24.3.55

ທິບພະມົນ

ທິບພະມົນ
ນະໂມ ຕັດສັຕຖຸ ຣະຕະຣັຕຕະຍັສສະ !
ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ  ຈະ ໂກຈິອຸປັທທະໂວ ຍະຖາ ທັນຍະທາຣາ ທະນັນຊະຍັສສະ ຄະເຣ ປະວັສສັນຕຸ. ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ  ຈະ ໂກຈິອຸປັທທະໂວ ຍະຖາ ການຈະນາມິ ອຸກຄະຕັດສະ ຄະເຣ ປະວັສສັນຕຸ. ມາ ຂະໂຍມາ ວະໂຍຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ການຈະນະຄິຣິສັງກາໂສ ຊະຕິລັດສະ ຄະເຣ ອຸປັດຊະຕິ. ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ  ຈະ ໂກຈິອຸປັທທະໂວ ຍະຖາ ກະຫາປະນານິ  ມັນທາຕຸຣາຊິໂນ ຄະເຣ ປະວັສສັນຕຸ. ມາ ຂະໂຍ ມາ ວະໂຍ ຕຸຍຫັງ ມາ  ຈະ ໂກຈິອຸປັທທະໂວ ຍະຖາ ສັບພະທະນານິ ປຸນນະກັດສະ  ຄະເຣ ປະວັດສັນຕຸ ມາ ຂະໂຍມາ ວະໂຍຕຸຍຫັງ ມາ ຈະ ໂກຈິ ອຸປັດທະໂວ ຍະຖາ ສັດຕະຣະຕະນະວັດສານິເວດສັນຕະຣັດສະ ຄະເຣ ປະວັດສັນຕຸຕິ.
ໂພ ສາທະໂວ ດູຣາສັບປຸຣິສາທັງຫຼາຍ ໂກຈິອຸປັດທະໂວ ອັນວ່າຄວາມກັງວົນອົນຕາຍ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານເຖີ້ນ  ໂກຈິປະຣິໂພໂຄ ອັນວ່າເຂົ້າຂອງເຄື່ອງບໍລິໂພກ ອັນໃດອັນໜຶ່ງກໍດີ ມາຂະໂຍມາວະໂຍ ກໍຢ່າສ້ຽງໄປເໝີດໄປແກ່ທ່ານເຖີ້ນ. ທັນຍະທາຣາ ອັນວ່າຖ່ອງແຖວເຂົ້າເປືອກທັງຫຼາຍກໍຈົ່ງຕົກລົງມາ ຄະເຣ ໃນເຮືອນແຫ່ງທະນັນໄຊຍະເສດຖີ ແລ ມີດ້ວຍປະການສັນໃດ ອັນວ່າຖ່ອງແຖວເຂົ້າເປືອກທັງຫຼາຍກໍໃຫ້ຕົກລົງມາ ຄະເຣໃນຢ້າວເຮືອນແຫ່ງທ່ານ ກໍມີດ້ວຍປະການສັນນັ້ນເຖີ້ນ ກ່າວຄືວ່າຄວາມສ້ຽງໄປເໝີດໄປແຫ່ງວັດຖຸເຂົ້າຂອງເຄື່ອງບໍລິໂພກ ກໍດີແລ ຄວາມກັງວົນອົນຕາຍອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານເຖີ້ນ. ອີກປະການໜຶ່ງ ໂກຈິ ປະຣິໂພໂຄ ອັນວ່າເຂົ້າຂອງກອງແກ້ວ ອັນໃດອັນໜຶ່ງກໍດີກໍຢ່າໄດ້ບົກໄດ້ແຫ້ງໄປແກ່ທານເຖີ້ນ. ການຈະນານິ ອັນວ່າເງິນແລະຄຳທັງຫຼາຍ ກໍຕົກລົງມາ ຄະເຣ ໃນເຮືອນແຫ່ງອຸກຄະເສດຖີ ແລມີອຸປະມາສັນໃດ ອັນວ່າເງິນ ແລະ ຄຳທັງຫຼາຍ ກໍຈົ່ງຫຼັງໄຫຼລົງມາ ຄະເຣ ໃນຢ້າວເຮືອນແຫ່ງທ່ານ ກໍມີອຸປະມາສັນນັ້ນເຖີ້ນ. ໂກຈິ ອຸປັທທະໂວ ອັນວ່າອຸປັດທະວະເຫດຮ້າຍອົນຕຼາຍ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານທັງຫຼາຍເຖີ້ນ.
ອັນໜຶ່ງ ໂກຈິ ປະຣິໂພໂຄ ອັນວ່າວັດຖຸເຂົ້າຂອງເຄື່ອງບໍລິໂພກ ທີ່ໄດ້ເສຍສະລະວາງໄປໃຫ້ເປັນທານແລ້ວ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ບົກໄດ້ແຫ້ງໄປແກ່ທ່ານເຖີ້ນ. ການຈະນະຄິຣິສັງກາໂສ ອັນວ່າດອຍຄຳອັນສູງໄດ້ແປດສອກ ກໍເກີດມີມາໃນກຳລັງແຫ່ງຊະດິນເສດຖີ ແລມີດ້ວຍປະການສັນໃດ ອັນວ່າເງິນແລະຄຳອັນເປັນພູດອຍ ກໍຈົ່ງບັງເກີດມີແກ່ທ່ານທັງຫຼາຍດ້ວຍປະການສັນນັ້ນເຖີ້ນ. ອັນວ່າອຸປັທທະວະອົນຕຼາຍທັງ ຫຼາຍ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ເກີດມີແກ່ທ່ານເຖີ້ນ.
ອີກປະການໜຶ່ງ ອັນວ່າວັດຖຸເຂົ້າຂອງເຄື່ອງບໍລິໂພກ ອັນໄດ້ໃຫ້ທານໄປແລ້ວ ກ່າວຄືວ່າເງິນແລະຄຳ ແກ້ວ ແຫວນ ເສື້ອຜ້າອາພອນ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ສ້ຽງໄປເໝີດໄປກໍຂ້າແລ. ກະຫາປະນານິ ອັນວ່າກະຫາປະນະຄືວ່າເງິນຄຳທັງຫຼາຍ ກໍຕົກລົງມາ ຄະເຣ ໃນຢ້າວເຮືອນຫໍໂຮງແຫ່ງພະຍາມັນທາຕຸຣາດ ດ້ວຍປະການອັນໃດ ອັນວ່າເຂົ້າຂອງກອງແກ້ວ ແລະ ເງິນຄຳທັງຫຼາຍ ກໍຈົ່ງຕົກລົງມາ ຄະເຣ ໃນຢ້າວເຮືອນແຫ່ງທ່ານທັງຫຼາຍ ດ້ວຍປະການສັນນັ້ນເຖີ້ນ. ສ່ວນອັນວ່າຄຳກັງວົນອົນຕາຍ ເຍື່ອງໃດເຍື່ອງໜຶ່ງກໍດີ ກໍຢ່າໄດ້ບັງເກີດມີແກ່ທ່ານ ພ້ອມທັງເຂົ້າຂອງເຄື່ອງບໍລິໂພກ ອັນໃດອັນໜຶ່ງກໍດີ ກໍຢ່າໄດ້ສ້ຽງໄປໝົດໄປແກ່ທ່ານເຖີ້ນ ສັບພະທະນານິ ອັນວ່າຊັບສົມບັດເຂົ້າຂອງທັງມວນ ອັນຕົກລົງມາຄະເຣ   ໃນເຮືອນແຫ່ງປຸນນະກະເສດຖີ   ແລມີອຸປະມາສັນໃດ ອັນວ່າຊັບສົມບັດເຂົ້າຂອງເຫຼົ່ານັ້ນ ກໍຈົ່ງຕົກລົງມາ ຄະເຣ ໃນຢ້າວເຮືອນຂອງທ່ານດ້ວຍປະການສັນນັ້ນເຖີ້ນ. ກັບທັງຄວາມກັງວົນອົນຕຼາຍ ທັງຫຼາຍ      ເປັນຕົ້ນວ່າ ຄວາມບໍ່ສຳບາຍເດືອດເນື້ອຮ້ອນໃຈ ເຈັບໄຂ ທຸກໂສກ   ໄໝ້ໝອງໃຈ ແລະ ຮ້ອງໄຫ້ຕ່າງໆກໍຢ່າໄດ້ບັງເກີດມີແກ່ທ່ານເຖີ້ນ ອີກປະການໜຶ່ງ ອັນວ່າເຂົ້າຂອງເຄື່ອງບໍລິໂພກ ອັນໃດອັນໜຶ່ງກໍດີ ຄືວ່າເງິນຄຳແກ້ວແຫວນ ເສື້ອຜ້າອາພອນ ແລະ ເຂົ້ານ້ຳໂພຊະນະອາຫານກໍຢ່າໄດ້ສ້ຽງ ໄດ້ເໝີດແກ່ທ່ານແລ. ສັຕຕະຣະຕະນະວັສສານິ ອັນວ່າຫາຝົນແກ້ວ ໗ ປະການ ອັນຕົກລົງມາ ໃນຄ່ວງຄຸ້ມຜາສາດຣາຊວັງຫຼວງແຫ່ງພະຍາເວດສັນດອນ ປາງເມື່ອເປັນຣັດສີຕົນສຶກໃໝ່ ສະເດັດຈາກປ່າໄມ້ເຂົ້າມາເມືອງວັນນັ້ນ ກໍມີດ້ວຍປະການສັນໃດ ອັນວ່າຫ່າຝົນແກ້ວ ໗ ປະການຄື: ແກ້ວປັທທະມະຣາດເຫຼື້ອມເຫຼືອຕາ ແກ້ວພິລາງາມພົ້ນພຸ່ງ ແກ້ວປະພານມີແສງເຮືອງຮຸ່ງ ແກ້ວມະນີພຸ່ງຣັສສະໝີ ແກ້ວພິທູນມີຄ່າມາກ ແກ້ວວະສີຣະຫຼາກອາພາ ແກ້ວມຸກດາງາມຊ້ອຍໂຊດ ເງິນຄຳໂສດເຫຼືອຫຼາຍ ກໍຈົ່ງຕົກລົງມາຢາຍຢັງຢາດເຢຽຣະດາດເຕັມບ້ານເຕັມເຮືອນ ຂອງທ່ານເຈົ້າມູລສັດທາອັນມີເຈົ້າເຮືອນເປັນເຄົ້າ ກັບທັງຂໍຢ່ໃຫ້ພວກທ່ານໂສກເສົ້າ ທຸກຍາກໄຮ້ເຂັນໃຈສັງສັກເທື່ອກໍຂ້າເທີ້ນ.
ເທສະໜາ ປະຣິໂຍສະເນ ໃນເມື່ອແລ້ວສັທທັມມະເທສະໜາ ຂໍໃຫ້ເຈົ້າມູລສັທທາທັງຫຼາຍ ຈົ່ງໄດ້ດັ່ງຄຳມັກ ຄຳປາດຖະໜາສົມດັ່ງກ່າວມາແລ້ວແຕ່ຫົນຫຼັງ ນິຕຖີຕັງ ກໍສະເດັດບໍລະບວນຄວນເທົ່ານີ້ກໍແລ.

ไม่มีความคิดเห็น: