24.3.55

ສະຫລອງ ເຂົ້າແຈກ

ສະຫລອງ ເຂົ້າແຈກ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ
( ວ່າ ໓ ເທື່ອ )

    ຕະທາ ທຳມິກະ ສັງຄະອາສານະກະຖາ ອາຍາກິຣະພາມມະ- ນັງ ອາຣັບພະກະເຖສິຕິ.
    ໂພນຕາ ສາທະໂວ ດູຣາສັບປຸຣິສະເຈົ້າທັງຫລາຍ ທີ່ມີຈິດສັດ ທາເຫລື້ອມໃສໃນພຣະບໍວອນພຸດທະສາດສະໜາ ໄດ້ນ້ອມນຳມາຍັງ ເຄື່ອງກິຍາບູຊາ ມີເຂົ້ານ້ຳໂພຊະນະອາຫານ ພ້ອມທັງປະທູບປະທີບ ດອກໄມ້ຄັນທະຣົດສະຂອງຫອມ ນຳມາຖວາຍດ້ວຍໃຈເຫລື້ອມໃສ ສັດທາ ໃນຄຸນພຣະຣັດຕະນະໄຕຣແກ້ວສາມປະການ ເພື່ອໃຫ້ເປັນ ທີ່ຈັ້ງທີ່ເພິ່ງຂອງຕົນໃນຊົ່ວນີ້ ແລະ ຊົ່ວໜ້າ ຄົງຈະໄດ້ດັ່ງຄຳປາດຖະ  ໜາຂອງຕົນທຸກໆປະການ ເພາະວ່າບຸນກຸສົນນີ້ກໍເກີດຂຶ້ນຈາກຄວາມ ປິຕິຍິນດີ ຈິ່ງເປັນຕົວກຸສົນໄດ້ ສັດທາຄືຄວາມເຊື່ອ ວິຣິຍະ ຄືຄວາມ ພຽນ ໃຫ້ກຸສົນທີ່ເກີດຂຶ້ນໃນຕົນແລ້ວບໍ່ໃຫ້ເສື່ອມເສັຍໄປ ຈົ່ງຄອຍລະ ອະກຸສົນຈິດ ໃຫ້ຂາດໄປຈາກຂັນທະສັນດານຂອງຕົນເສັຍ ພ້ອມກັນ ນັ້ນໃຫ້ຕັ້ງຢູ່ໃນຄຸນແກ້ວທັງສາມ ຈິ່ງນັບວ່າເປັນຜູ້ເຖິງພຣະຣັດຕະນະ ໄຕຣ ສະຣະນະຄົມ ຄື ພຣະພຸທເຈົ້າ ພຣະທັມມະເຈົ້າ ແລະ ພຣະສັງ ຄະເຈົ້າ ຈຶ່ງໄດ້ນາມວ່າ ເປັນອຸປາສົກ ອຸປາສິກາ ຢູ່ໃນພຣະພຸດທະ ສາດສະໜາທຸກວັນນີ້ ດູຣາທ່ານພຸດທະບໍລິສັດທັງຫລາຍ ຂໍທ່ານຈົ່ງຖື ເອົາຄຸນພຣະຣັດຕະນະໄຕຣ ຄື ພຣະພຸດທະເຈົ້າ ພຣະທັມມະເຈົ້າ ແລະ ພຣະສົງເຈົ້າ ວ່າ ເປັນສະຣະນະທີ່ເພິ່ງທີ່ອາໃສດັ່ງນັ້ນ ຕາຍ ແລ້ວຈັກໄດ້ໄປເກີດໃນສະຫວັນ.
    ເຄື່ອງໄທຍະທານທີ່ພວກເຮົາທັງຫລາຍໄດ້ສະລະທານໄປນັ້ນ ກໍເປັນເຂົ້າໄຖ່ເຂົ້າຖົງຂອງພວກເຮົາ ແລະ ຍາດພີ່ນ້ອງຂອງເຮົາ ທີ່ ລະໂລກນີ້ໄປສູ່ໂລກໜ້າ ດັ່ງພຣະຄາຖາທີ່ຍົກໄວ້ໃນເບື້ອງຕົ້ນນັ້ນວ່າ “ອາຍາກິຣະພາມມະນັງ ອາຣັບພະ ກະເຖສິ” ດັ່ງນີ້ເປັນເຄົ້າ. ໃນກາ ລະຄັ້ງນັ້ນ ພຣະສຳມາສຳພຸດທະເຈົ້າຂອງເຮົາທັງຫລາຍ ໄດ້ສະເດັດ ປະທັບຢູ່ໃນປ່າເຊຕະວັນມະຫາວິຫານ ພ້ອມດ້ວຍໝູ່ພຣະພິກຂຸສົງ ຍັງມີພາມຜູ້ໜຶ່ງຢູ່ໃນເມືອງສາວັດຖີ ມີເຂົ້າຂອງເປັນອັນມາກເຖິງ ໘o ໂກດ ພາມຜູ້ນັ້ນມີລູກຊາຍຄົນໜຶ່ງເປັນທີ່ຮັກແພງຍິ່ງໜັກ ເໝືອນດັ່ງ ໃນຕາຂອງຕົນ ພໍລ້ຽງໃຫຍ່ມາໄດ້ອາຍຸ ໑໗ ປີ ກໍບັງເກີດໂຣຄາພະ ຍາດມາເຖິງຕົນ ກໍຈິ່ງມໍລະນະຕາຍຈາກພໍ່ແມ່ຂອງຕົນເສັຍ ສ່ວນ ພາມຜູ້ເປັນພໍ່ນັ້ນເຫັນລູກຂອງຕົນຕາຍເສັຍດັ່ງນັ້ນ ມັນກໍເປັນທຸກຂະ ເວທະນາມາກໜັກ ມັນກໍຮ້ອງໃຫ້ຮ່ຳໄຮໄປມາຫລາຍປະການ ແລ້ວ ມັນກໍເອົາສົບລູກຊາຍທີ່ຕາຍໄປເຜົາເສັຍໃນປ່າຊ້າຜິທີ່ນັ້ນ ກັບທັງເອົາ ເສື່ອສາດອາດສະໜາໄປປູໄວ້ ມີທັງຜ້າກັ້ງແລະເພດານ ໝາຍມີເຂົ້າ ຂອງທັງຫລາຍເປັນຕົ້ນວ່າ ເງິນຄຳ ຊ້າງ ມ້າ ຂ້າຍິງຂ້າຊາຍ ແລ້ວກໍ ແຕ່ງໃຫ້ທາດເຮືອນຄົວໜຶ່ງໄປອຸປະຖາກຮັກສາ ຢູ່ໃນປ່າຊ້າຜີທີ່ນັ້ນ ເພື່ອຈະໃຫ້ໄປສົ່ງເຂົ້າແລງເຂົ້າງາຍແກ່ລູກຊາຍຂອງຕົນຢູ່ທຸກໆວັນບໍ່ໃຫ້ຂາດຈັກວັນແລ. ຂ້ອຍພາມກໍຮັບຕາມໄປສົ່ງຢູ່ສະເໝີໆ ຢູ່ມາວັນ ໜຶ່ງຝົນກໍບັງເອີນຕົກລົງມານ້ຳກໍມາກຫລາຍ ເປັນອັນມືດມົນອົນທະ ການ ວ່າຈະຂ້າມລອຍກໍບໍ່ໄດ້ ຂ້ອຍພາມຜູ້ນັ້ນຈຶ່ງກັບຄືນມາພົບເຫັນ ເຈົ້າພິກຂຸຕົນໜຶ່ງມາບິນທະບາດ ມັນກໍເລີຍເອົາໃສ່ບາດເປັນທານແກ່ ເຈົ້າພິກຂຸຕົນນັ້ນ ແລ້ວມັນກໍຫລັ່ງລົງຍັງນ້ຳໝາຍທານສົ່ງບຸນໄປຫາ ລູກຊາຍພາມຜູ້ຕາຍໄປນັ້ນ ກໍຈິ່ງໄດ້ກິນເຂົ້າປາອາຫານແຕ່ວັນດຽວ ເທົ່ານັ້ນ ແລ້ວມັນຈິ່ງມານິມິດຄວາມຝັນໃຫ້ແກ່ພາມຜູ້ເປັນພໍ່ຮູ້ແຈ້ງ ວ່າ ຂ້າຕາຍໜີຈາກພໍ່ແມ່ໄປກໍໄດ້ປີໜຶ່ງແລ້ວ ກໍບໍ່ໄດ້ກິນເຂົ້າສັກວັນ ເລີຍ ກໍມາໄດ້ກິນເຂົ້າແຕ່ທໍ່ວັນດຽວເທົ່ານີ້ແລ ຄັນລູກຊາຍພາມມານິ ມິດຄວາມຝັນໃຫ້ພາມຜູ້ເປັນພໍ່ຮູ້ດັ່ງນີ້ແລ້ວ ພາມຜູ້ເປັນພໍ່ ກໍໃຊ້ໃຫ້ຄົນ ໄປຕາມເອົາຂ້າຊາຍຜູ້ໄປອຸປະຖາກນັ້ນມາຖາມເບິ່ງ ກູກໍແຕ່ງມຶງໃຫ້ ໄປສົ່ງເຂົ້າປາອາຫານໃຫ້ລູກຂອງກູຢູ່ທຸກວັນໆ ເຫດດັ່ງລືລູກຊາຍ ຂອງກູຈຶ່ງບໍ່ໄດ້ກິນເຂົ້າສັກວັນເລີຍ ຈຶ່ງໄດ້ມາກິນເຂົ້າແຕ່ທໍ່ວັນດຽວ ນີ້ຈາ ຄັນຂ້າຊາຍພາມຜູ້ນັ້ນໄດ້ຍິນແລ້ວກໍກ່າວຕອບວ່າ ຂ້າກໍໄປສົ່ງ ເຂົ້າງາຍເຂົ້າແລງແກ່ລູກຂອງທ່ານຢູ່ທຸກໆວັນ ແຕ່ວັນວານນີ້ຂ້າໄປ ບໍ່ໄດ້ ເພາະຝົນຕົກນ້ຳມາກຫລາຍ ຂ້າຈິ່ງໄດ້ກັບມາເຖິງກາງທາງກໍ ເລີຍພົບພຣະພິກຂຸເຈົ້າໄປບິນທະບາດ ຂ້າຈິ່ງໄດ້ເອົາເຂົ້າໃສ່ບາດພຣະ ພິກຂຸ ແລ້ວຈິ່ງອຸທິດສະຢາດນ້ຳໝາຍທານໄປຫາລູກຊາຍຂອງທ່ານ ແລ້ວລູກຂອງທ່ານຈິ່ງໄດ້ມາກິນເຂົ້າແຕ່ທໍ່ວັນດຽວນີ້ແລ. ຄັນພາມຜູ້ ເປັນພໍ່ໄດ້ຊາບຄວາມແລ້ວ ກໍຄິດຄະນິງຢູ່ໃນໃຈວ່າ ຄວນກູຈະໄປ ໄຫວ້ພຣະພຸທເຈົ້າເບິ່ງເສັຍກ່ອນເທີ້ນ ວ່າດັ່ງນັ້ນແລ້ວ ພາມຜູ້ນັ້ນກໍຖື ເອົາປະທູບປະທີບດອກໄມ້ຄັນທະຣົດສະຂອງຫອມ ນິສິດທິ ກໍຈິ່ງນັ່ງ ຢູ່ໃນທີ່ຄວນແຫ່ງຕົນ ແລ້ວກໍໄຫວ້ຖາມພຣະພຸທເຈົ້າວ່າ “ພັນເຕ ພະຄະວາ” ຂ້າຂໍໄຫວ້ພຣະພຸທເຈົ້າ ນໍຣະຍິງຊາຍທັງຫລາຍໃນໂລກນີ້ ຄັນເຂົາຕາຍໄປສູ່ປະຣະໂລກເບື້ອງໜ້າແລ້ວ ຜູ້ຢູ່ພາຍຫລັງໄດ້ແຕ່ງຂ້ອຍຂ້າຊາຍຍິງໄປອຸປະຖາກຮັກສາ ແລະ ແປງບັນນະສາລາໄວ້ໃນປ່າຊ້າ ເອົາເສື່ອສາດອາດສະໜາ ເງິນຄຳຊ້າງມ້າງົວຄວາຍໄປໄວ້ໃນທີ່ນັ້ນ ມີທັງຜ້າກັ້ງ ແລະ ເພດານ ກໍຈັກມີຜະລະອານິສົງສະແກ່ເຂົາຜູ້ຕາຍນັ້ນດັ່ງລື ກໍຂ້າຈາ ພະຄະວາ ອັນວ່າພຣະພຸທເຈົ້າກໍເທສນາໃຫ້ແກ່ພາມວ່າ ດູລາທ່ານພາມຜູ້ມີເຂົ້າຂອງເປັນອັນມາກ ຜິວ່າຈະໃຫ້ເປັນຜະລະອານິສົງແກ່ເຂົາຜູ້ຕາຍໄປນັ້ນ ກໍຄວນກະທຳບຸນໃຫ້ທານແກ່ສັງຄະເຈົ້າທັງຫລາຍ ໝາຍມີຕົນວ່າ ອຸທິດສະສ່ວນບຸນໄປຫາເຂົາຝູງຕາຍນັ້ນ ຈິ່ງເປັນຜະລະອານິສົງອັນຍິ່ງໃຫຍ່ນັ້ນແລ ສ່ວນເຂົາຝູງຕາຍໄປນັ້ນຄັນໄດ້ຮັບສ່ວນບຸນກຸສົນອັນນັ້ນແລ້ວ ກໍຈະໄດ້ພົ້ນ ຈາກພາວະອັນເປັນທຸກທັງມວນນັ້ນແລ ເມື່ອນັ້ນພາມກໍໄດ້ຟັງທຳມະເທດສະໜາແລ້ວ ກໍມີຈິດໃຈຊົມຊື່ນຍິນດີ ມັນກໍຍໍມືໄຫວ້ອາຣາທະນາ ພຣະພຸດທະເຈົ້າ ກັບທັງຊາວເຈົ້າພິກຂຸທັງຫລາຍ ອັນໄດ້ ໕oo ຣູບເຂົ້າໄປສູ່ເຮືອນແຫ່ງຕົນ ພາມຜູ້ນັ້ນກໍ່ປູເສື່ອສາດອາດສະໜາໄວ້ແລ້ວ ຄັ້ງນັ້ນ ພຣະພຸດທະເຈົ້າກໍເອົາຊາວເຈົ້າພິກຂຸທັງຫລາຍ ເຂົ້າໄປປະທັບນັ່ງເໜືອອາດສະໜາ ຂອງພາມຜູ້ຕົກແຕ່ງໄວ້ແລ້ວໃນເຮືອນຂອງຕົນ      ເມື່ອນັ້ນ ພາມກໍຕົກແຕ່ງເຂົ້ານ້ຳໂພຊະນະອາຫານ ເອົາມາຕັ້ງໄວ້ຊ່ອງໜ້າສັງຄະເຈົ້າທັງຫລາຍ ແລ້ວພາມຜູ້ນັ້ນກໍກຼ່າວຄຳຖວາຍວ່າ:
    “ອິມັດສະມິງ ເຄເຫ ອິມານິ ພິກຂານິ ສະຣູປັບພະຍັນຊະນານິ ສະອຸທະການິ ສະຕຳພະລານິ ສະຈິດຕະມະຣະນານິ ສັບພະໂພຊະນະອາຫາຣານິ ສະຄິລານະເພສັດຊານິ ສະພັນດານິ ພຸດທະ ທຳມະ ສັງຄະ ໂພທິຣຸກຂະ ປູຊານັດຖາຍະ ສັງຄັດສະ ເທມະ” ວ່າ ໓ ທີດັ່ງນີ້ແລ້ວ ພຣະພຸດທະເຈົ້າກັບທັງຊາວເຈົ້າພິກຂຸທັງຫລາຍ ກໍ່ສັນໂພຊະ ນະອາຫານສຳເຣັດແລ້ວ ພາມກໍ່ຖວາຍປັດໃຈທັງ ໔ ມີອະຖະບໍຣິກ ຂານເປັນທານແກ່ສັງຄະເຈົ້າທັງຫລາຍກໍມີແລ. ພາມຜູ້ນັ້ນມັນກໍ່ຫລັ່ງລົງ ອຸທະກັງ ຍັງນ້ຳໝາຍທານອຸທິດສະສົ່ງບຸນໄປຫາລູກຊາຍຂອງຕົນອັນຕາຍໄປນັ້ນແລ. ໃນກາລະຄັ້ງນັ້ນ ພຣະພຸທເຈົ້າ ກໍສະແດງທຳມະເທສນາໃຫ້ແກ່ກິຣະພາມວ່າ ດູກ່ອນທ່ານພາມ ຕັ້ງແຮກແຕ່ນີ້ເມືອ ໜ້າສູທ່ານທັງຫລາຍ ຢ່າໄດ້ໄປອຸປະຖາກຮັກສາຢູ່ໃນປ່າຊ້າຜີທີ່ນັ້ນເທີ້ນ ທ່ານຈົ່ງຮັກສາສິນພາວະນາຢ່າໄດ້ຂາດ ລູກຊາຍຂອງທ່ານອັນ ຕາຍໄປນັ້ນ ກໍຈະໄດ້ພົ້ນຈາກພາວະອັນເປັນທຸກ ຂຶ້ນໄປສະເວີຍສຸກຢູ່ ເທິງສະຫວັນຊັ້ນຕາວະຕິງສາ ພຣະພຸດທະເຈົ້າເທສນາຈົບລົງແລ້ວ ລູກຊາຍພາມຜູ້ນັ້ນກໍໄດ້ພົ້ນຈາກເຜດແລ້ວ ເອົາຕົນຂຶ້ນເມືອເທິງສະ ຫວັນຊັ້ນຕາວະດິງສາ ມີຜາສາດທອງຄຳສູງໄດ້ ໑໒ ໂຍດຊະນະ ມີນາງຟ້າທັງຫລາຍພັນໜຶ່ງເປັນບໍລິວານ ຄັນພາມຜູ້ເປັນພໍ່ນັ້ນ ໄດ້ຟັງທຳມະເທສນາຂອງພຣະພຸດທະເຈົ້າແລ້ວ ກໍ່ຕັ້ງຢູ່ໃນສິນ ໕ ສິນ ໘ ຕາບເທົ້າສິ້ນຊີວິດຂອງຕົນ ແລ້ວກໍໄດ້ໄປບັງເກີດເທິງສະຫວັນຊັ້ນຕາວະຕິງສາ ມີຜາສາດທອງຄຳຫລັງໜຶ່ງທຽມກັນກັບຜາສາດຂອງລູກ ມີນາງຟ້າທັງຫລາຍໝື່ນໜຶ່ງເປັນບໍລິວານ ນີ້ແລທ່ານພຸດບໍລິສັດທັງ ຫລາຍ ເມື່ອຮູ້ຜະລະອານິສົງສະດວງວິເສດຂອງພຣະພຸດທະເຈົ້າແຈ່ມແຈ້ງແລ້ວ ຈົ່ງຊົມຊື່ນຍິນດີໃນກອງການກຸສົນ ທີ່ພວກທ່ານທັງ ຫລາຍໄດ້ສະລະທານໃນວັນນີ້ທຸກປະການເທີ້ນ ນິດຖິຕາ ກໍຈົບພຽງເທົ່ານີ້ແລ.

ไม่มีความคิดเห็น: