24.3.55

ຍັນທຸນເທດສະໜາ

ຍັນທຸນເທດສະໜາ
        ນະໂມ ຕັດສັດຖຸ !
        ຍັນທຸນນິມິດຕັງ        ອະວະມັງຄະລັນຈະ
        ໂຍ ຈາມະນາໂປ        ສະກຸນັດສະ ສັດໂທ
        ປາປັກຄະໂຫ            ທຸດສຸປິນັງ ອະກັນຕັງ
        ພຸດທານຸພາເວນະ        ທັມມານຸພາເວນະ
        ສັງຄານຸພາເວນະ        ວິນາສະເມນຕູຕິ.
    ສາທະໂວ ດູຣາສັບປຸຣິສາທັງຫຼາຍຝູງປາດຖະໜາຫາຍັງສຸກສາມປະການ ມິນິລະພານເປັນທີ່ແລ້ວ ແລະ ມັກໄຄ່ຈັກຜາບແພ້ ຂັບໄລ່ໂຜຍໄພທັງເຄາະເຂັນຈັງໄຮ ແລະ ໂຣຄາພະຍາດ ທັງອຸບາດອົນຕຼາຍອັນມີພາຍໃນ ແລະ ພາຍນອກຂັນທະສັນດານ ກ່າວຄືວ່າ ຣາຊະໄພ ໂຈລະໄພ ອັກຄີໄພ ອຸທະກະໄພ ມໍລະນະໄພ ແລະ ສັບພະຄວາມບໍ່ເພີ່ງພໍໃຈຕ່າງໆ ອັນແຊກເຂົ້າໃນລະຫ່ວາງກ້າວຄືວ່າ ເຄາະປີ ເຄາະເດືອນ ເຄາະວັນ ເທວະດາບັນດົນນິມິດໃຫ້ເຫັນເຫດຕ່າງໆ ໃນລະ   ຫ່ວາງເຮືອນຊານ  ແລະ ເຄື່ອງອຸປະໂພກບໍລິໂພກ ເຄື່ອງນຸ່ງຫົ່ມນານາ ທັງສັດສາງົວຄວາຍຂອງລ້ຽງ ຜິດສັງເກດໃຫ້ເຫັນອຸປັດຕິເຫດ ແລະ ບຸບພະນິມິດອັນບໍ່ດີ ເປັນສິ່ງກະລະກິນີອັບປີມີໂທດແທ້ ຝູງເຖົ້າແກ່ພໍ່ແມ່ ແລະ ລູງຕາ ກັບທັງວົງສາຄະນາຍາດຕິກາພີ່ນ້ອງ       ເຫັນຄວາມດຽວພ່ຳພ້ອມ ນຶກໜ່ຽວນ້ອມເອົາຍັງຄຸນພຣະສັບພັນຍູອົງປະເສີດ ພຣະທັມອັນລ້ຳເລີດ ໑o ປະການ ພຣະອະຣິຍະສົງຜູ້ເບີກບານ ສີ່ຄູ່ ກັບທັງໝູ່ພຣະສົມມຸດຕິສົງຕົນທະຣົງສີນອັນບໍລິສຸດໃສສະອາດ ອັນເປັນພຣະຣັຕນະໄຕຣແກ້ວອາດສາມປະການ ມີເຕຊາອະນຸພາບງາມຫຼາຍເຫຼືອແຫລ່ ຈົ່ງມາເປັນທີ່ພິ່ງຜາບແພ້ຝູງໝູ່ໂພຍພັຍ ກຳຈັດເຄາະເຂັນຈັງໄຮ ນິມິດອັນບໍ່ດີ ແລະ ອຸປັດທະວະກັງວົນອົນຕຼາຍທັງຫຼາຍ ອັນໄດ້ເຫັນ ແລະ ໄດ້ຍິນແລ້ວນັ້ນໃຫ້ຫາຍສ້ຽງສູນໄປ ຈິ່ງໄດ້ນິມົນພຣະສັງຄະເຈົ້າມາສູດ ພຣະພຸດທະມົນເພື່ອຣະງັບກຳຈັດນິມິດອັນບໍ່ດີເຫລົ່ານັ້ນ ໃຫ້ສ້ຽງສູນໄປ ສົມດັ່ງ ໃນຄາຖາອັນເປັນໄວຍາກອນພາສິດວ່າ ຍັນທຸນນິມິດຕັງ ອະວະມັງຄະລັນ ຈະ ດັ່ງນີ້ເປັນເຄົ້າ ຍັງ ທຸນນິມິດຕັງ ຈະ ອັນວ່າ ນິມິດອັນຊົ່ວຮ້າຍ ອັນໃດກໍດີ ຍັງອະວະມັງຄະລັງ ຈະ ອັນວ່າ ສິ່ງອັນບໍ່ເປັນມຸງຄຸນ ອັນໃດກໍດີ ສັດໂທ ອັນວ່າສຽງແຫ່ງນົກອັນບໍ່ຖືກເນື້ອເພິ່ງໃຈ ອັນໃດກໍດີ ປາປັກຄະໂຫ ອັນວ່າບາບເຄາະເຂັນເຫດຮ້າຍອັນໃດກໍດີ ທຸດສຸປິນັງ ອັນວ່າ ຄວາມຝັນອັນຊົ່ວຮ້າຍ ອັນບໍ່ເປັນທີ່ຊອບໃຈ ອັນໃດກໍດີ ເຊິ່ງມີຢູ່ ຂໍໃຫ້ສິ່ງອັບປີຊົ່ວຮ້າຍທີ່ບໍ່ເພິ່ງພໍໃຈທັງຫລາຍຝູງນັ້ນ ວິນາສະເມນຕຸ ກໍຈົ່ງພະລັນສ້ຽງສູນໄປດ້ວຍອານຸພາບແຫ່ງພຣະຣັຕນະໄຕຣຄື: ພຣະພຸທເຈົ້າ ພຣະທັມມະເຈົ້າ ແລະ ພຣະສັງຄະເຈົ້ານັ້ນເຖີ້ນ.
    ນິມິດອັນຊົ່ວຮ້າຍນັ້ນ ໄດ້ແກ່ສິ່ງທີ່ເຫັນຜາກົດຂຶ້ນມາ ຈຳເພາະຕໍ່ຫນ້າເປັນຕົ້ນວ່າ ຄ້ອງ ກອງ ຣະຄັງ ດັງຂຶ້ນເອງ ແອ່ງນ້ຳ ຫມໍ້ຫນຶ້ງຮ້ອງ ແມງມຸມຕຶງທ້ອງ ຫນູຮ້ອງໃນເຮືອນ ເລືອດຕົກ ນົກຕາຍ ຕໍ່ຫນ້າ ກິ່ງໄມ້ງ່າຫັກລົງມາ ງົວ ຄວາຍຖືກບ້ວງ ແລະ ເກືອກສີກ ເຮືອນຮ້ອງລອກຄາບ ຕາສະເມັ່ນ ເຫັນງູທຳທານກາງເວັນຂຶ້ນເຮືອນ ຂີ້ໄກ່ຂາງ ແມງວັນຂີ້ໃສ່ເຄື່ອງນຸ່ງຫົ່ມ ແລະ ຟ້າຜ່ານາ ຊາຍຄາເຮືອນ ແລະ ຫລັງເຮືອນເຫລົ່ານີ້ ເປັນນິມິດອັນຊົ່ວຮ້າຍແທ້ ສູ່ອັນແລ.
    ສຽງນົກອັນເປັນທີ່ບໍ່ຊອບໃຈນັ້ນ ໄດ້ແກ່ສຽງນົກກູ້ຫູກ ນົກເຄົ້າແມວ ນົກຂີ້ຖີ ແລະ ບ່າງລົ້ວ ສຽງພາຍດັງກູ່ຮ້ອງ ກຸກຮຽກຮ້ອງ ຮັບເອົາຂວັນທັງຂ້າງລຸ່ມ ແລະ ຂ້າງເທິງ ສຽງອັນບໍ່ເພິ່ງໃຈດັງຢູ່      ເທິງອາກາດ ເປັນສຽງອັນບໍ່ພໍໃຈສັກຢາດແທ້ດີຫລີ ເຮັດໃຫ້ຂົນຫົວພອງສຍອງເກົ້າ ໃຈສັ່ນ ຫວັ່ນໄຫວໄປມາ.
    ບາບເຄາະນັ້ນໄດ້ແກ່ເຄາະປີ ເຄາະເດືອນ ເຄາະວັນ ແລະ ເຄາະຍາມ ກັບທັງພຣະສຸກເຂົ້າ ພຣະເສົາແຊກ ພຣະຣາຫູຕ້ອງລັກຄະນາຕົວເພິ່ງຕົວສະເວີຍຊາຕາຂາດທາດສູນ ເຮືອນເຂັດຂວາງຈັງໄຮ ທັງພຣະພູມເຈົ້າທີ່ ເຊິ່ງໃຫ້ຮ້າຍແກ່ເຈົ້າຂອງບ້ານເຮືອນ ໂຮມກັນເຂົ້າແລ້ວໄດ້ຊື່ວ່າບາບເຄາະແລ.
    ຄວາມຝັນອັນບໍ່ດີ ບໍ່ເປັນທີ່ເພິ່ງພໍໃຈນັ້ນ ໄດ້ແກ່ຝັນຕ່າງໆຄືຝັນວ່າ ໄດ້ອວດອ້າງໂຫນໂຕ ຝັນວ່າໄດ້ຟ້ອນໂຮ ແລະ ເຕັ້ນລຳຂັບຮ້ອງ  ແຕ່ງເພດຢ້ອງເອ້ອວດກາຍາ ຝັນວ່າມະຫິງສາ ງົວຄວາຍຊົນຕົກກົກໄມ້ ຝັນວ່າເຂົາຈັບໄດ້ ຜູກມັດໃສ່ໂສ້ແລະຂື່ຄາ ຝັນວ່າແຂ້ວຫລຸດຫລ່ອນເສັຽໄປ ຝັນວ່າໄດ້ຂີ່ອາຊາໄນແລະກວຽນຮົດຮ້າງ ຝັນວ່າຫລິ້ນຕ່າງໆ ມີຫລິ້ນວ່າວຂີ່ເຮືອບິນ ແຫ່ກະຖິນແລະບັ້ງໄຟ ຄວາມຝັນເຫລົ່ານີ້ ເປັນຄວາມຝັນອັນຊົ່ວຮ້າຍແທ້ດີຫລີ ອຸປັດຕິເຫດຮ້າຍທັງສີ່ປະການນີ້ອັນໄດ້ແກ່ ນິມິດອັນຊົ່ວຮ້າຍ ນຶ່ງ ສຽງນົກທີ່ບໍ່ຫນ້າຊອບໃຈ ນຶ່ງ ບາບເຄາະຊົ່ວຮ້າຍ ນຶ່ງ ແລະ ຝັນຮ້າຍຕ່າງໆ ນຶ່ງ    ເຫລົ່ານີ້ ຊື່ວ່າ ເປັນສິ່ງອະວະມຸງຄຸນ ຄືເປັນຂອງບໍ່ດີໃຫ້ໂທດແທ້ແກ່ຜູ້ໄດ້ປະສົບພົບເຫັນໄດ້ຮັບໂທດຕ່າງໆ ນາໆ  ມີຄວາມຈິບຫາຍວິນາດ ສົມບັດຂາດສູນໄປ ທັງງົວຄວາຍ ແລະ ຊ້າງມ້າ ທັງຕາກ້າ ແລະ ໄຮ່ ນາ ທັງເຮືອນຊານ ລາງພ່ອງເກີດປ່ວຍໄຂ້ ແລະ ເຈັບຫົວ ທັງຜົວເມຍ ແລະ ລູກເຕົ້າ ກັບທັງພໍ່ແມ່ເຖົ້າຊ້ຳພັດເລົ່າສູນເສັຽ ຝູງເຄີຍເຫັນມາແຕ່ປາງກ່ອນ ຈິ່ງຢ້ານຢ່ອນຕົກໃຈ ຄຶດຫາສິ່ງປ້ອງກັນພັຍທັງສີ່ນີ້ບໍ່ໃຫ້ມາເຖິງຕົນ ລາງຄົນຫາຫມໍມາເສັຽລາງສະເດາະເຄາະ ບວງ ສວງເທວະດາດ້ວນວັດຖຸສິ່ງຂອງຕ່າງໆ ເປັນຕົ້ນວ່າມີເຂົ້າດຳ ເຂົ້າແດງ ແກງສົມ ແລະ ແກງຫວານ ໂທງສາມແຈສີ່ຈອກ ແລະ ເກົ້າ ຫ້ອງ ເກົ້າຫລັກ ເກົ້າບັກ ແລະ ເກົ້າຊັ້ນ ລາງພ່ອງນັ້ນຊ້ຳໄປໄຫວ້ກົກໄມ້ໃຫຍ່ ແລະ ພູດອຍ ເປັນທີ່ເພິ່ງອາສັຍຂອງຕົນ ແຕ່ທີ່ເພິງເຫລົ່ານີ້ ບໍ່ຈັດວ່າເປັນທີ່ເພິງອັນອຸດົມ ສົມກັບພຣະພຸທພາສິດວ່າ:
    ພະຫຸງເວ ສະຣະນັງ ຍັນຕິ ປັບພະຕານິ ວະນານິ ຈະ            ອາຣາມະຣຸກຂະເຈຕະຍານິ ມຸນຸດສາ ພະຍະຕັດຊິຕາ.
    ດັ່ງນີ້ເປັນເຄົ້າ ມະນຸດສາ ອັນວ່າມະນຸດທັງຫລາຍ ເມື່ອພັຍມາຄຸກຄາມເຖິງຕົນເຂົ້າແລ້ວ ຍ່ອມເອົາພູດອຍ ປ່າໄມ້ ແລະ ອາຮາມ ຕົ້ນໄມ້ແລ ເຈດີ ມາເປັນທີ່ເພີ່ງ ທີ່ຈັ້ງແລ ທີ່ເພີ່ງໄດ້ແທ້ຈິງນັ້ນ ໄດ້ແກ່ການນ້ອມນຶກເອົາຍັງຄຸນພຣະພຸທເຈົ້າ ຄຸນພຣະທັມມະເຈົ້າ ແລະ ຄຸນພຣະສັງຄະເຈົ້າມາເປັນທີ່ເພີ່ງ ສາມາດກຳຈັດໂພຍພັຍອົນຕຼາຍ ແລະ ຫ້າມເຫດຮ້າຍຊົ່ວຈັງໄຮໄດ້ສົມດັ່ງເທສນາ ອັນມາໃນພຸທພາສິດວ່າ   ໂຍ ຈະ ພຸດທັນ ຈະ ທັມມັນ ຈະ ສັງຄັນ ຈະ ສະຣະນັງ ຄະໂຕ ດັ່ງນີ້ເປັນເຄົ້າ ຜູ້ໃດໄດ້ເຂົ້າເຖິງພຣະພຸທເຈົ້າ ພຣະທັມມເຈົ້າ ແລະ ພຣະສັງ ຄະເຈົ້າ ວ່າ ເປັນທີ່ເພີ່ງແລ້ວ ຍ່ອມພົ້ນຈາກທຸກພັຍອັນຕະຣາຍທັງປວງ ແລະ ຄວາມສນຽດຈັງໄຮທັງຫລາຍ ທີ່ໄດ້ເຫັນປແລະໄດ້ຍິນ    ເຊິ່ງເກີດມີໃນຢ້າວເຮືອນຊານ ແລະ ໄຮ່ນາເປັນຕົ້ນນັ້ນ ກໍຈັກວິນາດສ້ຽງສູນໄປ ຍ້ອນອານຸພາບຄຸນຂອງ ພຣະຣັຕນະໄຕຣ ນັ້ນແທ້ແລ ຂໍທ່ານທັງຫລາຍມີ ພໍ່ເຮືອນ ແລະ ແມ່ເຮືອນ ເປັນຕົ້ນ ຜູ້ໄດ້ຮັບທຸກ ຈົ່ງຢ່າມີທຸກ ຜູ້ມີພັຍຈົ່ງຢ່າມີພັຍ ແລະ ຜູ້ເຖິງຄວາມໂສກເສົ້າເສຍໃຈ ກໍຈົ່ງຢ່າໄດ້ມີຄວາມເສົ້າໂສກເຖີ້ນ ກັບທັງຂໍອັງເຊີນເທພະດາເຈົ້າທັງ ຫລາຍ ຈົ່ງຊົມຊື່ນອະນຸໂມທະນານຳບຸນ ອັນທ່ານທັງຫລາຍໄດ້ເຮັດແລ້ວ ດ້ວຍເຫດພຽງທໍ່ນີ້ ເພື່ອໃຫ້ແລ້ວຍັງສົມບັດທຸກເຍື່ອງຄືເຄື່ອງຄ້ຳມິ່ງມຸງຄຸນ ໃນຢ້າວເຮືອນທີ່ນີ້ ເປັນຕົ້ນ ດ້ວຍອຳນາດ ທີ່ພວກທ່ານ ຮັກສາສິນຈຳເຣີນເມດຕາພາວະນາ ແລະ ຟັງຣົສທັມມະເທສນາ ຂໍຫມູ່ເທວະດາເຈົ້າຜູ້ມາແລ້ວ ຈົ່ງນຳເອົາ ອຸປັດຕິເຫດ ແລະ ເຄາະເຂັນຈັງໄຮຄວາມທຸກໂສກ ໄຫມ້ຫມອງໃຈ ກັບໄປສູ່ວິມານອັນເປັນທີ່ຢູ່ຂອງທ່ານເຖີ້ນ ແລະ ອີກປະການຫນຶ່ງ ຜູ້ຂ້າຂໍອັງເຊີນເອົາພຣະພຸທເຈົ້າ ຜູ້ມີພຣະກຳລັງກັບທັງເຫລົ່າພຣະປັດເຈກະພຸທເຈົ້າ ແລະ ພຣະ ອະຣະຫັນຕາເຈົ້າທັງຫລາຍ ຈົ່ງມາຮັກສາຍັງເຈົ້າມູລສັດທາ ຢ້າວເຮືອນ ແລະ ສັບພະສັດທັງຫລາຍ ດ້ວຍເຕຊະພຣະກຳລັງຂອງພຣະ ພຸທເຈົ້າ ຈົ່ງມາຣະງັບດັບເຫດ ຊົ່ວຮ້າຍໃຫ້ຫາຍສ້ຽງສູນໄປ ອາສັຍໃນພຣະຄາຖາວ່າ ມະຫາກາຣຸນິໂກນາໂຖ ຫິຕາຍະ ສັບພະປານີນັງ ດັ່ງນີ້ເປັນເຄົ້າ ຂໍພຣະພຸທເຈົ້າຜູ້ເປັນທີ່ເພີ່ງຂອງຫມູ່ສັບພະສັດ ປະ ກອບໄປດ້ວຍພຣະມະຫາກະຣຸນາ ພ່ຳພຽນປາຣະມີມາ ໓o ທັດໃຫ້ເຕັມແລ້ວ ເພື່ອເປັນປະໂຫຍດແກ່ສັບພະສັດທັງຫລາຍ ຈຶ່ງໄດ້ຕັສະຮູ້ ອັນອຸດົມດ້ວຍອຳນາດຄວາມສັດນີ້ ຂໍໄຊຍະມຸງຄຸນຈົ່ງມີແກ່ທ່ານ      ເຈົ້າບ້ານ ແລະ ເຈົ້າເຮືອນໃນທີ່ນີ້ ທຸກຖ້ວນຫນ້າເຖີ້ນ ຊະຍັນໂຕ        ໂພທິຍາ ມູເລ ພຣະພຸທເຈົ້າ ຜູ້ຊົງຜະຈົນມານຢູ່ທີ່ເຄົ້າໄມ້ສີມະຫາໂພທິ ເປັນຜູ້ເລີດແລ້ວ ຍິນດີ ຢູ່ເທິງອະພິເສກແທ່ນແກ້ວ ແລ້ວຈິ່ງໃຫ້ຄວາມຈຳເຣີນຍິນດີ ແກ່ພວກຊາວສາກຍະຣາດວ່າ ພຣະອົງຊົງຊະນະມານ ຢູ່ເຫນືອອະປະຣາຊິຕະ ບັນລັງແທ່ນແກ້ວ ອັນເປັນໄຊຍະມຸງຄຸນເຫນືອໃບບົວ ຄື ແຜ່ນປະຖະພີ ທີ່ເປັນປະທານອັນນີ້ ແລມີສັນໃດ ຂໍໃຫ້ທ່ານຜູ້ເປັນເຈົ້າຂອງບ້ານເຮືອນ ແລະ ຍາດມິດສາໂລຫິດທັງ ຫລາຍ ຈົ່ງຜາບແພ້ຝູງຫມູ່ອຸບາດເຫດຮ້າຍຈັງໄຮ ໃຫ້ສ້ຽງສູນໄປຢ່າໄດ້ຄາຄ້າງ ເຫມືອນດັ່ງພຣະເຈົ້າມ້າງກິເລສມານວັນນັ້ນແລ, ອັນຫນຶ່ງທ່ານທັງຫລາຍ ປະພຶດຊອບດ້ວຍກາຍວາຈາແລະໃຈ ໃນເວລາໃດເວລານັ້ນ ຊື່ວ່າຣືກດີ ຍາມດີ ສວ່າງດີ ຮຸ່ງເຮືອງດີ ແລະ ຂະນະດີ ຄູ່ດີ ຂໍໃຫ້ເປັນຜູ້ປັດສະຈາກທຸກໂສກໂຣກພັຍ ກັບທັງອຸປັດທະວັນຕະຣາຍ ຈົ່ງໃຫ້ສງົບຣະງັບດັບຫາຍໄປ ດ້ວຍອານຸພາບຂອງພຣະຣັຕ ນະໄຕຣ ທີ່ພວກທ່ານໄດ້ເຄົາຣົບສັກກາຣະບູຊາ ມາທຸກວັນເວລາບໍ່ໄດ້ຂາດ ຈົ່ງປະສົບພົບພ້ອມໄປດ້ວຍພອນສີ່ປະການ ຄື: ອາຍຸ ວັນນະ ສຸຂະ ພະລະ ຈົ່ງເກີດມີແກ່ເຈົ້າມູລສັດທາ ຈະປາຖນາອັນໃດ ກໍຈົ່ງໃຫ້ໄດ້ ດັ່ງຄຳມັກຄຳປາຖນາເຖີ້ນ ຣະຕະນັດຕະຍານຸພາເວນະ ຍ້ອນອານຸພາບແຫ່ງພຣະຣັຕນະໄຕຣ ແກ້ວສາມປະການ ຕາມທີ່ກ່າວມາແລ້ວ ຈົ່ງມາພິທັກຮັກສາຍັງເຈົ້າມູລສັດທາ ແລະ ພຸທສາສະນິກະຊົນທັງຫລາຍ ໃຫ້ພົ້ນຈາກພັຍພິບັດສາມາດກຳຈັດ ຄວາມທຸກໂສກຮ້າຍ  ໃຫ້ວິນາດສ້ຽງສູນໄປກໍຂ້າເຖີ້ນ ຂໍຄວາມສຸກສວັສດີ ຈົ່ງມີແກ່ເຈົ້າມູລ ສັດທານິດຖິຕາ ກໍສະເດັດບໍຣະບວນຄວນແລ້ວ ທໍ່ນີ້ກ່ອນແລ.

ไม่มีความคิดเห็น: