24.3.55

ຊັບໄຊຍ໌

ຊັບໄຊຍ໌
ນະໂມ ຕັດສັຕຖຸ
ນະໂມ ເມ ພຸດທະ ເຕຊັດສະ ຣະຕະນັດຕະຍະທຳມິກາ ເຕຊະປະສິດທິ ປະສິເທວາ  ນາຣາຍະປະຣະເມສະວະຣາ ສິດທິພົມມາ ຈະ ອິນທາ ຈະຕຸໂລກາພິຣັກຂະກາ ສະມຸດທາ ພູຕະຄັງຄາ ຈະ ສັບພະສິດທິ ພະວັນຕຸ ເຕຕິ.
ໂພນຕາ ສາທະໂວ ດູຣາສັບປຸຣິສາເຈົ້າທັງຫລາຍ ຊານາພິນຍາຕິປິຕະກາຈະຣິຍາ ອາຈານເຈົ້າຕົນທະຣົນໄວ້ຍັງພຣະໄຕຣປິດົກ ອັນປະກອບດ້ວຍຊານ ແລະ ພິນຍາ ພຣະກໍຫລິງເຫັນຍັງໂພຍພັຍ ອຸປັດທະຣົນອົນຕາຍ ອັນມີພາຍໃນ ແລະ ພາຍນອກຂັນທະສັນດານ     ແຫ່ງຄົນ ແລະ ສັບພະສັດທັງຫລາຍ ພຣະຈິ່ງໄດ້ເທສນາຍັງຄຳພີ ຈຸລະຊະຍະປະກະຣະນະ ສູດດວງນີ້ ເພື່ອຈັກໃຫ້ມີຄວາມວຸດທິຈຳເຣີນແກ່ຝູງຄົນ ແລະ ເທວະດາ ພ້ອມທັງບ້ານເມືອງທັງຫລາຍ ຕັ້ງແຮກແຕ່ນີ້ໄປພາຍຫນ້າ ຕາບຕໍ່ເທົ້າຮອດຫ້າພັນພຣະວັດສາພຸ້ນແລ ຈຸນລະໄຊຍະປະກະຣະນະ ສູດດວງນີ້ ອາຈານເຈົ້າຫາກໄດ້ແຕ່ງແປງໄວ້ວ່າ  ນະໂມ ເມ ພຸດທະເຕຊັດສະ ຣະຕະນັດຕະຍະທຳມິກາ ດັ່ງນີ້ເປັນເຄົ້າ.
ນະໂມ ອັນວ່າກິຍາ ອັນຜູ້ຂ້າໄດ້ນ້ອມໄຫວ້ແດ່ພຣະຣັດຕະນະໄຕຣແກ້ວທັງ ໓ ປະການ ອັນປະກອບຊອບທຳ ຂໍເທພະດາເຈົ້າທັງ ຫລາຍ ພ້ອມທັງພຣະນາຣາຍພຣະຕັບປະຣະເມສວນ ຜູ້ມີຄວາມຮຸ່ງເຮືອງໄປດ້ວຍປະສິທິສາດທະສິນ ຄືເດດພຣະຍາພົມກໍດີ ພຣະຍາອິນກໍດີ ແລະ ເທພະດາທັງຫລາຍ ຜູ້ຮັກສາຄຸ້ມຄອງຍັງໂລກທັງ ໔ ຄືວ່າ: ພົມມະໂລກ ເທວະໂລກ ມະນຸດສະໂລກ ແລະ ນາຄະວະໂລກ ຈົ່ງເປັນຜູ້ມີອຳນາດຮັກສາຄຸ້ມຄອງຄ້ຳຄູນຫນັ້ນຄົງແກ່ທ່ານເຖີ້ນ, ທະຣະນິ ທາຣະນີ ແຜ່ນດິນນ້ອຍແລະແຜ່ນດິນໃຫຍ່ ສະນ້ຳນ້ອຍແລະສະນ້ຳໃຫຍ່ ແມ່ນ້ຳນ້ອຍແລະແມ່ນ້ຳໃຫຍ່ກໍດີ ອັນມີຕະປະເຕຊານຸພາບອັນມາກມີອຸປະມາສັນໃດ? ຂໍທ່ານຈົ່ງມີໄຊຊະນະເຕຊານຸພາບອັນມາກ ກໍມີອຸປະໄມໄປດັ່ງນັ້ນເຖີ້ນ,  ຄັກຄະນະຕະລະນິໄສນິໄລໄສເສລະສຸເມ ຣຸຣາຊະພະນະຣະຊີ ພື້ນປະຕູລາອາກາດກາງຫາວ ແລະ ເຂົາສຸເມຣຸ ຣາດ ແລະ ພຣະຍາພູດອຍດົງຫລວງຂະນາດ ອັນເປັນທີ່ຢູ່ອາໄສນອນແຫ່ງສັບພະສັດທັງຫລາຍ ກໍຈົ່ງມາເປັນໄຊຊະນະເຕຊານຸພາບອັນມາກແກ່ທ່ານເຖີ້ນ ຄຳພີຣະໂສມພິ ນາເຄນທານາຄີ ພຣະຍານາກແລະນາງນາກທັງຫລາຍ ອັນຢູ່ໃນຫ້ວຍໃນບໍ່ ບຶງ ຖ້ຳ ຫນອງ ແລະ   ໂສກເຫວ ອັນເລິກແລະຕື້ນກໍດີ ຜີເຊື້ອນ້ຳແລະຜີເຊື້ອບົກທັງຫລາຍກໍດີ ກໍຈົ່ງມາເປັນໄຊຊະນະຜາບແພ້ຂ້າເສິກສັດຕູທັງມວນ ແກ່ທ່ານເຖີ້ນ ທຸນນິມິດຕະໂຣຄີ ນິມິດອັນຊົ່ວຮ້າຍແລະພະຍາດທິໂຣຄາ ກໍຈົ່ງມາເປັນໄຊຊະນະແກ່ທ່ານເຖີ້ນ ມັກວ່າທ່ານທັງຫລາຍຈົ່ງຜະຈົນຜາບແພ້ຍັງນິມິດອັນຊົ່ວຮ້າຍ ແລະ ພະຍາດທິໂຣຄທັງມວນນີ້ເຖີ້ນ ສິງຄິສຸດ ທາ ຄານະມຸຂະຊາ ນໍແຮດແລະເຂົາກວາງຫົດ ອັນເກີດມາແຕ່ຫົວແລະດັງກໍດີ ແຂ້ວຫມູຕັນ ຈັນທະຄາດ ຄຸດແຂງແລະນໍງາ ອັນເກີດມາແຕ່ປາກກໍດີ ກໍຈົ່ງມາເປັນໄຊຊະນະຜາບແພ້ຂ້າເສິກສັດຕູທັງມວນ     ແລະເປັນຂອງຄ້ຳຂອງຄູນໃຫ້ແກ່ທ່ານເຖີ້ນ ຣຸນນະມຸຂະສາຕຣາ ສາຕຣາ ສາດຕະສິນອັນເປັນຂອງກ້າແຂງຫມັ້ນແກ່ນ ອັນອາດນຳອອກເສັຍໄດ້ຍັງສັບພະໂພຍພັຍ ແລະສັບພະສະນຽດຈັງໄຮ ອຸປັດທະວະອົນຕາຍ ອັນໃຫ້ບັງເກີດຍັງຄວາມໂສກເສົ້າແລະຮ້ອງໄຫ້ ກໍຈົ່ງມາເປັນໄຊຊະນະແກ່ທ່ານເຖີ້ນ ຈຳປາທິນາຄະ ກະກຸຣະກັນຖະກັງ         ເຄື່ອງສັງວານແຫ່ງພຣະຍານາກ ຄືດັ່ງສີດອກຈຳປາເປັນຕົ້າ ກໍຈົ່ງມາເປັນໄຊຊະນະແກ່ທ່ານເຖີ້ນ ຄະຊະຄະນະຕຸຣັງຄະມະສຸກະຣະພຸຊັງຄະສິຫະພະຍັກຄະທິປາ ຫມູ່ຊ້າງ ຫມູ່ແຮດ ຫມູ່ມ້າ ຫມູ່ນາກ ເງືອກ ງູ ຫມູ່ຣາຊະສີ ຫມູ່ເສືອໂຄ່ງແລະເສືອເຫລືອງ ອັນມີເຕຊານຸພາບມາກ ແລະມີດ້ວຍປະການສັນໃດ ຂໍທ່ານກໍ່ຈົ່ງມີໄຊຊະນະເຕຊານຸພາບຜາບແພ້ຂ້າເສິກສັດຕູ ໃນສາກາລະຊົມພູທະວິບທັງມວນ ກໍມີດ້ວຍປະການສັນນັ້ນເຖີ້ນ ຣຸນນະມຸກຂະຍາຕຣາ ສາພາວະອັນໃຫ້ລະງັບດັບເສັຍຍັງຄວາມຮ້ອງໄຫ້ກໍດີ ຄວາມພະຈົນຜາບແພ້ຍັງກຳ ລັງທ້າວພຣະຍາ ແລະເສນາຂ້າເສິກສັດຕູ ແລ້ວມີຄວາມຊົມຊື່ນຍິນດີເມື່ອພາຍຣຸນກໍດີ ກໍຈົ່ງມາເປັນໄຊຊະນະອັນລືຊາປາກົດແກ່ທ່ານເຖີ້ນ ສຸຂະສຸຂະຊີວີ ຄວາມລ້ຽງຊີບອັນງ່າຍ ແລະເປັນສຸກສະບາຍກໍດີ ຄວາມຊະນະຜາບແພ້ດ້ວຍດີເຫນືອພື້ນແຜ່ນປະຕະພີ ໃນກາລະທຸກເມື່ອ ທຸກຍາມກໍດີ ການຕິດຈອດແຫ່ງແຜ່ນດິນຕ່ຳ ອັນເນື່ອງໄປດ້ວຍຫມູ່ບ້ານແລະນິຄົມກໍດີ ກໍຈົ່ງມາເປັນໄຊຊະນະອັນລືຊາປາກົດແກ່ທ່ານຫມົດສູ່ອັນເຖີ້ນ, ມັງກະຣາລະຍາ ອັນວ່າອາໄລແຫ່ງມັງກອນ ຄືວ່າຣັດສະມີອັນແຜ່ໄປໄກໄດ້ຮ້ອຍແລະພັນອັນມີແສງມາບໆ ແລະເມືອງໆ ແຫ່ງອັນຣົບເຣວກັນເທິງເຫນືອອາກາດ ກໍຈົ່ງມາເປັນໄຊຍະມຸງຄຸນອັນປະເສີດແກ່ທ່ານເຖີ້ນ ວະຣຸນນະຍັກເຂ ອັນວ່າເດດແຫ່ງ ວະຣຸນນະຍັກກໍດີ ເດດແຫ່ງເທພະບຸດເທພະດາອາຣັກຂາ ພຣະຍາອິສູນແລະພຣະຍານາກກໍດີ ຫມູ່ແຫ່ງພຣະຍາພົມ ແລະ ຫມູ່ແຫ່ງພຣະຍາອິນທັງຫລາຍ ກໍຈົ່ງມາເປັນໄຊຊະນະມັງຄະລະສະວັດດີແກ່ທ່ານຫມົດສູ່ອັນເຖີ້ນ ຣາຊາທິຣາຊະຊະຍັງ ຄວາມຜະຈົນຜາບແພ້ຍັງທ້າວພຣະຍາຕົນນ້ອຍແລະພຣະຍາຕົນໃຫຍ່ຕົນປະເສີດ ກໍຈົ່ງມາເປັນໄຊຊະນະເດຊາອັນຫມັ້ນຄົງແກ່ທ່ານເຖີ້ນ ຂໍທ່ານກໍຈົ່ງຜະຈົນຜາບແພ້ຍັງຫມູ່ສັບພະສັດ ແລະ ທ້າວພຣະຍາຂ້າເສິກສັດຕູ ຫມູ່ປັດຈາມິດໃຫຍ່ນ້ອຍທັງມວນ ອັນຢູ່ເຫນືອແຜ່ນດິນນີ້ເຖີ້ນ ອະຣະຫັນຕັງ ປັດເຈກະພຸດທະສາວັງ ພຣະອາຣະຫັນຕາເຈົ້າ ພຣະປັດເຈກະພຸທເຈົ້າ ແລະ ພຣະສາວົກແຫ່ງພຣະພຸທເຈົ້າ ກໍຈົ່ງມາເປັນໄຊຍະມຸງຄຸນແກ່ທານເຖີ້ນ ມະເຫສຸ ຣັງຄະຫະໂຣຫະຣິນທະເທວາ ພຣະຍາອິສູນຜູ້ເປັນໃຫຍ່ ພຣະຍາອັງຄະຫະຣະ ພຣະຍາຫະຣິນທະເທພະເຈົ້າທັງຫລາຍ ແລະ ພຣະຍາພົມມະສຸຣັກຂະເຈົ້າກໍດີ ກໍຈົ່ງມາເປັນໄຊຊະນະແກ່ທ່ານເຖີ້ນ.
ອັນວ່າພຣະຍານາກ ພຣະຍາວິຣຸລະຫະກະ ພຣະຍາວິລູປັກຂະ ພຣະຈັນ ພຣະອາທິດ ພຣະຍາອິນ ພຣະຍາເວນະໄຕ ພຣະຍາກຸເວຣະ ພຣະຍາວະຣຸນະ ພຣະຍາອັກຄິ ແລະ ພຣະຍາວາຍຸ ພຣະຍາຊຸນຫະ ພຣະຍາກຸມາຣະ ພຣະຍາທະຕະຣັດຖະກະ ເທພະດາທັງຫລາຍຜູ້ໃຫຍ່ທັງສິບແປດຕົນຝູງກ່າວມານີ້ ກໍລ້ວນມີຕະປະເຕຊະນຸພາບອັນມາກ    ແລມີດ້ວຍປະການສັນໃດ ຂໍທ່ານຈົ່ງມີໄຊຊະນະຜາບແພ້ຂ້າເສິກສັດຕູຝູງຫມູ່ປັດຈາມິດທັງຫລາຍ ກໍຈົ່ງມີດ້ວຍປະການສັນນັ້ນເຖີ້ນ ສິດທິຕາປະສະອາທະໂຍ ນັກບວດທັງຫລາຍຝູງມີສິດທິການ ອັນມີຣັດສີ ດາບົດເປັນເຄົ້າ ນັກບວດເຈົ້າທັງຫລາຍຝູງປາຖະນາມັກສະແຫວງ ຫາຍັງພຣະນິບພານ ອັນເປັນພຣະສາວົກທັງມວນ ອັນເປັນໄຊນຳມາເຊິ່ງຄວາມຊົມຊື່ນຍິນດີ ກໍຈົ່ງໃຫ້ເກີດແກ່ທ່ານເຖີ້ນ ທະສະປາໂລຈະ ເທພະດາເຈົ້າຜູ້ຮັກສາຍັງທິດທັງສິບກໍດີ ມັກຄວາມສະຫວັດສະດີໄຊຍະໂຊກທັງ ກໍຈົ່ງມີແກ່ທ່ານ ດ້ວຍເຕຊານຸພາບແຫ່ງໄຊຍະປະກະຣະ ນະສູດນີ້ເຖີ້ນ ຊະຍະໂສດຖີ ອັນວ່າໄຊຍະສິຣິສະວັດສະດີ ກໍຈົ່ງມີແກ່ທ່ານ ດ້ວຍເຕຊານຸພາບແຫ່ງພຣະພຸທເຈົ້າ ພຣະອົງນັ້ນ ຂໍໄຊຍະມຸງ ຄຸນອັນປະເສີດ ຈົ່ງໃຫ້ເກີດມີແກ່ພວກເຮົາທັງຫລາຍເຖີ້ນ ພົມມະຄະນາ ຫມູ່ແຫ່ງພຣະຍາພົມທັງຫລາຍ ອັນມີໃຈຊົມຊື່ນຍິນດີ ກໍເພິ່ງປ່າວເຕືອນບອກຂ່າວໃຫ້ຮູ້ຍັງອັນມີໄຊຊະນະ ແຫ່ງພຣະພຸທເຈົ້າ ຕົນສະແຫວງຫາຍັງຄຸນອັນໃຫຍ່ ໃຕ້ຄ່ວງຕົ້ນໄມ້ ສີມະຫາໂພທິ ຕະທາໃນກາລະຍາມນັ້ນວ່າ: ຊະໂຍປິ ພຸດທັດສະ ສິຣິມະໂຕ ອະຍັງ ມາຣັດສະ ຈະ ປາປິມະໂຕ ປະຣາ ສະໂຍ ອິຕິ ດັ່ງນີ້ ອັນວ່າໄຊຊະນະຜາບແພ້ ພຣະຍາມານກັບທັງເສນາມານ ຍ່ອມມີແກ່ພຣະພຸທເຈົ້າຕົນມີສີຣິ ສ່ວນວ່າຄວາມປະຣາໄຊຜ່າຍແພ້ອັນນີ້ ຍ່ອມມີແກ່ພຣະຍາມານຜູ້ໃຈບາບ ອິນທະຄະນາ ອັນວ່າຫມູ່ແຫ່ງພຣະຍາອິນ ຫມູ່ແຫ່ງເທພະດາທັງຫລາຍ ຫມູ່ແຫ່ງພຣະຍາຄຸດທັງຫລາຍ ຫມູ່ແຫ່ງພຣະຍານາກທັງຫລາຍ ຫມູ່ແຫ່ງເທພະດາ ອະທິສະມານະ ກາຍ ຝູງຢາຍຢັງຢູ່ຄູ່ແຫ່ງຫ້ອງທ້ອງສະຫວັນຊັ້ນວິມານ ໃນແສນໂກດຈັກກະວານທັງມວນກໍດີ ກໍລົ້ນມີຈິດໃຈຊົມຊື່ນຍິນດີແລ້ວກໍເພິ່ງປ່າວເຕືອນບອກຂ່າວສົ່ງສຽງກັນໄປໃຫ້ຮູ້ ເຊິ່ງອັນມີໄຊຊະນະ ຍັງພຣະຍາມານກັບທັງເສນາມານ ແລະ ມະນຸດຝູງເປັນມານ ເມື່ອພຣະພຸດທະເຈົ້າຕົນສະແຫວງຫາຍັງຄຸນອັນໃຫຍ່ ໃນຄ່ວງຕົ້ນໄມ້ສີມະຫາໂພທິ ຕະທາໃນກາລະຍາມນັ້ນວ່າ: ຊະໂຍປິ ພຸດທັດສະ ສິຣິມະໂຕ ອະຍັງ ມາຣັດສະ ຈະ ປາປິມະໂຕ ປະຣາຊະໂຍ ອິຕິ ດັ່ງນີ້ ອັນວ່າໄຊຊະນະຜາບແພ້ຂ້າເສິກສັດຕູ ກັບທັງພຣະຍາມານ ແລະ ເສນາມານທັງມວນ ກໍມີແກ່ພຣະພຸທເຈົ້າຕົນມີສີຣິ ຄວາມພ່າຍແພ້ອັນນີ້ ມີແກ່ພຣະຍາມານຜູ້ໃຈບາບແລ ສັບພັນຍູ ພຸດໂທ ອັນວ່າພຣະພຸທເຈົ້າຕົນຕັດສະຮູ້ແຈ້ງຍັງໂລກທັງມວນ ພຣະກໍໄດ້ໄຊຊະນະຜາບແພ້ ຍັງພຣະຍາມານກັບທັງເສນາມານ ໃນແທບເຄົ້າໄມ້ສີມະຫາໂພທິ ແລະ ໃຫ້ຈຳເຣີນຄວາມຊົມຊື່ນຍິນດີ ແກ່ຊາວສາກະຍະຣາດທັງຫລາຍ ກໍມີດ້ວຍປະການສັນໃດ? ອັນວ່າກິຣິຍາ ອັນຜາບແພ້ຍັງ ສັບພຸປັດທະວັນຕະຣາຍທັງມວນ ກໍຈົ່ງມີແກ່ທ່ານເຖີ້ນ
ພຸດໂທ ອັນວ່າພຣະພຸທເຈົ້າ ຕົນບັນລຸແລ້ວເຊິ່ງຜະຍາສັບພັນ ຍູດຕະຍານອັນປະເສີດ ມີຄວາມຊົມຊື່ນຍິນດີເບີກບານຢູ່ ເຫນືອແທ່ນແກ້ວບ່ອນຜະຈົນຜາບແພ້ພຣະຍາມານ ອັນເປັນໄຊຍະມຸງຄຸນ ເຫນືອໃບບົວ ຄືແຜ່ນດິນອັນເປັນຍອດເປັນຈອມ ເປັນບ່ອນອະພິເສກແຫ່ງພຣະເຈົ້າທັງຫລາຍ ຍະຖາ ແລມີດ້ວຍປະການສັນໃດ ຂໍທ່ານຈົ່ງມີຄວາມຊົມຊື່ນໃນທີ່ທັງມວນ ດ້ວນປະການດັ່ງພຣະພຸທເຈົ້າສັນນັ້ນເຖີ້ນ ທ່ານທັງຫລາຍປະພຶດດີແລ້ວ ໃນເວລາໃດ ເວລານັ້ນ ເປັນຣືກດີ ມຸງຄຸນດີ ເປັນຣັດສະມີຣັງສີດີ ຮຸ່ງເຮືອງດີ ເວລາດີ ເປັນຍາມດີ ອັນຫນຶ່ງ ການບູຊາໃນພົມມະຈະຣີ ບຸກຄົນທັງຫລາຍ ຄືການປະພຶດທາງກາຍ ອັນເປັນກຸສົນສຸຈະຣິດກໍດີ ເວົ້າທາງວາຈາອັນເປັນຄຳດີມີຄຸນປະເສີດກໍດີ ຄິດທາງໃຈ ເປັນການຄິດຖືກກໍດີ ຄວາມປາຖະນາຂອງທ່ານອັນຕັ້ງໄວ້ດີແລ້ວ ເປັນຄວາມປາຖະນາອັນປະເສີດ ຄັນວ່າທ່ານກະທຳແລ້ວ ຍັງສຸຈະຣິດກຳອັນປະເສີດທັງຫລາຍ ທັງທາງກາຍ ວາຈາ ແລະ ໃຈ ກໍບໍ່ເສົ້າຫມອງ ຍ່ອມໄດ້ຍັງປະໂຫຍດທັງຫລາຍ      ເປັນປະໂຫຍດອັນປະເສີດແທ້ແລ ທ່ານທັງຫລາຍມີປະໂຫຍດອັນຫາກໄດ້ດີແລ້ວ ເປັນຜູ້ມີຄວາມສຸກກາຍສະບາຍໃຈແລ້ວ ຍ່ອມຈະເຣີນງອກງາມໃນສາສນາພຣະພຸທເຈົ້າ ຂໍທ່ານຈົ່ງເປັນຜູ້ບໍ່ມີໂຣຄາພະຍາດ ຈົ່ງມີແຕ່ຄວາມສຸກທຸກເມື່ອ ພ້ອມດ້ວຍຍາດພີ່ນ້ອງຝູງຫມູ່ວົງສາທັງຫລາຍຄູ່ຄົນເຖີ້ນ.
ໂພນໂຕ ເທວະສັງຄາ ດູຣາຫມູ່ເທພະດາທັງຫລາຍຝູງໃດທີ່ມາເຖິງ ແລະ ສິງສະຖິດຢູ່ໃນສະຖານທີ່ນີ້ ຂໍເທພະດາເຈົ້າທັງຫລາຍຝູງນັ້ນຈົ່ງຟັງຍັງຖ້ອຍຄຳແຫ່ງຝູງຂ້າ ແລະ ຂໍໃຫ້ເປັນຜູ້ມີອາຍຸຫມັ້ນ ຍືນ ໃນກາລະທຸກເມື່ອເຖີ້ນ ຂໍເທພະດາເຈົ້າທັງຫລາຍຝູງນັ້ນ ຈົ່ງມີຄວາມສຸກໃນກາລະທັງປວງເຖີ້ນ ຂໍເທພະດາເຈົ້າທັງຫລາຍຈົ່ງຮັກ ສາຍັງສັບພະສັດທັງຫລາຍ ແລະ ຮັກສາຍັງພຣະສາສນາ ແຫ່ງພຣະພຸທເຈົ້າ ເທົ້າຫ້າພັນພຣະວັດສາພຸ້ນເຖີ້ນ ຍາກາຈິປັດຖະນາ ອັນວ່າຄວາມປາຖະນາເຍື່ອງໃດເຍື່ອງຫນຶ່ງ ຂອງເທພະດາທັງຫຼາຍຝູງນັ້ນ   ປຸເຣນຕຸມະໂນຣະຖາ ກໍຈົ່ງເຕັມບໍຣິບູນຕາມໃຈມັກແຫ່ງຕົນເຖີ້ນ ວັດສະວະລາຫະກາ ອັນວ່າເທພະດາເຈົ້າທັງຫລາຍຝູງໃຫ້ຍັງຝົນຊົນລະ ທາຖ່ອງແຖວນ້ຳຟ້າສາຍຝົນ ກໍຈົ່ງດົນບັນດານໃຫ້ຕົກລົງມາດ້ວຍດີໃນກາລະອັນຄວນເຖີ້ນ ອັນວ່າພະຍາດໂຣຄາທັງ ຫລາຍ ກັບທັງອຸປັດທະຣົບອົນຕາຍທັງຫລາຍ ຈົ່ງກັບກ່າຍສູນຫາຍໄປເສັຍສ້ຽງ ຢ່າໄດ້ເສດເຫລືອຫລໍໃນກາລະທັງປວງເຖີ້ນ. ຂໍເດດກຸສົນບຸນອັນເຮົາທັງ ຫລາຍຫາກໄດ້ກະທຳແລ້ວແກ່ເທພະດາທັງຫລາຍຝູງນັ້ນ ຂໍເທພາອາ ຮັກທັງຫລາຍ ຈົ່ງນຳມາໃຫ້ຍັງຄວາມສຸກແກ່ຮ່າງກາຍດ້ວຍ ຍັງຄວາມສຸກແກ່ຈິດໃຈດ້ວຍຕາມສົມຄວນແດ່ກໍ່ຂ້າເຖີ້ນ ຈຸລະໄຊປະກະ ຣະນະສູດ ນິດຖິຕັງກໍ່ແລ້ວເທົ່ານີ້ແລ.

ไม่มีความคิดเห็น: