜູ້ຊາຍຜູ້ຍິງກໍດີ ຜູ້ເປັນລູກຊາຍລູກຍິງກໍດີ ຍັກຜູ້ເປັນປູ່ເປັນຍ່າເປັນຕາເປັນຍາຍກໍດີ ຍັກຜູ້ເປັນພີ່ຊາຍພີ່ຍິງ ນ້ອງຊາຍນ້ອງຍິງກໍດີ ແລະ ຍັກຜູ້ເປັນເສນາມະຫາອຳນາດ ເປັນບໍລິວານຮັບໃຊ້ສອຍກໍດີ ຝູງຢູ່ໄກ ແລະ ຢູ່ໃກ້ກໍດີ ຄັນທັບພະທັງຫລາຍ ຝູງເປັນຜູ້ຊາຍຜູ້ຍິງກໍດີ ຜູ້ເປັນລູກຊາຍລູກຍິງກໍດີ ຄັນທັບພະຜູ້ເປັນປູ່ເປັນຍ່າ ເປັນຕາ ເປັນຍາຍກໍດີ ຄັນທັບພະຜູ້ເປັນພີ່ຊາຍພີ່ຍິງ ນ້ອງຊາຍນ້ອງຍິງກໍດີ ແລະ ຄັນທັບພະຜູ້ເປັນເສນາມະຫາອຳມາດ ເປັນບໍລິວານຮັບໃຊ້ສອຍກໍດີ ຝູງຢູ່ໄກແລະຢູ່ໃກ້ກໍດີ ກຸມພັນດະທັງຫລາຍ ຝູູງເປັນຜູ້ຊາຍຜູ້ຍິງກໍດີ ຜູ້ເປັນລູກຊາຍລູກຍິງກໍດີ ກຸມພັນດະ ຜູ້ເປັນປູ່ ເປັນຍາ ເປັນຕາ ເປັນຍາຍກໍດີ ກຸມພັນດະ ຜູ້ເປັນພີ່ຊາຍພີ່ຍິງ ນ້ອງຊາຍນ້ອງຍິງກໍດີ ແລະ ກຸມພັນດະ ຜູ້ເປັນເສນາມະຫາອຳມາດ ເປັນບໍຣິວານຮັບໃຊ້ສອຍກໍດີ ຝູງຢູ່ໄກ ແລະ ຢູ່ໃກ້ກໍດີ ນາກທັງຫລາຍ ຝູງເປັນຜູ້ຊາຍຜູ້ຍິງກໍດີ ຜູ້ເປັນລູກຊາຍລູກຍິງກໍດີ ນາກຜູ້ເປັນປູ່ເປັນຍ່າ ເປັນຕາ ເປັນຍາຍກໍດີ ນາກຜູ້ເປັນພີ່ຊາຍພີ່ຍິງ ນ້ອງຊາຍນ້ອງຍິງກໍດີ ແລະ ນາກຜູ້ເປັນເສນາມະຫາອຳມາດ ເປັນບໍລິວານຮັບໃຊ້ສອຍກໍດີ ຝູງຢູ່ໄກແລະຢູ່ໃກ້ກໍດີ ຍັກຂະ ຄັນທັບພະ ກຸມພັນດະ ແລະ ນາກທັງຫລາຍຝູູງນັ້ນ ກໍບໍ່ຫ່ອນມີໃຈສາໂຫດຫຍາບຊ້າ ມັກໄຄ່ກະທຳໂທດແກ່ປານະສັດທັງ ຫລາຍ ຫມາຍມີບໍຣິສັດສີ່ຈຳພວກຄືວ່າ ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ຜູ້ໄດ້ສະດັບຮັບຟັງຍັງຜູ້ອື່ນເທສນາກໍດີ ແລຜູ້ໄດ້ຂຶ້ນໃຈເອົາສູດສູ່ມື້ກໍດີ ຍັງຄາຖາສະລາກາຣະວິຊາສູດນີ້ ໂດຍເຄົາຣົບອ່ອນນ້ອມຕັ້ງແຕ່ຕົ້ນເຖິງປາຍ ແລ້ວຍ່ອມຈັກເປັນທີ່ຈັ້ງທີ່ເພິ່ງແກ່ເວໄນຍະສັດທັງ ຫລາຍໄດ້ແທ້ແລ ດ້ວຍເຫດນັ້ນພຣະພຸທເຈົ້າຈິ່ງໄດ້ຕັດເທສນາ ສະລາກາຣະວິຊາສູດ ອັນປະເສີດນີ້ໄວ້ ເພື່ອໃຫ້ເປັນເຄື່ອງຄຸ້ມຄອງຮັກສາຍັງພຸທສາສະນິກະຊົນທັງຫລາຍ ບໍ່ໃຫ້ເກີດມີຄວາມລຳບາກກາຍ ແລະ ໃຈ ເພື່ອໃຫ້ຢູ່ດ້ວຍຄວາມສຸກກະເສີມສຳຣານຕາບຕໍ່ເທົ້າເຖິງອາຍຸໄຂພຸ້ນຊະແລ.
    ພະຄະວາ ອັນວ່າ ພຣະສັບພັນຍູເຈົ້າຕົນປະກອບໄປດ້ວຍມະຫາກະຣຸນາເປັນອັນມາກ ກໍຫາກເທສນາຍັງ ສະລາກາຣະວິຊາສູດອັນປະເສີດນີ້ແກ່ພຣະອານົນເຖຣະເຈົ້າ ສ່ວນອັນວ່າ ພຣະອານົນເຖຣະເຈົ້າ ກໍໄດ້ສະດັບຮັບຟັງ ຮຽນເອົາຍັງທັມດວງປະເສີດນີ້ແລ້ວ ລວດບັງເກີດມີໃຈຊົມຊື່ນຍິນດີມາກຍິ່ງຫນັກຫນາ ອັນພຍາທິໂຣຄາຕ່າງໆ ກໍຣະງັບດັບຫາຍໄປບໍ່ສ້ຽງບໍ່ຫລໍຈັກອັນ ກໍມີໃນກາລະບັດນັ້ນຫັ້ນແລ.
    ເທສນາປະຣິໂຍສາເນ ເມື່ອພຣະພຸທເຈົ້າ ຊົງສຳແດງຍັງສະລາກາຣະວິຊາສູດ ສຸດລົງແລ້ວ ເທວາ ມະນຸດສາ ຈະ ອັນວ່າ ຄົນ ແລະ ເທວະດາທັງຫລາຍເປັນອັນມາກກໍດີ ຈະຕຸປະຣິສາ ຈະ ອັນວ່າ ບໍຣິສັດສີ່ທັງຫລາຍກໍດີ ພ້ອມທັງພຣະຍາອິນ ພຣະຍາພຣົມ ພຣະຍາຍົມຣາດ ແລະ ທ້າວຈະຕຸໂລກບານທັງສີ່ ອັນໄດ້ຟັງຍັງຣົສທັມມະເທສນາ ແຫ່ງອົງພຣະສັດຖາສັບພັນຍູເຈົ້າ ດວງວິເສດນີ້ແລ້ວ ລວດມີຄວາມປິຕິເຫລື້ອມໃສເປັນອັນຍິ່ງ ລາງພວກມີຄວາມເຊື່ອ ມີຄວາມເຫລື້ອມໃສ ລາງພວກກໍໄດ້ເຖິງພຣະຣັຕນະໄຕຣເປັນທີ່ເພິ່ງ ລາງພວກກໍໄດ້ເຖິງທັມມະວິເສດ ຕັດກິເລດຕັນຫາ ລາງພວກກໍໄດ້ເຖິງໂສຕາປັດຕິຜະລະຍານເປັນເຄົ້າ ອັນມີອະຣະຫັນຕາຜະລະຍານເຈົ້າເປັນປະຣິໂຍສານກໍມີວັນນັ້ນແລ.
    ສະລາກາຣະວິຊາສຸດຕັງ ອັນວ່າກິຍາ ອັນກຼ່າວຍ້ອງຍໍສະລາກາຣະວິຊາສູດ ອັນມີຢູ່ໃນຄັມພີ ທິບພະມົນຜູກປາຍນັ້ນ ນິດຖິຕັງ ກໍສະເດັດບໍຣະບວນຄວນແລ້ວທໍ່ນີ້ກ່ອນແລ.

ຍັນທຸນເທດສະໜາ

ຍັນທຸນເທດສະໜາ
        ນະໂມ ຕັດສັດຖຸ !
        ຍັນທຸນນິມິດຕັງ        ອະວະມັງຄະລັນຈະ
        ໂຍ ຈາມະນາໂປ        ສະກຸນັດສະ ສັດໂທ
        ປາປັກຄະໂຫ            ທຸດສຸປິນັງ ອະກັນຕັງ
        ພຸດທານຸພາເວນະ        ທັມມານຸພາເວນະ
        ສັງຄານຸພາເວນະ        ວິນາສະເມນຕູຕິ.
    ສາທະໂວ ດູຣາສັບປຸຣິສາທັງຫຼາຍຝູງປາດຖະໜາຫາຍັງສຸກສາມປະການ ມິນິລະພານເປັນທີ່ແລ້ວ ແລະ ມັກໄຄ່ຈັກຜາບແພ້ ຂັບໄລ່ໂຜຍໄພທັງເຄາະເຂັນຈັງໄຮ ແລະ ໂຣຄາພະຍາດ ທັງອຸບາດອົນຕຼາຍອັນມີພາຍໃນ ແລະ ພາຍນອກຂັນທະສັນດານ ກ່າວຄືວ່າ ຣາຊະໄພ ໂຈລະໄພ ອັກຄີໄພ ອຸທະກະໄພ ມໍລະນະໄພ ແລະ ສັບພະຄວາມບໍ່ເພີ່ງພໍໃຈຕ່າງໆ ອັນແຊກເຂົ້າໃນລະຫ່ວາງກ້າວຄືວ່າ ເຄາະປີ ເຄາະເດືອນ ເຄາະວັນ ເທວະດາບັນດົນນິມິດໃຫ້ເຫັນເຫດຕ່າງໆ ໃນລະ   ຫ່ວາງເຮືອນຊານ  ແລະ ເຄື່ອງອຸປະໂພກບໍລິໂພກ ເຄື່ອງນຸ່ງຫົ່ມນານາ ທັງສັດສາງົວຄວາຍຂອງລ້ຽງ ຜິດສັງເກດໃຫ້ເຫັນອຸປັດຕິເຫດ ແລະ ບຸບພະນິມິດອັນບໍ່ດີ ເປັນສິ່ງກະລະກິນີອັບປີມີໂທດແທ້ ຝູງເຖົ້າແກ່ພໍ່ແມ່ ແລະ ລູງຕາ ກັບທັງວົງສາຄະນາຍາດຕິກາພີ່ນ້ອງ       ເຫັນຄວາມດຽວພ່ຳພ້ອມ ນຶກໜ່ຽວນ້ອມເອົາຍັງຄຸນພຣະສັບພັນຍູອົງປະເສີດ ພຣະທັມອັນລ້ຳເລີດ ໑o ປະການ ພຣະອະຣິຍະສົງຜູ້ເບີກບານ ສີ່ຄູ່ ກັບທັງໝູ່ພຣະສົມມຸດຕິສົງຕົນທະຣົງສີນອັນບໍລິສຸດໃສສະອາດ ອັນເປັນພຣະຣັຕນະໄຕຣແກ້ວອາດສາມປະການ ມີເຕຊາອະນຸພາບງາມຫຼາຍເຫຼືອແຫລ່ ຈົ່ງມາເປັນທີ່ພິ່ງຜາບແພ້ຝູງໝູ່ໂພຍພັຍ ກຳຈັດເຄາະເຂັນຈັງໄຮ ນິມິດອັນບໍ່ດີ ແລະ ອຸປັດທະວະກັງວົນອົນຕຼາຍທັງຫຼາຍ ອັນໄດ້ເຫັນ ແລະ ໄດ້ຍິນແລ້ວນັ້ນໃຫ້ຫາຍສ້ຽງສູນໄປ ຈິ່ງໄດ້ນິມົນພຣະສັງຄະເຈົ້າມາສູດ ພຣະພຸດທະມົນເພື່ອຣະງັບກຳຈັດນິມິດອັນບໍ່ດີເຫລົ່ານັ້ນ ໃຫ້ສ້ຽງສູນໄປ ສົມດັ່ງ ໃນຄາຖາອັນເປັນໄວຍາກອນພາສິດວ່າ ຍັນທຸນນິມິດຕັງ ອະວະມັງຄະລັນ ຈະ ດັ່ງນີ້ເປັນເຄົ້າ ຍັງ ທຸນນິມິດຕັງ ຈະ ອັນວ່າ ນິມິດອັນຊົ່ວຮ້າຍ ອັນໃດກໍດີ ຍັງອະວະມັງຄະລັງ ຈະ ອັນວ່າ ສິ່ງອັນບໍ່ເປັນມຸງຄຸນ ອັນໃດກໍດີ ສັດໂທ ອັນວ່າສຽງແຫ່ງນົກອັນບໍ່ຖືກເນື້ອເພິ່ງໃຈ ອັນໃດກໍດີ ປາປັກຄະໂຫ ອັນວ່າບາບເຄາະເຂັນເຫດຮ້າຍອັນໃດກໍດີ ທຸດສຸປິນັງ ອັນວ່າ ຄວາມຝັນອັນຊົ່ວຮ້າຍ ອັນບໍ່ເປັນທີ່ຊອບໃຈ ອັນໃດກໍດີ ເຊິ່ງມີຢູ່ ຂໍໃຫ້ສິ່ງອັບປີຊົ່ວຮ້າຍທີ່ບໍ່ເພິ່ງພໍໃຈທັງຫລາຍຝູງນັ້ນ ວິນາສະເມນຕຸ ກໍຈົ່ງພະລັນສ້ຽງສູນໄປດ້ວຍອານຸພາບແຫ່ງພຣະຣັຕນະໄຕຣຄື: ພຣະພຸທເຈົ້າ ພຣະທັມມະເຈົ້າ ແລະ ພຣະສັງຄະເຈົ້ານັ້ນເຖີ້ນ.
    ນິມິດອັນຊົ່ວຮ້າຍນັ້ນ ໄດ້ແກ່ສິ່ງທີ່ເຫັນຜາກົດຂຶ້ນມາ ຈຳເພາະຕໍ່ຫນ້າເປັນຕົ້ນວ່າ ຄ້ອງ ກອງ ຣະຄັງ ດັງຂຶ້ນເອງ ແອ່ງນ້ຳ ຫມໍ້ຫນຶ້ງຮ້ອງ ແມງມຸມຕຶງທ້ອງ ຫນູຮ້ອງໃນເຮືອນ ເລືອດຕົກ ນົກຕາຍ ຕໍ່ຫນ້າ ກິ່ງໄມ້ງ່າຫັກລົງມາ ງົວ ຄວາຍຖືກບ້ວງ ແລະ ເກືອກສີກ ເຮືອນຮ້ອງລອກຄາບ ຕາສະເມັ່ນ ເຫັນງູທຳທານກາງເວັນຂຶ້ນເຮືອນ ຂີ້ໄກ່ຂາງ ແມງວັນຂີ້ໃສ່ເຄື່ອງນຸ່ງຫົ່ມ ແລະ ຟ້າຜ່ານາ ຊາຍຄາເຮືອນ ແລະ ຫລັງເຮືອນເຫລົ່ານີ້ ເປັນນິມິດອັນຊົ່ວຮ້າຍແທ້ ສູ່ອັນແລ.
    ສຽງນົກອັນເປັນທີ່ບໍ່ຊອບໃຈນັ້ນ ໄດ້ແກ່ສຽງນົກກູ້ຫູກ ນົກເຄົ້າແມວ ນົກຂີ້ຖີ ແລະ ບ່າງລົ້ວ ສຽງພາຍດັງກູ່ຮ້ອງ ກຸກຮຽກຮ້ອງ ຮັບເອົາຂວັນທັງຂ້າງລຸ່ມ ແລະ ຂ້າງເທິງ ສຽງອັນບໍ່ເພິ່ງໃຈດັງຢູ່      ເທິງອາກາດ ເປັນສຽງອັນບໍ່ພໍໃຈສັກຢາດແທ້ດີຫລີ ເຮັດໃຫ້ຂົນຫົວພອງສຍອງເກົ້າ ໃຈສັ່ນ ຫວັ່ນໄຫວໄປມາ.
    ບາບເຄາະນັ້ນໄດ້ແກ່ເຄາະປີ ເຄາະເດືອນ ເຄາະວັນ ແລະ ເຄາະຍາມ ກັບທັງພຣະສຸກເຂົ້າ ພຣະເສົາແຊກ ພຣະຣາຫູຕ້ອງລັກຄະນາຕົວເພິ່ງຕົວສະເວີຍຊາຕາຂາດທາດສູນ ເຮືອນເຂັດຂວາງຈັງໄຮ ທັງພຣະພູມເຈົ້າທີ່ ເຊິ່ງໃຫ້ຮ້າຍແກ່ເຈົ້າຂອງບ້ານເຮືອນ ໂຮມກັນເຂົ້າແລ້ວໄດ້ຊື່ວ່າບາບເຄາະແລ.
    ຄວາມຝັນອັນບໍ່ດີ ບໍ່ເປັນທີ່ເພິ່ງພໍໃຈນັ້ນ ໄດ້ແກ່ຝັນຕ່າງໆຄືຝັນວ່າ ໄດ້ອວດອ້າງໂຫນໂຕ ຝັນວ່າໄດ້ຟ້ອນໂຮ ແລະ ເຕັ້ນລຳຂັບຮ້ອງ  ແຕ່ງເພດຢ້ອງເອ້ອວດກາຍາ ຝັນວ່າມະຫິງສາ ງົວຄວາຍຊົນຕົກກົກໄມ້ ຝັນວ່າເຂົາຈັບໄດ້ ຜູກມັດໃສ່ໂສ້ແລະຂື່ຄາ ຝັນວ່າແຂ້ວຫລຸດຫລ່ອນເສັຽໄປ ຝັນວ່າໄດ້ຂີ່ອາຊາໄນແລະກວຽນຮົດຮ້າງ ຝັນວ່າຫລິ້ນຕ່າງໆ ມີຫລິ້ນວ່າວຂີ່ເຮືອບິນ ແຫ່ກະຖິນແລະບັ້ງໄຟ ຄວາມຝັນເຫລົ່ານີ້ ເປັນຄວາມຝັນອັນຊົ່ວຮ້າຍແທ້ດີຫລີ ອຸປັດຕິເຫດຮ້າຍທັງສີ່ປະການນີ້ອັນໄດ້ແກ່ ນິມິດອັນຊົ່ວຮ້າຍ ນຶ່ງ ສຽງນົກທີ່ບໍ່ຫນ້າຊອບໃຈ ນຶ່ງ ບາບເຄາະຊົ່ວຮ້າຍ ນຶ່ງ ແລະ ຝັນຮ້າຍຕ່າງໆ ນຶ່ງ    ເຫລົ່ານີ້ ຊື່ວ່າ ເປັນສິ່ງອະວະມຸງຄຸນ ຄືເປັນຂອງບໍ່ດີໃຫ້ໂທດແທ້ແກ່ຜູ້ໄດ້ປະສົບພົບເຫັນໄດ້ຮັບໂທດຕ່າງໆ ນາໆ  ມີຄວາມຈິບຫາຍວິນາດ ສົມບັດຂາດສູນໄປ ທັງງົວຄວາຍ ແລະ ຊ້າງມ້າ ທັງຕາກ້າ ແລະ ໄຮ່ ນາ ທັງເຮືອນຊານ ລາງພ່ອງເກີດປ່ວຍໄຂ້ ແລະ ເຈັບຫົວ ທັງຜົວເມຍ ແລະ ລູກເຕົ້າ ກັບທັງພໍ່ແມ່ເຖົ້າຊ້ຳພັດເລົ່າສູນເສັຽ ຝູງເຄີຍເຫັນມາແຕ່ປາງກ່ອນ ຈິ່ງຢ້ານຢ່ອນຕົກໃຈ ຄຶດຫາສິ່ງປ້ອງກັນພັຍທັງສີ່ນີ້ບໍ່ໃຫ້ມາເຖິງຕົນ ລາງຄົນຫາຫມໍມາເສັຽລາງສະເດາະເຄາະ ບວງ ສວງເທວະດາດ້ວນວັດຖຸສິ່ງຂອງຕ່າງໆ ເປັນຕົ້ນວ່າມີເຂົ້າດຳ ເຂົ້າແດງ ແກງສົມ ແລະ ແກງຫວານ ໂທງສາມແຈສີ່ຈອກ ແລະ ເກົ້າ ຫ້ອງ ເກົ້າຫລັກ ເກົ້າບັກ ແລະ ເກົ້າຊັ້ນ ລາງພ່ອງນັ້ນຊ້ຳໄປໄຫວ້ກົກໄມ້ໃຫຍ່ ແລະ ພູດອຍ ເປັນທີ່ເພິ່ງອາສັຍຂອງຕົນ ແຕ່ທີ່ເພິງເຫລົ່ານີ້ ບໍ່ຈັດວ່າເປັນທີ່ເພິງອັນອຸດົມ ສົມກັບພຣະພຸທພາສິດວ່າ:
    ພະຫຸງເວ ສະຣະນັງ ຍັນຕິ ປັບພະຕານິ ວະນານິ ຈະ            ອາຣາມະຣຸກຂະເຈຕະຍານິ ມຸນຸດສາ ພະຍະຕັດຊິຕາ.
    ດັ່ງນີ້ເປັນເຄົ້າ ມະນຸດສາ ອັນວ່າມະນຸດທັງຫລາຍ ເມື່ອພັຍມາຄຸກຄາມເຖິງຕົນເຂົ້າແລ້ວ ຍ່ອມເອົາພູດອຍ ປ່າໄມ້ ແລະ ອາຮາມ ຕົ້ນໄມ້ແລ ເຈດີ ມາເປັນທີ່ເພີ່ງ ທີ່ຈັ້ງແລ ທີ່ເພີ່ງໄດ້ແທ້ຈິງນັ້ນ ໄດ້ແກ່ການນ້ອມນຶກເອົາຍັງຄຸນພຣະພຸທເຈົ້າ ຄຸນພຣະທັມມະເຈົ້າ ແລະ ຄຸນພຣະສັງຄະເຈົ້າມາເປັນທີ່ເພີ່ງ ສາມາດກຳຈັດໂພຍພັຍອົນຕຼາຍ ແລະ ຫ້າມເຫດຮ້າຍຊົ່ວຈັງໄຮໄດ້ສົມດັ່ງເທສນາ ອັນມາໃນພຸທພາສິດວ່າ   ໂຍ ຈະ ພຸດທັນ ຈະ ທັມມັນ ຈະ ສັງຄັນ ຈະ ສະຣະນັງ ຄະໂຕ ດັ່ງນີ້ເປັນເຄົ້າ ຜູ້ໃດໄດ້ເຂົ້າເຖິງພຣະພຸທເຈົ້າ ພຣະທັມມເຈົ້າ ແລະ ພຣະສັງ ຄະເຈົ້າ ວ່າ ເປັນທີ່ເພີ່ງແລ້ວ ຍ່ອມພົ້ນຈາກທຸກພັຍອັນຕະຣາຍທັງປວງ ແລະ ຄວາມສນຽດຈັງໄຮທັງຫລາຍ ທີ່ໄດ້ເຫັນປແລະໄດ້ຍິນ    ເຊິ່ງເກີດມີໃນຢ້າວເຮືອນຊານ ແລະ ໄຮ່ນາເປັນຕົ້ນນັ້ນ ກໍຈັກວິນາດສ້ຽງສູນໄປ ຍ້ອນອານຸພາບຄຸນຂອງ ພຣະຣັຕນະໄຕຣ ນັ້ນແທ້ແລ ຂໍທ່ານທັງຫລາຍມີ ພໍ່ເຮືອນ ແລະ ແມ່ເຮືອນ ເປັນຕົ້ນ ຜູ້ໄດ້ຮັບທຸກ ຈົ່ງຢ່າມີທຸກ ຜູ້ມີພັຍຈົ່ງຢ່າມີພັຍ ແລະ ຜູ້ເຖິງຄວາມໂສກເສົ້າເສຍໃຈ ກໍຈົ່ງຢ່າໄດ້ມີຄວາມເສົ້າໂສກເຖີ້ນ ກັບທັງຂໍອັງເຊີນເທພະດາເຈົ້າທັງ ຫລາຍ ຈົ່ງຊົມຊື່ນອະນຸໂມທະນານຳບຸນ ອັນທ່ານທັງຫລາຍໄດ້ເຮັດແລ້ວ ດ້ວຍເຫດພຽງທໍ່ນີ້ ເພື່ອໃຫ້ແລ້ວຍັງສົມບັດທຸກເຍື່ອງຄືເຄື່ອງຄ້ຳມິ່ງມຸງຄຸນ ໃນຢ້າວເຮືອນທີ່ນີ້ ເປັນຕົ້ນ ດ້ວຍອຳນາດ ທີ່ພວກທ່ານ ຮັກສາສິນຈຳເຣີນເມດຕາພາວະນາ ແລະ ຟັງຣົສທັມມະເທສນາ ຂໍຫມູ່ເທວະດາເຈົ້າຜູ້ມາແລ້ວ ຈົ່ງນຳເອົາ ອຸປັດຕິເຫດ ແລະ ເຄາະເຂັນຈັງໄຮຄວາມທຸກໂສກ ໄຫມ້ຫມອງໃຈ ກັບໄປສູ່ວິມານອັນເປັນທີ່ຢູ່ຂອງທ່ານເຖີ້ນ ແລະ ອີກປະການຫນຶ່ງ ຜູ້ຂ້າຂໍອັງເຊີນເອົາພຣະພຸທເຈົ້າ ຜູ້ມີພຣະກຳລັງກັບທັງເຫລົ່າພຣະປັດເຈກະພຸທເຈົ້າ ແລະ ພຣະ ອະຣະຫັນຕາເຈົ້າທັງຫລາຍ ຈົ່ງມາຮັກສາຍັງເຈົ້າມູລສັດທາ ຢ້າວເຮືອນ ແລະ ສັບພະສັດທັງຫລາຍ ດ້ວຍເຕຊະພຣະກຳລັງຂອງພຣະ ພຸທເຈົ້າ ຈົ່ງມາຣະງັບດັບເຫດ ຊົ່ວຮ້າຍໃຫ້ຫາຍສ້ຽງສູນໄປ ອາສັຍໃນພຣະຄາຖາວ່າ ມະຫາກາຣຸນິໂກນາໂຖ ຫິຕາຍະ ສັບພະປານີນັງ ດັ່ງນີ້ເປັນເຄົ້າ ຂໍພຣະພຸທເຈົ້າຜູ້ເປັນທີ່ເພີ່ງຂອງຫມູ່ສັບພະສັດ ປະ ກອບໄປດ້ວຍພຣະມະຫາກະຣຸນາ ພ່ຳພຽນປາຣະມີມາ ໓o ທັດໃຫ້ເຕັມແລ້ວ ເພື່ອເປັນປະໂຫຍດແກ່ສັບພະສັດທັງຫລາຍ ຈຶ່ງໄດ້ຕັສະຮູ້ ອັນອຸດົມດ້ວຍອຳນາດຄວາມສັດນີ້ ຂໍໄຊຍະມຸງຄຸນຈົ່ງມີແກ່ທ່ານ      ເຈົ້າບ້ານ ແລະ ເຈົ້າເຮືອນໃນທີ່ນີ້ ທຸກຖ້ວນຫນ້າເຖີ້ນ ຊະຍັນໂຕ        ໂພທິຍາ ມູເລ ພຣະພຸທເຈົ້າ ຜູ້ຊົງຜະຈົນມານຢູ່ທີ່ເຄົ້າໄມ້ສີມະຫາໂພທິ ເປັນຜູ້ເລີດແລ້ວ ຍິນດີ ຢູ່ເທິງອະພິເສກແທ່ນແກ້ວ ແລ້ວຈິ່ງໃຫ້ຄວາມຈຳເຣີນຍິນດີ ແກ່ພວກຊາວສາກຍະຣາດວ່າ ພຣະອົງຊົງຊະນະມານ ຢູ່ເຫນືອອະປະຣາຊິຕະ ບັນລັງແທ່ນແກ້ວ ອັນເປັນໄຊຍະມຸງຄຸນເຫນືອໃບບົວ ຄື ແຜ່ນປະຖະພີ ທີ່ເປັນປະທານອັນນີ້ ແລມີສັນໃດ ຂໍໃຫ້ທ່ານຜູ້ເປັນເຈົ້າຂອງບ້ານເຮືອນ ແລະ ຍາດມິດສາໂລຫິດທັງ ຫລາຍ ຈົ່ງຜາບແພ້ຝູງຫມູ່ອຸບາດເຫດຮ້າຍຈັງໄຮ ໃຫ້ສ້ຽງສູນໄປຢ່າໄດ້ຄາຄ້າງ ເຫມືອນດັ່ງພຣະເຈົ້າມ້າງກິເລສມານວັນນັ້ນແລ, ອັນຫນຶ່ງທ່ານທັງຫລາຍ ປະພຶດຊອບດ້ວຍກາຍວາຈາແລະໃຈ ໃນເວລາໃດເວລານັ້ນ ຊື່ວ່າຣືກດີ ຍາມດີ ສວ່າງດີ ຮຸ່ງເຮືອງດີ ແລະ ຂະນະດີ ຄູ່ດີ ຂໍໃຫ້ເປັນຜູ້ປັດສະຈາກທຸກໂສກໂຣກພັຍ ກັບທັງອຸປັດທະວັນຕະຣາຍ ຈົ່ງໃຫ້ສງົບຣະງັບດັບຫາຍໄປ ດ້ວຍອານຸພາບຂອງພຣະຣັຕ ນະໄຕຣ ທີ່ພວກທ່ານໄດ້ເຄົາຣົບສັກກາຣະບູຊາ ມາທຸກວັນເວລາບໍ່ໄດ້ຂາດ ຈົ່ງປະສົບພົບພ້ອມໄປດ້ວຍພອນສີ່ປະການ ຄື: ອາຍຸ ວັນນະ ສຸຂະ ພະລະ ຈົ່ງເກີດມີແກ່ເຈົ້າມູລສັດທາ ຈະປາຖນາອັນໃດ ກໍຈົ່ງໃຫ້ໄດ້ ດັ່ງຄຳມັກຄຳປາຖນາເຖີ້ນ ຣະຕະນັດຕະຍານຸພາເວນະ ຍ້ອນອານຸພາບແຫ່ງພຣະຣັຕນະໄຕຣ ແກ້ວສາມປະການ ຕາມທີ່ກ່າວມາແລ້ວ ຈົ່ງມາພິທັກຮັກສາຍັງເຈົ້າມູລສັດທາ ແລະ ພຸທສາສະນິກະຊົນທັງຫລາຍ ໃຫ້ພົ້ນຈາກພັຍພິບັດສາມາດກຳຈັດ ຄວາມທຸກໂສກຮ້າຍ  ໃຫ້ວິນາດສ້ຽງສູນໄປກໍຂ້າເຖີ້ນ ຂໍຄວາມສຸກສວັສດີ ຈົ່ງມີແກ່ເຈົ້າມູລ ສັດທານິດຖິຕາ ກໍສະເດັດບໍຣະບວນຄວນແລ້ວ ທໍ່ນີ້ກ່ອນແລ.

10.3.55

ອຸນຫັດສະວິໄຊ


ອຸນຫັດສະວິໄຊ

ນະໂມ ຕັດສັດຖູ !
ເອກັດສະມິງ ກິຣະ ສະມະເຍ ສັດຖາ ຕາວະຕິງສະພະວະເນ ວິຫະຣັນໂຕ ປາຣິດສັດຕະກະ ມູລັມຫິ ບັນທຸກັມພະລະສີລາສະເນ ນິສິຕີຕິ.
ໂພ ສາທະໂວ ດູຣາສັບປຸຣິສະທັງຫຼາຍ ກິຣະ ດັ່ງໄດ້ຍິນມາ ເອກັສມິງ ສະມະເຍ ໃນສມັຍ ນຶ່ງ ສັດຖາ ອັນວ່າສັບພຣະສັບພັນຍູເຈົ້າ​​ແຫ່ງເຮົາຕົນປະເສີດ​​ກ່ວາຄົນ ແລະເທວະດາທັງຫລາຍກໍສະເດັດປະທັບນັ່ງຢູ່ເຫນືອຫີນບັນທຸກັມພະລາສີລາອາດແທບເຄົ້າໄມ້ປາຣິກະຊາດໃນສະວັນຊັ້ນດາວະດິງ ຈິ່ງໄດ້ເທສນາພຣະອະພິທັມມາ ຄັມພີແກເທວະາທັງຫລາຍ ອັນມີສີຣິມະຫາມາຍາເທພະບຸດເປັນປະທານເພື່ອໃຫ້ບັນລຸທັມມະວິເສດເຊີ່ງມີມັກຜົນແລະນິບພານເປັນຕົ້ນ ອະຖະໃນກາລະເມື່ອນັ້ນ ຍັງມີເທວະບຸດຕົນນຶ່ງຊື່ວ່າ ສຸປະຕິດຖິຕະເທວະບຸດເປັນຜູ້ມີຣິດເຕຊະອານຸພາບຍິ່ງນັກໄດ້ສເວີຍທິພສົມບັດ ໃນວິມານຄໍາຫລັງນຶ່ງໃນສວັນຊັ້ນດາວະດິງທີ່ນັ້ນກໍມີແລ ສ່ວນວ່າສຸປະຕິດຖິຕະເທວະບຸດຕົນນັ້ນ ກໍບໍ່ຮູ້ສະພາວະ ອັນຈັກເຫມີດຈັກສ້ຽງອາຍຸແຫ່ງຕົນຫັ້ນແລ ອະຖະໂຂໃນກາລະຄັ້ງນັ້ນ ຍັງມີເທວະບຸດອີກຕົນນຶ່ງຊື່ວ່າ ອາກາສະຈາຣິນິເທວະບຸດເປັນຜູ້ຮູ້ຈັກຍັງສະພາວະອັນຈັກເຫມດຈັກສ້ຽງອາຍຸແຫ່ງສຸປະຕິດຖິຕະເທວະບຸດດັ່ງນັ້ນ ຈິ່ໄປບອກເຫດແກ່ ສຸປະຕິດຖິຕະເທວະບຸດ ວ່າດັ່ງນີ້ ໂພມາຣິສະ ດູຣາເຈົ້າຕົນຜູ້ຫາທຸກບໍ່ໄດ້ໃນວັນຖ້ວນເຈັດນີ້ເຈົ້າກູກໍຈັກຈຸຕິຕາຍຈາກສວັນເທວະໂລກທີ່ນີ້ແລ້ວ ຈັກໄດ້ໄປເກີໃນອະ​​ເວຈີນະຣົກໄດ້ເວີຍທຸກໃນນະ ຣົກມາກກ່ວາແສນປີນັ້ນແລ ດູຣາເທວະບຸດ ຄັນວ່າເຈົ້າກູຕາຍຈາກອະເວຈີນະຣົກນັ້ນແລ້ວຊ້ໍາເລົ່າ ຈັກໄດ້ໄປເກີດເປັນສັດເດັຽຣະສານ ຈໍາພວກ ໃນຊາດເປັນສັດນັ້ນແລສິ່ງແລຫ້າຮ້ອຍຊາ ສ່ວນ ວ່າສຸປະຕິດຖິຕະເທວະບຸດເມື່ອຮູ້ເຫດອັນບໍ່ດີນັ້ນແລ້ວ ກໍມີຫົວໄຈອັນຫວັ່ນໄຫວສັ່ນສາຍໄປມາ ແລ້ວກໍຊົບເຊົາເຫງົາຢູ່ດັ່ງນັ້ນ​ ​ແລ້ວກໍຄະນິງໃນໃຈວ່າດັ່ງນີ້ ອຸປັດທະວະອົນຕາຍ ອັນມີສະພາວະປານນີ້ ເກີດມີແກ່ກູສັນນີ້ແລ້ວ ຈັກມີສິ່ງອັນໃດແລະບຸກຄົນໃດຈັກເປັນທີ່ຈັ້ງເພີ່ງ​​ແກ່ກູໄດ້ນີ້ຈານໍ ນ້ອຍບໍ່ນານທໍ່​​ໃດທ່ານກໍມາເຫັນບຸບພະນິມິດ ປະການ ບັງເກີດມີແກ່ຕົນກຼ່າວຄືວ່າ.
ຜ້າທິບເຄື່ອງຊົງກໍທມົ່ນຫມອງເສັຽ    ນຶ່ງ
ດອກໄມ້ທິບກໍ​​ເປັນອັນຫ່ຽວແຫ້ງ​​ເສັຽ  ນຶ່ງ
ເຫື່ອແລະໄຄໃນເນື້ອຕົນກໍໄຫລອອກ   ນຶ່ງ
ທີ່ຢູ່ທີ່ນອນກໍເປັນອັນຮ້ອນຍິ່ງນັກ      ນຶ່ງ
ຄັນທະຣົງຜ້າສະໃບເຂົ້າ ກໍຍີ່ງຮ້ອນກະວົນກະວາຍນຶ່ງ
ເມື່ອບຸບພະນິມິດ ປະການນີ້ ຜາກົດເກີດມີແກ່ເທວະບຸດແລເທວະທິດາອົງໃດເທວະບຸດ​ ​ແລ າເທວະທິດາອົງນັ້ນ ກໍຈະຕ້ອງຈຸຕິຈາກສວັນເທວະໂລກໂດຍທ່ຽງແທ້ບໍ່ຕ້ອງສົງສັຍ ສ່ວນວ່າ ສຸປະຕິດຖິຕະເທວະບຸດໄດ້ຮູ້ເຫດດັ່ງນັ້ນແລ້ວ ບໍ່ຢາກໄປສເວີຍຜົນກັມອັນຊົ່ວຮ້າຍ ຈິ່ງເຂົ້າສູ່ສໍາ ນັກຂອງພຣະຍາອິນໄຫວ້ແລ້ວກໍນັ່ງຢູ່ທີ່ສົມ ຄວນແຫ່ງຕົນ ຈິ່ງຂາບທູນເຫດຮ້າຍຕ່າງໃຫ້ຮູ້ແລ້ ຂໍເຈົ້າກູຈົ່ງເປັນທີ່ຈັ້ງທີ່ເພິ່ງແກ່ຜູ້ຂ້າແດ່ກໍຂ້າເຖີ້ນ ສັກໂກ ອັນວ່າພຣະຍາອິນ ຄັນໄດ້ຟັງຍັງຄໍາຂອງສຸປະຕິດຖິຕະເທວະບຸດນັ້ນແລ້ວ ຈິ່ງກຼ່າວວ່າຂຶ້ນຊື່ວ່າຄວາມຕາຍແລ້ວເຖິງເຮົາຜູ້ເປັນໃຫຍ່ໃນສວັນຊັ້ນດາວະດິງກໍຈິງຢູ່ ທຽນຍ່ອແຕ່ບໍ່ອາດຈະຫ້າມແລະຕ້ານທານຄວາມຕາຍຂອງທ່າໄດ້ແລ ທໍ່ເວັ້ນໄວ້ແຕ່ພຣະສັບພັນຍູເຈົ້າອົງດຽວນັ້ນແລ ທີ່ຈັ້ງທີ່ເພິ່ງແກ່ສັຕວະໂລກທັງມວນໄດ້ບັດນີ້ ສັດຖາ ອັນວ່າພຣະສັບພັນ​​ຍູເຈົ້າກໍປະທັບຢູ່ເຫນືອຫີນບັນທຸກັມພະລະສີລາອາດແທບເຄົ້າໄມ້ປາຣິ ກະຊາດ ຖ້າທ່ານຢາກຈະຣະງັບໂພຍພັຍອົນຕາຍແລ້ວຈົ່ງຈັດແຈງແຕ່ງເຄື່ອງກິຍາບູຊາມີດອກໄມ້ ທູບທຽນເປັນຕົ້ນເຮົາຈະພາໄປເຝົ້າພຣະພຸເຈົ້າເພື່ອຈະໄດ້ທູນຖາມເຊິ່ງເຫດຮ້າຍຂອງທ່ານຕໍ່ ພຣະອົງແລ້ວກໍຈັກໄດ້ເປັນທີ່ເພິ່ງໃນກາລະບັດນີ້ແລ.
ສ່ວນວ່າ ສຸປະຕິດຖິຕະເທວະບຸດ ຄັນ​​ໄດ້ຟັງຍັງຄໍາຂອງພຣະຍາອິນ ດັ່ງນັ້ນ ກໍ​​ໄດ້ຈັດແຈງ​​ແຕ່ງເຄື່ອງກິຍາບູຊາ ຕາມຄໍາສັ່ງແລ້ວ ສັກໂກ ອັນວ່າພຣະຍາອິນ ກໍໄດ້ນໍາພາສຸປະຕິດຖິຕະເທວະບຸດໄປເຝົ້າພຣະພຸເຈົ້າ ຄັນໄປເຖິງແລ້ວ ກໍໄດ້ຂາບໄຫ້ ນັ່ງຢູ່ທີ່ຄວນສ່ວນຂ້າງນຶ່ງແລ້ວ ຂາບທູນເຫດຮ້າຍທັງຫລາຍ ໃຫ້ພຣະພຸເຈົ້າຮູ້ໂດຍຕະຫລອດ ຄັນແລ້ວພຣະຍາອິນກໍໄດ້ຂາບທູນໃຫ້ພຣະ ພຸເຈົ້າ ຊົງສໍາແດງຍັງປຸບພະກັມຂອງສຸປະຕິດຖິຕະເທວະບຸດ ພະຄະວາອັນວ່າພຣະພຸເຈົ້າຕົນປະເສີດ ກໍໄດ້ສໍາແດງຍັງປຸບພະກັມຂອງສຸປະຕິດຖິຕະເທວະບຸດຕົນນີ້ເປັນຜູ້ມີຄວາມປະມາດເຫັນຜິດເປັນນາຍພາຍເນື້ອໄດ້ລັກເອົາລູກນົກຫນີຈາກພໍ່ແມ່ແລ ມີຈິດໃຈ​​ແຂງກະດ້າງຂ້າພໍ່ຕີແມ່ແລ ດ່າສະມະນະຊີພາມ ບໍ່ເຄົາຣົບຍໍາເກັງພຣະພິຂຸກສົງຜູ້ໄປຫາມາສູ່ເຖິງເຫັນຢູ່ກໍເຮັດດັ່ງບໍ່ຮູ້ບໍ່ເຫັນຫັ້ນແລ ຍ້ອນຜົນກັມອັນນີ້ແລ ສຸປະຕິດຖິຕະເທວະບຸດ ຈິ່ງຈັກໄດ້ບັງເກີດໃນນະຣົກ ເວີຍຜົນກັມໃນນະຣົກປະມານແສນປີ ຄັນພົ້ນຈາກນະຣົກແລ້ວ ກໍຈັກໄດ້ບັງເກີດເປັນສັດເດຽຣະສານເຈັດຈໍາ ພວກ ຄື: ວ່າເປັນຮຸ້ງເປັນແຮ້ງເປັນເຕົ່າເປັນຫມູເປັນຫມາເປັນຄັນຫູູຫນວກແລະຕາບອດແລສີ່ແລຫ້າຮ້ອຍຊາດ ດ້ວຍວິບາກ​ ​ແຫ່ງອະກຸສົນກັມທີ່ສຸປະຕິດຖິຕະເທວາບຸດ ໄດ້ກະທໍາມານີ້ແລ ມະຫາຣາຊະ ຂໍມະຫາລາດຈົ່ງຮູ້ົນກັມຂອງສຸປະຕິດຖິຕະເທວະບຸດ ດັ່ງກ່າວມາດ້ວຍປະການດັ່ງ ນີ້ແລ ສັກ​​ໂກ ອັນວ່າພະຍາອິນເມື່​​ໄດ້ຮູ້ຍັງປຸບພະກັມ ຂອງສຸປະຕິດຖິຕະເທວະບຸດດັ່ງນີ້ແລ້ວ ຈິ່ງຂາບທູນ​​​ໄຫວ້ພຣະສັບພັນຍູເຈົ້າວ່າ ອັນ​​ໃດແລ ຈັກເປັນທີ່ເພິ່ງ ທີ່ຮັກສາໃຫ້ເທວະບຸດຕົນນີ້ມີອາຍຸຫມັ້ນຢືນກໍຂ້າຈາ ພະຄະວາອັນວ່າສັບພັນຍູເຈົ້າກຼ່າວດັ່ງນີ້ ມະຫາຣະຊະ ດູຣາມະຫາຣາດເອໂກ ທັມໂມ ຍັງມີທັມດວງນຶ່ງ ອຸນຫັດສະວິຊະໂຍນາມມະ ຊື່ວ່າ ອຸນຫັດສະວິໄຊເປັນທັມອັນອຸດົມຍິ່ ຈິ່ງໃຫ້​​ເທວະບຸດຕົນນີ້ ຮຽນເອົາທັມດວງນີ້ໃຫ້​​ໄດ້ຈື່ຈໍາໄວ້ ແລະ ປະຕິບັດດ້ວຍ ກາຍ ວາຈາແລະໃຈໃຫ້ບໍລິສຸດເຖີ້ນ ກໍຈັກເປັນທີ່ຈັ້ງທີ່ເພິ່ງ ຫ້າມບໍ່ໃຫ້ຕາຍໃນວັນຖ້ວນເຈັດນັ້ນ​​ແລ ພະຄະວາ ອັນວ່າ ພຣະສັບພັນຍູເຈົ້າກໍສໍາແດງຍັງຄາຖາອຸນຫັດສະວິ​​ໄຊວ່າດັ່ງນີ້:
ອັດຖິ ອຸນຫັດສະວິຊະໂຍ ທັມໂມໂລເກອະນຸດນະໂຣ ສັບພະສັດຕະຫິຕັດຖາຍະ ຕັງ ຕະວັງຄັນຫາຫິເທວະເຕ ປະຣິວັດເຊ ຣາຊະທັນເດ ອະມະມຸດເສຫິປາວະເກ ພະຍັກເຄ ນາເຄ ວິເສພູເຕອະກາລະມະຣະເນນະ ວາ ສັບພັສມາ ມະຣະນາມຸດໂຕຖະເປຕວາ ກາລະມາຣິຕັງ ຕັດເສວະ ອະນຸພາເວນະໂຫຕຸເທໂວ ສຸຂີ ສະທາ ລິກຂິດຕັງ ຈິນຕິຕັງ ປູຊັງທາຣະນັງ ວະຈະນັງ ຄະຣຸງເຕສັງເທສະນັງ ສຸຕວາ ຕັດສະ ອາຍຸ ປະວັດທະຕິຕິ.
ເທວະເຕ ດູຣາເທວະດາທັງຫລາຍ  ທັມອັນຊື່ວ່າອຸນຫັດສະວິໄຊນີ້​ ​ເປັນຍອດແຫ່ງທັມທັງ ຫລາຍແລະເປັນປະໂຫຍແກ່ສັຕວະໂລກທັງມວນ ທ່ານຈົ່ງຮຽນເອົາຍັງທັມອັນນີ້ແລ້ວ ສູດທຸກເຊົ້າຄ່ໍາຄືນວັນຍ່ອມຫ້າມເສັຽໄດ້ເຊິ່ງພັຍອັນຕະຣາຍທັງປວງ​​ຈະເກີດຂຶ້ນ ແຕ່ພູດຜີປີສາດເສືອ ໂຄ່ງເສືອເຫລືອງ ງູໃຫຍ່ ງູນ້ອຍແຮດ ຊ້າງ ຫມູ່ສັດພິດຮ້າຍແລ ທ່ານທັງຫລາຍກໍຈະບໍ່ຕາຍຍ້ອນຢາພິດທຸກຊະນິດ ນອກຈາກສ້ຽງອາຍຸແລ້ວກໍຈິ່ງຕາຍແທ້ແລ.
ສັກກັຕວາພຸດທະຣະຕະນັງໂອຖະສັງ ອຸດຕະມັງ ວະຣັງ ຫິຕັງເທວະມະນຸດສານັງ ພຸດທະເຕເຊນະໂສດຖິນາ ນັດສັນຕຸປັດທະວາ ສັບເພ ທຸກຂາ ວຸປະສະເມນຕຸ ເຕ.
ອັນນຶ່ງ ຜູ້ໃດໄດ້ບູຊາພຣະຣັຕນະໄຕ ທັງ ປະການຄື: ພຣະພຸເຈົ້າພຣະທັມມະເຈົ້າແລ ພຣະສັງຄະເຈົ້າ ຜູ້ນັ້ນຈະເຫມືອນດັ່ງໄດ້ກິນຢາອັນປະເສີດມີອາຍຸຫມັ້ນຍືນ ຈັກເປັນຜູ້ພົ້ນຈາກທຸກໂສກ ໂຣກພັຍອັນຕະຣາຍທັງປວງ ຍ້ອນອານຸພາບຂອງຄາຖາອຸນຫັດສະວິໄຊ ແລະຄຸນຂອງພຣະ ຣັຕນະໄຕຣນີ້ ຈະຄຸ້ມຄອງປ້ອງກັນໃຫ້ຊີວິດຂອງທ່ານພົ້ນຈາກອັນຕະຣາຍ ມີອາຍຸຫມັ້ນຍືນໄດ ຂໍໃຫ້ທ່ານທັງຫລາຍຈົ່ງພາກັນປະຕິບັດຮັກສາໄວ້ຢ່າໃຫ້ຂາດເຖີ້ນ.
ເທສະນາປະຣິໂຍສາເນ ໃນເມື່ອແລ້ວຣົສທັມມະເທສະນາ ເທ ວະຕາໂຍ ອັນວ່າເທວະດາທັງຫລາຍອັນມີ ພຣະອິນເປັນປະທານ ກໍໄດ້ເຖິງທັມມະວິເສດມີປະເພດກຼ່າວຄືວ່າ ມັກແລະຜົນເປັນອັນມາກແລ ສ່ວນວ່າສຸປະຕິດຖິຕະເທວະບຸດນັ້ນ ກໍໄດ້ນ້ອມຈິດ​​ໃຈໄປໃນທັມມະວິເສດ ກໍໄດ້ກັບເພດເປັນອັດຕະພາບໃຫມ່ ມີກາຍອັນຜ່ອງແລະມີອາຍຸຍືນຍາວຕະກຫລອດໄປຈົນເຖິງສມັຍຂອງພຣະພຸເຈົ້າ ຊົງພຣະນາມວ່າ ພຣະສີອະຣິຍະເມດໄຕຍ ອົງຈະໄດ້ລົງມາຕັດຂ້າງຫນ້ານັ້ນແລ  ຈິ່ງຈະໄດ້ຈຸຕິລົງມາສູ່ມະມຸສໂລກ ກໍຈັກໄດ້ເປັນພຣະອະຣະຫັນ ຂີນາສາວົກອົງນຶ່ງກໍມີແລ.
ອຸນຫັດສະວິຊະຍະວັນນະນາກະຖາ ອັນວ່າ ກິຍາ ອັນກຼ່າວຍ້ອງຍໍຍັງ ອຸນຫັດສະວິໄຊ ນິດຖິຕາ ກໍສະເດັດບໍຣະບວນຄວນແລ້ວທໍ່ນີ້ນກ່ອນແລ.