10.3.55

ອຸນຫັດສະວິໄຊ


ອຸນຫັດສະວິໄຊ

ນະໂມ ຕັດສັດຖູ !
ເອກັດສະມິງ ກິຣະ ສະມະເຍ ສັດຖາ ຕາວະຕິງສະພະວະເນ ວິຫະຣັນໂຕ ປາຣິດສັດຕະກະ ມູລັມຫິ ບັນທຸກັມພະລະສີລາສະເນ ນິສິຕີຕິ.
ໂພ ສາທະໂວ ດູຣາສັບປຸຣິສະທັງຫຼາຍ ກິຣະ ດັ່ງໄດ້ຍິນມາ ເອກັສມິງ ສະມະເຍ ໃນສມັຍ ນຶ່ງ ສັດຖາ ອັນວ່າສັບພຣະສັບພັນຍູເຈົ້າ​​ແຫ່ງເຮົາຕົນປະເສີດ​​ກ່ວາຄົນ ແລະເທວະດາທັງຫລາຍກໍສະເດັດປະທັບນັ່ງຢູ່ເຫນືອຫີນບັນທຸກັມພະລາສີລາອາດແທບເຄົ້າໄມ້ປາຣິກະຊາດໃນສະວັນຊັ້ນດາວະດິງ ຈິ່ງໄດ້ເທສນາພຣະອະພິທັມມາ ຄັມພີແກເທວະາທັງຫລາຍ ອັນມີສີຣິມະຫາມາຍາເທພະບຸດເປັນປະທານເພື່ອໃຫ້ບັນລຸທັມມະວິເສດເຊີ່ງມີມັກຜົນແລະນິບພານເປັນຕົ້ນ ອະຖະໃນກາລະເມື່ອນັ້ນ ຍັງມີເທວະບຸດຕົນນຶ່ງຊື່ວ່າ ສຸປະຕິດຖິຕະເທວະບຸດເປັນຜູ້ມີຣິດເຕຊະອານຸພາບຍິ່ງນັກໄດ້ສເວີຍທິພສົມບັດ ໃນວິມານຄໍາຫລັງນຶ່ງໃນສວັນຊັ້ນດາວະດິງທີ່ນັ້ນກໍມີແລ ສ່ວນວ່າສຸປະຕິດຖິຕະເທວະບຸດຕົນນັ້ນ ກໍບໍ່ຮູ້ສະພາວະ ອັນຈັກເຫມີດຈັກສ້ຽງອາຍຸແຫ່ງຕົນຫັ້ນແລ ອະຖະໂຂໃນກາລະຄັ້ງນັ້ນ ຍັງມີເທວະບຸດອີກຕົນນຶ່ງຊື່ວ່າ ອາກາສະຈາຣິນິເທວະບຸດເປັນຜູ້ຮູ້ຈັກຍັງສະພາວະອັນຈັກເຫມດຈັກສ້ຽງອາຍຸແຫ່ງສຸປະຕິດຖິຕະເທວະບຸດດັ່ງນັ້ນ ຈິ່ໄປບອກເຫດແກ່ ສຸປະຕິດຖິຕະເທວະບຸດ ວ່າດັ່ງນີ້ ໂພມາຣິສະ ດູຣາເຈົ້າຕົນຜູ້ຫາທຸກບໍ່ໄດ້ໃນວັນຖ້ວນເຈັດນີ້ເຈົ້າກູກໍຈັກຈຸຕິຕາຍຈາກສວັນເທວະໂລກທີ່ນີ້ແລ້ວ ຈັກໄດ້ໄປເກີໃນອະ​​ເວຈີນະຣົກໄດ້ເວີຍທຸກໃນນະ ຣົກມາກກ່ວາແສນປີນັ້ນແລ ດູຣາເທວະບຸດ ຄັນວ່າເຈົ້າກູຕາຍຈາກອະເວຈີນະຣົກນັ້ນແລ້ວຊ້ໍາເລົ່າ ຈັກໄດ້ໄປເກີດເປັນສັດເດັຽຣະສານ ຈໍາພວກ ໃນຊາດເປັນສັດນັ້ນແລສິ່ງແລຫ້າຮ້ອຍຊາ ສ່ວນ ວ່າສຸປະຕິດຖິຕະເທວະບຸດເມື່ອຮູ້ເຫດອັນບໍ່ດີນັ້ນແລ້ວ ກໍມີຫົວໄຈອັນຫວັ່ນໄຫວສັ່ນສາຍໄປມາ ແລ້ວກໍຊົບເຊົາເຫງົາຢູ່ດັ່ງນັ້ນ​ ​ແລ້ວກໍຄະນິງໃນໃຈວ່າດັ່ງນີ້ ອຸປັດທະວະອົນຕາຍ ອັນມີສະພາວະປານນີ້ ເກີດມີແກ່ກູສັນນີ້ແລ້ວ ຈັກມີສິ່ງອັນໃດແລະບຸກຄົນໃດຈັກເປັນທີ່ຈັ້ງເພີ່ງ​​ແກ່ກູໄດ້ນີ້ຈານໍ ນ້ອຍບໍ່ນານທໍ່​​ໃດທ່ານກໍມາເຫັນບຸບພະນິມິດ ປະການ ບັງເກີດມີແກ່ຕົນກຼ່າວຄືວ່າ.
ຜ້າທິບເຄື່ອງຊົງກໍທມົ່ນຫມອງເສັຽ    ນຶ່ງ
ດອກໄມ້ທິບກໍ​​ເປັນອັນຫ່ຽວແຫ້ງ​​ເສັຽ  ນຶ່ງ
ເຫື່ອແລະໄຄໃນເນື້ອຕົນກໍໄຫລອອກ   ນຶ່ງ
ທີ່ຢູ່ທີ່ນອນກໍເປັນອັນຮ້ອນຍິ່ງນັກ      ນຶ່ງ
ຄັນທະຣົງຜ້າສະໃບເຂົ້າ ກໍຍີ່ງຮ້ອນກະວົນກະວາຍນຶ່ງ
ເມື່ອບຸບພະນິມິດ ປະການນີ້ ຜາກົດເກີດມີແກ່ເທວະບຸດແລເທວະທິດາອົງໃດເທວະບຸດ​ ​ແລ າເທວະທິດາອົງນັ້ນ ກໍຈະຕ້ອງຈຸຕິຈາກສວັນເທວະໂລກໂດຍທ່ຽງແທ້ບໍ່ຕ້ອງສົງສັຍ ສ່ວນວ່າ ສຸປະຕິດຖິຕະເທວະບຸດໄດ້ຮູ້ເຫດດັ່ງນັ້ນແລ້ວ ບໍ່ຢາກໄປສເວີຍຜົນກັມອັນຊົ່ວຮ້າຍ ຈິ່ງເຂົ້າສູ່ສໍາ ນັກຂອງພຣະຍາອິນໄຫວ້ແລ້ວກໍນັ່ງຢູ່ທີ່ສົມ ຄວນແຫ່ງຕົນ ຈິ່ງຂາບທູນເຫດຮ້າຍຕ່າງໃຫ້ຮູ້ແລ້ ຂໍເຈົ້າກູຈົ່ງເປັນທີ່ຈັ້ງທີ່ເພິ່ງແກ່ຜູ້ຂ້າແດ່ກໍຂ້າເຖີ້ນ ສັກໂກ ອັນວ່າພຣະຍາອິນ ຄັນໄດ້ຟັງຍັງຄໍາຂອງສຸປະຕິດຖິຕະເທວະບຸດນັ້ນແລ້ວ ຈິ່ງກຼ່າວວ່າຂຶ້ນຊື່ວ່າຄວາມຕາຍແລ້ວເຖິງເຮົາຜູ້ເປັນໃຫຍ່ໃນສວັນຊັ້ນດາວະດິງກໍຈິງຢູ່ ທຽນຍ່ອແຕ່ບໍ່ອາດຈະຫ້າມແລະຕ້ານທານຄວາມຕາຍຂອງທ່າໄດ້ແລ ທໍ່ເວັ້ນໄວ້ແຕ່ພຣະສັບພັນຍູເຈົ້າອົງດຽວນັ້ນແລ ທີ່ຈັ້ງທີ່ເພິ່ງແກ່ສັຕວະໂລກທັງມວນໄດ້ບັດນີ້ ສັດຖາ ອັນວ່າພຣະສັບພັນ​​ຍູເຈົ້າກໍປະທັບຢູ່ເຫນືອຫີນບັນທຸກັມພະລະສີລາອາດແທບເຄົ້າໄມ້ປາຣິ ກະຊາດ ຖ້າທ່ານຢາກຈະຣະງັບໂພຍພັຍອົນຕາຍແລ້ວຈົ່ງຈັດແຈງແຕ່ງເຄື່ອງກິຍາບູຊາມີດອກໄມ້ ທູບທຽນເປັນຕົ້ນເຮົາຈະພາໄປເຝົ້າພຣະພຸເຈົ້າເພື່ອຈະໄດ້ທູນຖາມເຊິ່ງເຫດຮ້າຍຂອງທ່ານຕໍ່ ພຣະອົງແລ້ວກໍຈັກໄດ້ເປັນທີ່ເພິ່ງໃນກາລະບັດນີ້ແລ.
ສ່ວນວ່າ ສຸປະຕິດຖິຕະເທວະບຸດ ຄັນ​​ໄດ້ຟັງຍັງຄໍາຂອງພຣະຍາອິນ ດັ່ງນັ້ນ ກໍ​​ໄດ້ຈັດແຈງ​​ແຕ່ງເຄື່ອງກິຍາບູຊາ ຕາມຄໍາສັ່ງແລ້ວ ສັກໂກ ອັນວ່າພຣະຍາອິນ ກໍໄດ້ນໍາພາສຸປະຕິດຖິຕະເທວະບຸດໄປເຝົ້າພຣະພຸເຈົ້າ ຄັນໄປເຖິງແລ້ວ ກໍໄດ້ຂາບໄຫ້ ນັ່ງຢູ່ທີ່ຄວນສ່ວນຂ້າງນຶ່ງແລ້ວ ຂາບທູນເຫດຮ້າຍທັງຫລາຍ ໃຫ້ພຣະພຸເຈົ້າຮູ້ໂດຍຕະຫລອດ ຄັນແລ້ວພຣະຍາອິນກໍໄດ້ຂາບທູນໃຫ້ພຣະ ພຸເຈົ້າ ຊົງສໍາແດງຍັງປຸບພະກັມຂອງສຸປະຕິດຖິຕະເທວະບຸດ ພະຄະວາອັນວ່າພຣະພຸເຈົ້າຕົນປະເສີດ ກໍໄດ້ສໍາແດງຍັງປຸບພະກັມຂອງສຸປະຕິດຖິຕະເທວະບຸດຕົນນີ້ເປັນຜູ້ມີຄວາມປະມາດເຫັນຜິດເປັນນາຍພາຍເນື້ອໄດ້ລັກເອົາລູກນົກຫນີຈາກພໍ່ແມ່ແລ ມີຈິດໃຈ​​ແຂງກະດ້າງຂ້າພໍ່ຕີແມ່ແລ ດ່າສະມະນະຊີພາມ ບໍ່ເຄົາຣົບຍໍາເກັງພຣະພິຂຸກສົງຜູ້ໄປຫາມາສູ່ເຖິງເຫັນຢູ່ກໍເຮັດດັ່ງບໍ່ຮູ້ບໍ່ເຫັນຫັ້ນແລ ຍ້ອນຜົນກັມອັນນີ້ແລ ສຸປະຕິດຖິຕະເທວະບຸດ ຈິ່ງຈັກໄດ້ບັງເກີດໃນນະຣົກ ເວີຍຜົນກັມໃນນະຣົກປະມານແສນປີ ຄັນພົ້ນຈາກນະຣົກແລ້ວ ກໍຈັກໄດ້ບັງເກີດເປັນສັດເດຽຣະສານເຈັດຈໍາ ພວກ ຄື: ວ່າເປັນຮຸ້ງເປັນແຮ້ງເປັນເຕົ່າເປັນຫມູເປັນຫມາເປັນຄັນຫູູຫນວກແລະຕາບອດແລສີ່ແລຫ້າຮ້ອຍຊາດ ດ້ວຍວິບາກ​ ​ແຫ່ງອະກຸສົນກັມທີ່ສຸປະຕິດຖິຕະເທວາບຸດ ໄດ້ກະທໍາມານີ້ແລ ມະຫາຣາຊະ ຂໍມະຫາລາດຈົ່ງຮູ້ົນກັມຂອງສຸປະຕິດຖິຕະເທວະບຸດ ດັ່ງກ່າວມາດ້ວຍປະການດັ່ງ ນີ້ແລ ສັກ​​ໂກ ອັນວ່າພະຍາອິນເມື່​​ໄດ້ຮູ້ຍັງປຸບພະກັມ ຂອງສຸປະຕິດຖິຕະເທວະບຸດດັ່ງນີ້ແລ້ວ ຈິ່ງຂາບທູນ​​​ໄຫວ້ພຣະສັບພັນຍູເຈົ້າວ່າ ອັນ​​ໃດແລ ຈັກເປັນທີ່ເພິ່ງ ທີ່ຮັກສາໃຫ້ເທວະບຸດຕົນນີ້ມີອາຍຸຫມັ້ນຢືນກໍຂ້າຈາ ພະຄະວາອັນວ່າສັບພັນຍູເຈົ້າກຼ່າວດັ່ງນີ້ ມະຫາຣະຊະ ດູຣາມະຫາຣາດເອໂກ ທັມໂມ ຍັງມີທັມດວງນຶ່ງ ອຸນຫັດສະວິຊະໂຍນາມມະ ຊື່ວ່າ ອຸນຫັດສະວິໄຊເປັນທັມອັນອຸດົມຍິ່ ຈິ່ງໃຫ້​​ເທວະບຸດຕົນນີ້ ຮຽນເອົາທັມດວງນີ້ໃຫ້​​ໄດ້ຈື່ຈໍາໄວ້ ແລະ ປະຕິບັດດ້ວຍ ກາຍ ວາຈາແລະໃຈໃຫ້ບໍລິສຸດເຖີ້ນ ກໍຈັກເປັນທີ່ຈັ້ງທີ່ເພິ່ງ ຫ້າມບໍ່ໃຫ້ຕາຍໃນວັນຖ້ວນເຈັດນັ້ນ​​ແລ ພະຄະວາ ອັນວ່າ ພຣະສັບພັນຍູເຈົ້າກໍສໍາແດງຍັງຄາຖາອຸນຫັດສະວິ​​ໄຊວ່າດັ່ງນີ້:
ອັດຖິ ອຸນຫັດສະວິຊະໂຍ ທັມໂມໂລເກອະນຸດນະໂຣ ສັບພະສັດຕະຫິຕັດຖາຍະ ຕັງ ຕະວັງຄັນຫາຫິເທວະເຕ ປະຣິວັດເຊ ຣາຊະທັນເດ ອະມະມຸດເສຫິປາວະເກ ພະຍັກເຄ ນາເຄ ວິເສພູເຕອະກາລະມະຣະເນນະ ວາ ສັບພັສມາ ມະຣະນາມຸດໂຕຖະເປຕວາ ກາລະມາຣິຕັງ ຕັດເສວະ ອະນຸພາເວນະໂຫຕຸເທໂວ ສຸຂີ ສະທາ ລິກຂິດຕັງ ຈິນຕິຕັງ ປູຊັງທາຣະນັງ ວະຈະນັງ ຄະຣຸງເຕສັງເທສະນັງ ສຸຕວາ ຕັດສະ ອາຍຸ ປະວັດທະຕິຕິ.
ເທວະເຕ ດູຣາເທວະດາທັງຫລາຍ  ທັມອັນຊື່ວ່າອຸນຫັດສະວິໄຊນີ້​ ​ເປັນຍອດແຫ່ງທັມທັງ ຫລາຍແລະເປັນປະໂຫຍແກ່ສັຕວະໂລກທັງມວນ ທ່ານຈົ່ງຮຽນເອົາຍັງທັມອັນນີ້ແລ້ວ ສູດທຸກເຊົ້າຄ່ໍາຄືນວັນຍ່ອມຫ້າມເສັຽໄດ້ເຊິ່ງພັຍອັນຕະຣາຍທັງປວງ​​ຈະເກີດຂຶ້ນ ແຕ່ພູດຜີປີສາດເສືອ ໂຄ່ງເສືອເຫລືອງ ງູໃຫຍ່ ງູນ້ອຍແຮດ ຊ້າງ ຫມູ່ສັດພິດຮ້າຍແລ ທ່ານທັງຫລາຍກໍຈະບໍ່ຕາຍຍ້ອນຢາພິດທຸກຊະນິດ ນອກຈາກສ້ຽງອາຍຸແລ້ວກໍຈິ່ງຕາຍແທ້ແລ.
ສັກກັຕວາພຸດທະຣະຕະນັງໂອຖະສັງ ອຸດຕະມັງ ວະຣັງ ຫິຕັງເທວະມະນຸດສານັງ ພຸດທະເຕເຊນະໂສດຖິນາ ນັດສັນຕຸປັດທະວາ ສັບເພ ທຸກຂາ ວຸປະສະເມນຕຸ ເຕ.
ອັນນຶ່ງ ຜູ້ໃດໄດ້ບູຊາພຣະຣັຕນະໄຕ ທັງ ປະການຄື: ພຣະພຸເຈົ້າພຣະທັມມະເຈົ້າແລ ພຣະສັງຄະເຈົ້າ ຜູ້ນັ້ນຈະເຫມືອນດັ່ງໄດ້ກິນຢາອັນປະເສີດມີອາຍຸຫມັ້ນຍືນ ຈັກເປັນຜູ້ພົ້ນຈາກທຸກໂສກ ໂຣກພັຍອັນຕະຣາຍທັງປວງ ຍ້ອນອານຸພາບຂອງຄາຖາອຸນຫັດສະວິໄຊ ແລະຄຸນຂອງພຣະ ຣັຕນະໄຕຣນີ້ ຈະຄຸ້ມຄອງປ້ອງກັນໃຫ້ຊີວິດຂອງທ່ານພົ້ນຈາກອັນຕະຣາຍ ມີອາຍຸຫມັ້ນຍືນໄດ ຂໍໃຫ້ທ່ານທັງຫລາຍຈົ່ງພາກັນປະຕິບັດຮັກສາໄວ້ຢ່າໃຫ້ຂາດເຖີ້ນ.
ເທສະນາປະຣິໂຍສາເນ ໃນເມື່ອແລ້ວຣົສທັມມະເທສະນາ ເທ ວະຕາໂຍ ອັນວ່າເທວະດາທັງຫລາຍອັນມີ ພຣະອິນເປັນປະທານ ກໍໄດ້ເຖິງທັມມະວິເສດມີປະເພດກຼ່າວຄືວ່າ ມັກແລະຜົນເປັນອັນມາກແລ ສ່ວນວ່າສຸປະຕິດຖິຕະເທວະບຸດນັ້ນ ກໍໄດ້ນ້ອມຈິດ​​ໃຈໄປໃນທັມມະວິເສດ ກໍໄດ້ກັບເພດເປັນອັດຕະພາບໃຫມ່ ມີກາຍອັນຜ່ອງແລະມີອາຍຸຍືນຍາວຕະກຫລອດໄປຈົນເຖິງສມັຍຂອງພຣະພຸເຈົ້າ ຊົງພຣະນາມວ່າ ພຣະສີອະຣິຍະເມດໄຕຍ ອົງຈະໄດ້ລົງມາຕັດຂ້າງຫນ້ານັ້ນແລ  ຈິ່ງຈະໄດ້ຈຸຕິລົງມາສູ່ມະມຸສໂລກ ກໍຈັກໄດ້ເປັນພຣະອະຣະຫັນ ຂີນາສາວົກອົງນຶ່ງກໍມີແລ.
ອຸນຫັດສະວິຊະຍະວັນນະນາກະຖາ ອັນວ່າ ກິຍາ ອັນກຼ່າວຍ້ອງຍໍຍັງ ອຸນຫັດສະວິໄຊ ນິດຖິຕາ ກໍສະເດັດບໍຣະບວນຄວນແລ້ວທໍ່ນີ້ນກ່ອນແລ.

ไม่มีความคิดเห็น: